- Details
- Hits: 1490
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ສະມາຄົມທະນາຄານສິງກະໂປ (The Association of Banks in Singapore: ABS) ກຳລັງເປີດຮັບນັກສຶກສາສະໝັກເອົາທຶນການສຶກສາລະດັບປະລິນຍາຕີ ທີ່ ມະຫາວິທະຍາໄລຕ່າງໆໃນປະເທດສິງກະໂປ (National University of Singapore, Nanyang Technological University, Singapore Management University or Singapore University of Technology and Design), ພາຍໃຕ້ທຶນການສຶກສາ The 2020 Dr Goh Keng Swee (GKS) Scholarship. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງເງື່ອນໄຂ ແລະ ວິທີການສະໝັກໄດ້ທີ່: https://abs.org.sg/dr-goh-keng-swee-scolarship ຫຼື ສອບຖາມຜ່ານອິເມວ: This email address is being protected from spambots. You need JavaScript enabled to view it..
ໝາຍເຫດ: - ປິດຮັບສະໝັກພາຍໃນວັນທີ 15ມີນາ 2020.
- ຜູ້ທີ່ຜ່ານການຄັດເລືອກໃຫ້ໄດ້ຮັບທຶນຈະຖືກຍົກເວັ້ນຄ່າຮຽນ, ຄ່າປີ້ຍົນໄປ-ກັບ, ຄ່າທີ່ພັກ ແລະ ຈະໄດ້ຮັບເງິນເບ້ຍລ້ຽງຈຳນວນໜຶ່ງ.
- ຜູ້ທີ່ຜ່ານການຄັດເລືອກໃຫ້ໄດ້ຮັບທຶນການສຶກສາດັ່ງກ່າວຈະຕ້ອງເຮັດວຽກກັບບໍລິສັດໃດໜຶ່ງທີ່ປະເທດສິງກະໂປ ຫຼື ບໍລິສັດຂອງສິງກະໂປທີ່ຢູ່ໃນປະເທດລາວ ເປັນເວລາ 3 ປີ ຫຼັງຈາກທີ່ສຳເລັດການສຶກສາ.
- Details
- Hits: 1287
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງ ນັກສຶກສາ ປ.ຕີ ປີສຸດທ້າຍ ແລະ ນັກສຶກສາ ປ.ໂທ ພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ຄະນະບໍລິຫານທຸລະກິດ (Business School) ມະຫາວິທະຍາໄລຫູນານ (Hunan University) ສປ.ຈີນ ກໍຳລັງຈະຈັດງານຕັ້ງຄ້າຍ International Training Camp for Innovation and Entrepreneurship (ITCIE 2020) ໃນລະຫວ່າງເດືອນ ກຸມພາ - ມິຖຸນາ 2020 ທີ່ ມະຫາວິທະຍາໄລຫູນານ ສປ.ຈີນ. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ລົງທະບຽນໄດ້ທີ່: http://ibschool-en.hnu.edu.cn/info/1218/1463.htm, ປິດຮັບສະໝັກວັນທີ 20 ທັນວາ 2019.
ໝາຍເຫດ: ເຈົ້າພາບຈະຍົກເວັ້ນຄ່າລົງທະບຽນເຂົ້າຮ່ວມງານ ແຕ່ນັກສຶກສາຈະຕ້ອງໄດ້ຮັບຜິດຊອບຄ່າເດີນທາງໄປ-ກັບ ແລະ ຄ່າກິນຢູ່ພັກເຊົາ ດ້ວຍຕົນເອງ.
- Details
- Hits: 975
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງລັດຖະບານອິນເດຍ (Department of Science and Technology, Government of India) ຮ່ວມກັບ ສະຫະພັນສະພາການຄ້າ ແລະ ອຸດສາຫະກຳອິນເດຍ (Federation of Indian Chambers of Commerce and Industry) ກຳລັງເປີດຮັບສະໝັກຜູ້ທີ່ມີຄວາມສົນໃຈສະໝັກເອົາທຶນຄົ້ນຄວ້າ ASEAN-India Research Training Fellowship (AIRTF) ໃນສາຂາວິທະຍາສາດທໍາມະຊາດ ແລະ ວິສະວະກໍາສາດ ໄລຍະ 2 - 6 ເດືອນ ທີ່ ສະຖາບັນການສຶກສາ/ການຄົ້ນຄວ້າໃນປະເທດອິນເດຍ.
ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່: https://aistic.gov.in/ASEAN/aistdfFellowship, ກຳນົດປິດຮັບສະໝັກ/ສົ່ງ Proposal ວັນທີ 31 ທັນວາ 2019.
ເງື່ອນໄຂຜູ້ສະໝັກ:
- ຜູ້ສະໝັກຕ້ອງອາຍຸບໍ່ເກີນ 45 ປີ.
- ຈົບການສຶກສາໃນລະດັບ ປ. ໂທ ຫຼື ປ. ເອກ ໃນສາຂາທີ່ກ່ຽວຂ້ອງ (ວິທະຍາສາດທຳມະຊາດ ຫຼື ວິສະວະກຳສາດ).
- ມີຄວາມຮູ້ດ້ານພາສາອັງກິດໃນລະດັບດີ.
ໝາຍເຫດ: - ຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບທຶນເປັນຄ່າປີ້ຍົນໄປ-ກັບ, ຄ່າໃຊ້ຈ່າຍໃນການເຮັດວິໄຈ/ຄົ້ນຄວ້າ, ເງິນແຮ ແລະ ເບ້ຍລ້ຽງຈຳນວນໜຶ່ງ.
- Details
- Hits: 1064
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອສະໝັກເຂົ້າຮ່ວມການແຂ່ງຂັນໃນໂຄງການ Mercer | Mettl Emerging Leaders Scholarship 2019 ຊຶ່ງມີຈຸດປະສົງເພື່ອສົ່ງເສີມໃຫ້ນັກສຶກສາມີຄວາມຮູ້-ຄວາມເຂົ້າໃຈດ້ານການເຮັດທຸລະກິດ, ຈັດໂດຍບໍລິສັດ Mercer | Mettl ປະເທດອິນເດຍ. ນັກສຶກສາຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່: https://mettl.com/pages/scholarship-for-emerging-leaders/, ປິດຮັບສະໝັກວັນທີ 15 ທັນວາ 2019.
ໝາຍເຫດ: ນັກສຶກສາທີ່ໄດ້ຮັບລາງວັນຊະນະເລີດ ຈະໄດ້ຮັບທຶນການສຶກສາເປັນເງິນຈໍານວນ 2,000 ໂດລ້າສະຫະລັດ.
More Articles ...
- Call for Application: ASEAN Youth Camp 2020, Rajamangala University of Technology Rattanakosin, Thailand
- Call for Application: UNESCO-Hamdan Bin Rashid Al-Maktoum Prize for Outstanding Practice and Performance in Enhancing the effectiveness of teachers
- Call for Application: Programme canadien de bourses de la Francophonie (PCBF) 2020, Canada
- Call for Application: Student Exchange Program 2019/2020 under Erasmus+ Programme, Uppsala University, Sweden
- Call for Application: AUN-KU Winter Seminar on Human Security Development and Energy Science 2020, Kyoto University, Japan
- Call for Papers: 2019 ASEAN-Korea Academic Essay Contest, ASEAN-Korea Centre, R. Korea
- Call for Application: Training Course, Grant Aid, Technical Cooperation (Expert) by the Government of Japan
- Call for Application: Business Today’s 45th International Conference, New York City, USA
- Call for Application: Futures Thinking & Scenario Planning Workshop for Youths, Lee Kuan Yew School of Public Policy, National University of Singapore
- Call for Application: International Student Seminar 2019, Ikh Zasag International University, Mongolia