- Details
- Hits: 1783
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ມະຫາວິທະຍາໄລແຫ່ງຊາດສິງກະໂປ (National University of Singapore) ກຳລັງເປີດຮັບສະໝັກຜູ້ທີ່ມີຄວາມສົນໃຈສະໝັກເອົາທຶນຄົ້ນຄວ້າ NUS Fellows Programme (Southeast Asia) ໃນສາຂາ Arts/ Humanities/ Social Sciences/ Business/ Science/ Engineering/ Medicine ໄລຍະ 6- 12 ເດືອນ ທີ່ ມະຫາວິທະຍາໄລແຫ່ງຊາດສິງກະໂປ, ປະເທດສິງກະໂປ.
ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່: http://www.nus.edu.sg/research/funding-opportunities/NUS-fellows-programme-southeast-asia, ກຳນົດປິດຮັບສະໝັກ ວັນທີ 30 ມິຖຸນາ 2019.
- Details
- Hits: 1716
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັງານ-ອາຈານພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: ອົງການອຸຍແນສໂກພາກພື້ນອາຊີ-ປາຊີຟິກ ປະຈຳບາງກອກ ໄດ້ແຈ້ງການສະໝັກເຂົ້າຮ່ວມຊິງລາງວັນ Wenhui Award 2019 ສຳລັບນະວັດຕະກຳດ້ານການສຶກສາປະຈຳປີ 2019 ກ່ຽວກັບການສົ່ງເສີມຄູ່ຮ່ວມງານໃນໂຮງຮຽນ ແລະ ມະຫາວິທະຍາໄລເພື່ອຄວາມກ້າວໜ້າວາລະການສຶກສາ 2030 (Promoting University and School Partnerships in Advancing the Education 2030 Agenda) ເພື່ອຮັບປະກັນການສຶກສາທີ່ມີຄຸນະພາບ, ເທົ່າທຽມກັນ, ທົ່ວເຖິງ ແລະ ສົ່ງເສີມໂອກາດການຮຽນຮູ້ຕະຫຼອດຊີວິດສຳລັບທຸກຄົນ.
ຜູ້ທີ່ມີຄວາມສົນໃຈສະໝັກສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ດາວໂຫຼດແບບຟອມສະໝັກໄດ້ທີ່: https://bangkok.unesco.org/content/wenhui-award-2019. ປະກອບ ແລະ ນຳສົ່ງເອກະສານສະໝັກໃຫ້ຫ້ອງການເລຂາ ຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນສໂກ ກະຊວງສຶກສາທິການ ແລະ ກິລາ ດ້ວຍຕົນເອງ ຫຼື ຜ່ານທາງອິເມວ: This email address is being protected from spambots. You need JavaScript enabled to view it. / This email address is being protected from spambots. You need JavaScript enabled to view it. ກ່ອນວັນທີ 31 ກໍລະກົດ 2019.
ສຳລັບຂໍ້ມູນເພີ່ມເຕີມປະສານ: ຫ້ອງການເລຂາ ຄະນະກຳມາທິການແຫ່ງຊາດລາວ ເພື່ອອຸຍແນສໂກ ກະຊວງສຶກສາທິການ ແລະ ກິລາ, ໂທ: 021 212 108, ມືຖື: 020 2888 1745
- Details
- Hits: 2432
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດເພື່ອຊາບວ່າ: ສູນເຄືອຂ່າຍຂໍ້ມູນຂ່າວສານແມ່ຍິງອາຊີ - ປາຊີຟິກ, ມະຫາວິທະຍາໄລສະຕີຊຸກມຽງ (Asia Pacific Women’s Information Network Center APWINC of Sookmyung Women’s University: SMU) ສ. ເກົາຫຼີ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ ຈະຈັດຝຶກອົບຮົມພາຍໃຕ້ໂຄງການ “2019 UNESCO-UNITWIN Local Training” ໃຫ້ແກ່ນັກສຶກສາເພດຍິງ ມຊ ຈຳນວນ 2 ຫົວຂໍ້:
- ຫົວຂໍ້: “ICT” ຈະຈັດຂຶ້ນໃນລະຫວ່າງວັນທີ 22 - 26 ກໍລະກົດ 2019 ເວລາ 08:00 ໂມງ - 16:30 ໂມງ ທີ່ ສູນເຕັກໂນໂລຊີຂໍ້ມູນຂ່າວສານ (ສູນໄອທີ), ມຊ.
- ຫົວຂໍ້: “Leadership” ຈະຈັດຂຶ້ນໃນລະຫວ່າງວັນທີ 22 - 26 ກໍລະກົດ 2019 ເວລາ 08:00 ໂມງ - 16:30 ໂມງ ທີ່ ຫ້ອງອະເນກປະສົງ ສະຖາບັນລາວ-ຍີ່ປຸ່ນ, ມຊ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອເປີດໂອກາດໃຫ້ນັກສຶກສາເພດຍິງ ມຊ ມີຄວາມຮູ້-ຄວາມເຂົ້າໃຈດ້ານໄອທີ ແລະ ດ້ານການເປັນຜູ້ນຳຫຼາຍຍິ່ງຂຶ້ນ. ນັກສຶກສາຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມ ແມ່ນໃຫ້ໄປແຈ້ງຄະນະທີ່ຕົນສັງກັດຢູ່ ເພື່ອໃຫ້ທາງຄະນະດັ່ງກ່າວນຳສົ່ງລາຍຊື່ຂອງນັກສຶກສາມາຍັງຫ້ອງການພົວພັນຕ່າງປະເທດ ມຊ ກ່ອນວັນທີ 3ກໍລະກົດ 2019.
v ເງື່ອນໄຂຂອງຜູ້ສະໝັກເຂົ້າຮ່ວມ:
- ຕ້ອງເປັນນັກສຶກສາເພດຍິງ ປີທີ 2 – 3.
- ນັກສຶກສາຕ້ອງມີຄວາມສາມາດຂຽນ ແລະ ເວົ້າພາສາອັງກິດໄດ້ໃນລະດັບດີ.
- ນັກສຶກສາທີ່ສະໝັກຕ້ອງສາມາດເຂົ້າຮ່ວມການຝຶກອົບຮົມໃນໄລຍະເວລາທີ່ກຳນົດໄວ້ໄດ້ຢ່າງເຄັ່ງຄັດ.
ການສໍາພາດຄັດເລືອກຈະຖືກຈັດຂຶ້ນທີ່ ຫ້ອງປະຊຸມຊັ້ນ 3 ຕຶກສໍານັກງານອະທິການບໍດີ ມຊ ຕາມວັນເວລາລຸ່ມນີ້:
- ສຳລັບຫົວຂໍ້“ICT”: ວັນທີ 8 ກໍລະກົດ 2019, ເວລາ 14:30 ໂມງ
- ສຳລັບຫົວຂໍ້ “Leadership”: ວັນທີ 9 ກໍລະກົດ 2019, ເວລາ 09:30 ໂມງ
ໃນເວລາທີ່ເຂົ້າມາສຳພາດ ແມ່ນໃຫ້ນັກສຶກສານຳເອົາສຳເນົາບັດນັກສຶກສາຂອງຕົນ ແລະ ແບບຟອມສະໝັກ (ທີ່ຕື່ມຂໍ້ມູນຄົບຖ້ວນແລ້ວ) ມາພ້ອມ, ຊຶ່ງນັກສຶກສາສາມາດດາວໂຫຼດແບບຟອມສະໝັກໄດ້ທີ່: https://drive.google.com/file/d/1DuOG6bVGLyyncpfuLgEut0GEmm7pf1N4/view?usp=sharing .
ສຳລັບຜົນການສໍາພາດຄັດເລືອກທາງຫ້ອງການພົວພັນຕ່າງປະເທດຈະແຈ້ງໃຫ້ນັກສຶກສາຊາບຜ່ານທາງອິເມວກ່ອນວັນທີ 12 ກໍລະກົດ 2019.
ໝາຍເຫດ:
- ນັກສຶກສາທີ່ເຂົ້າຮ່ວມຈະໄດ້ຮັບໃບຢັ້ງຢືນສຳເລັດການຝຶກອົບຮົມ.
- ໃນການຝຶກອົບຮົມຄັ້ງນີ້ ຈະປະກອບມີການແຂ່ງຂັນ ຊຶ່ງຜູ້ທີ່ຊະນະເລີດຈະໄດ້ຮັບລາງວັນເປັນທຶນໄປຝຶກອົບຮົມ ທີ່ ມະຫາວິທະຍາໄລສະຕີຊຸກມຽງ ສ. ເກົາຫຼີ ເປັນເວລາ 1 ອາທິດ.
ຂໍ້ມູນເພີ່ມເຕີມປະສານ:
ດຣ. ສຸລິຍາ ມູນນະຣາດ
ຫ້ອງການພົວພັນຕ່າງປະເທດ, ມຊ
ໂທ: 020 5831 2999
- Details
- Hits: 1586
ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດເພື່ອສະໝັກເຂົ້າຮ່ວມຝຶກອົບຮົມ An Intensive 16-Week Software Development Training Program ຊຶ່ງຈະຈັດເລີ່ມແຕ່ວັນທີ 12 ສິງຫາ - 30 ພະຈິກ 2019 (ໄລຍະ 16 ອາທິດ) ທີ່ FPT-UBD Innovation Lab, Universiti Brunei Darussalam ປະເທດບູໄນ. ຜູ້ທີ່ມີຄວາມສົນໃຈສະໝັກສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ລົງທະບຽນໄດ້ທີ່: http://www.ubd.edu.bn/fpt-ubdinnolab ຫຼື ປະສານຜ່ານອິເມວ: This email address is being protected from spambots. You need JavaScript enabled to view it., ກຳນົດປິດຮັບສະໝັກ ວັນທີ 1ມິຖຸນາ 2019.
More Articles ...
- Call for Application: 2019 University Summer Camp, Tongji University, China
- Call for Application: 2019 LMI Young Scientist Program, Vientiane, Lao PDR
- Call for Participation: NUS Global Citizen Conference 2019, National University of Singapore, Singapore
- Call for Application: Kumamoto University 2019 Summer Program, Japan
- Call for Application (Urgent): The University of Jember 5th International Cultural Camp 2019, Indonesia
- Call for Application: 2019 GKS for ASEAN Countries’ Science and Engineering Students, Chungnam National University, R. Korea
- Call for Papers: The 19th Global Development Conference, Bonn, Germany
- Call for Application: The 19th International Students Summit, Tokyo University of Agriculture, Japan
- Call for Application: 2019 ASEAN Cultural Festival & Youth Cultural Exchange Forum, Guangxi International Business Vocational College, P.R China
- Call for Application: SEAMEO BIOTROP Deputy Director for Programme, SEAMEO BIOTROP, Indonesia