ມີຄວາມສາມັກຄີ, ມີແບບແຜນທີ່ດີ, ມີລະບຽບວິໄນ, ມີຈັນຍາບັນ, ມີຄວາມທັນສະໄໝ, ມີຄວາມສະອາດ

ມີຄວາມສາມັກຄີ, ມີແບບແຜນທີ່ດີ, ມີລະບຽບວິໄນ, ມີຈັນຍາບັນ, ມີຄວາມທັນສະໄໝ, ມີຄວາມສະອາດ

ການເຂົ້າສຶກສາ
ການຄົ້ນຄວ້າ
ຫຼັກສູດການຮຽນ

ມະຫາວິທະຍາໄລແຫ່ງຊາດ.

(ມຊ) ເປັນມະຫາວິທະຍາໄລເຕັມຮູບແບບ ແຫ່ງທຳອິດ ໃນປະຫວັດສາດຂອງຊາດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 5 ພະຈິກ ປີ 1996, ຕາມດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 50/ນຍ, ລົງວັນທີ 9/6/1995; ໂດຍການໂຮມເອົາ ສະຖາບັນການສຶກສາຊັ້ນສູງເຊິ່ງຂຶ້ນກັບຫຼາຍກະຊວງເຂົ້າເປັນມະຫາວິທະຍາໄລແຫ່ງຊາດ. ບັນດາສະຖາບັນການສຶກສາດັ່ງກ່າວປະກອບດ້ວຍ 10 ສະຖາບັນຄື: ມະຫາວິທະຍາໄລສ້າງຄູວຽງຈັນ, ມະຫາວິທະຍາໄລຊັບພະຍາວິຊາ 2 ທັນວາ, ມະຫາວິທະຍາໄລວິທະຍາສາດສາທາລະນະສຸກ, ໂຮງ ຮຽນກະເສດຊັ້ນສູງນາບົງ, ໂຮງຮຽນປ່າໄມ້ຊັ້ນສູງດົງໂດກ, ໂຮງຮຽນຊົນລະປະທານຊັ້ນສູງຕາດທອງ, ໂຮງຮຽນກໍ່ສ້າງເຄຫະສະຖານຊັ້ນສູງ, ໂຮງຮຽນຄົມມະນາຄົມຊັ້ນສູງ, ໂຮງຮຽນການຊ່າງຊັ້ນສູງ ໄຟຟ້າ ເອເລັກໂຕຣນິກ ແລະສູນກຽມສ້າງຕັ້ງມະຫາວິທະຍາໄລກະສິກຳ-ປ່າໄມ້ເວີນຄຳ.
 

ການແລກປ່ຽນຮັກສຶກສາ

ມະຫາວິທະຍາໄລແຫ່ງຊາດມີການແລກປ່ຽນຮ່ວມມືກັບ ມະຫາວິທະຍາໄລຕ່າງໆ, ສະຖາບັນ ແລະ ອົງການຈັດຕັ້ງສາກົນຫຼາຍກວ່າ 31 ປະເທດ ເຊິ່ງຈຸດປະສົງຂອງການຮ່ວມມືແມ່ນເພື່ອແລກປ່ຽນທາງດ້ານວິຊາການ, ນັກສຶກສາ, ພະນັກງານ, ຄູ-ອາຈານ  ແລະເພື່ອຄົ້ນຄວ້າວິທະຍາສາດ. 

ທຶນມູນນິທິການສຶກສາ

ທຶນມູນນິທິການສຶກສາຂອງ ມະຫາວິທະຍາໄລແຫ່ງຊາດ ແມ່ນຈັດຕັ້ງຂຶ້ນເພື່ອຊ່ວຍເຫຼືອນັກສຶກສາ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ທີ່ທຸກຈົນມາຈາກທ້ອງຖິ່ນຫ່າງໄກສອກຫຼີກ,  ກໍາພ້າ,  ກໍາພອຍໃຫ້ມີໂອກາດໄດ້ຮຽນຕໍ່ໃນ     ມະຫາວິທະຍາໄລແຫ່ງຊາດ ຈົນຈົບ. ເພື່ອຊຸກຍູ້ - ສົ່ງເສີມ ນັກສຶກສາທີ່ຮຽນເກັ່ງໃຫ້ຮຽນເກັ່ງຕະຫຼອດໄປ ເພື່ອສ້າງນັກວິຊາການໃຫ້ແກ່ທ້ອງຖິ່ນຫ່າງໄກສອກຫຼີກ.
 

ຂ່າວ ແລະ ກິດຈະກຳເດັ່ນ

ຄສບ ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງຄະນະຄົບຮອບ 30 ປີ

ງານສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ ໄດ້ຈັດຂຶ້ນໃນວັນທີ 29 ຕຸລາ 2026 ທີ່ຫ້ອງປະຊຸມຂອງຄະນະ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ທ່ານ ສຈ. ປອ....

ຄະນະນຳມະຫາວິທະຍາໄລແຫ່ງຊາດ ຕ້ອນຮັບການຢ້ຽມຢາມ ແລະ ປຶກສາຫາລືຄວາມຮ່ວມມື ຈາກອະທິການບໍດີ ມະຫາວິທະຍາໄລ Kobe ປະເທດຍີ່ປຸ່ນ

ໃນວັນທີ 26 ຕຸລາ 2026, ຄະນະນຳ ມະຫາວິທະຍາໄລແຫ່ງຊາດ ນຳໂດຍທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ຕ້ອນຮັບການຢ້ຽມຢາມຂອງທ່ານ ສຈ. ດຣ. ຟູຈິຊາວະ ມາຊາໂຕະ ອະທິການບໍດີ ມະຫາວິທະຍາໄລໂກເບ (Kobe University) ປະເທດຍີ່ປຸ່ນ, ມີບັນດາທ່ານຫົວໜ້າຄະນະວິຊາ, ຫົວໜ້າຫ້ອງການ ແລະ...