ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ຮສ. ປອ. ສິນທະວອນ ດາລາວົງ ກ່າວເປີດງານວ່າ: ການຈັດງານວາງສະແດງຜົນງານໃນຄັ້ງນີ້ ມີຄວາມໝາຍ-ຄວາມສໍາຄັນຫຼາຍ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 30 ປີ (1996-2026), ເພື່ອເປັນການຫວນຄືນປະຫວັດຄວາມເປັນມາ ແລະ ມູນເຊື້ອຂອງການສ້າງຕັ້ງ ມຊ ນັບແຕ່ໄລຍະກ່ອນການສ້າງຕັ້ງ ຈົນມາເຖິງປັດຈຸບັນ, ເພື່ອໃຫ້ສັງຄົມ, ນັກຮຽນ-ນັກສຶກສາ ລວມທັງຄູ-ອາຈານໄດ້ຮັບຮູ້ ແລະ ເຂົ້າໃຈເຖິງພັດທະນາການຂອງມະຫາວິທະຍາໄລ ຕະຫຼອດໄລຍະ 3 ທົດສະວັດຜ່ານມາ. ພ້ອມນີ້, ຍັງເປັນການຮວບຮວມ ແລະ ນຳສະເໜີຜົນງານທີ່ພະນັກງານ, ຄູ-ອາຈານ ຫຼາຍຮຸ່ນໄດ້ຮ່ວມກັນສ້າງຂຶ້ນໃນຫຼາຍຂົງເຂດເຊັ່ນ: ການພັດທະນານັກຮຽນ-ນັກສຶກສາ ແລະ ຊັບພະຍາກອນມະນຸດ, ການພັດທະນາຫຼັກ ສູດການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ ຕະຫຼອດຮອດການຮ່ວມມືກັບສາກົນ ແລະ ພາກ ສ່ວນຕ່າງໆ.
ສຳລັບຜົນງານທີ່ນຳມາວາງສະແດງໃນຄັ້ງນີ້ ປະກອບມີຜົນງານຈາກ 13 ຄະນະວິຊາ ແລະ 2 ສະຖາບັນ ທີ່ຂຶ້ນກັບ ມຊ ໂດຍໄດ້ຄັດເລືອກຜົນງານທີ່ໂດດເດັ່ນ ຈາກແຕ່ລະພາກສ່ວນ ມາຈັດສະແດງໃຫ້ສັງຄົມ, ຄູ-ອາຈານ ແລະ ນັກສຶກສາໄດ້ຮັບຊົມ ພ້ອມທັງແລກປ່ຽນຄວາມຮູ້ ແລະ ປະສົບການ ລະຫວ່າງຄະນະວິຊາຕ່າງໆ. ນອກຈາກຜົນງານທົ່ວໄປແລ້ວ, ການວາງສະແດງຍັງມີຜົນງານດ້ານການຄົ້ນຄວ້າວິທະຍາສາດການຮຽນ-ການສອນ ແລະ ການພັດທະນາວິຊາຊີບດ້ານຕ່າງໆ ຊຶ່ງເປີດໂອກາດໃຫ້ນັກຮຽນລະດັບມັດທະ ຍົມ, ນັກສຶກສາຈາກສະຖາບັນອື່ນ ໄດ້ເຂົ້າມາຮຽນຮູ້, ສຶກສາຄົ້ນຄວ້າ ແລະ ແລກປ່ຽນປະສົບການຈາກຜົນງານຂອງຄູ-ອາຈານ ແລະ ບັນດາຄະນະວິຊາ. ການວາງສະແດງຜົນງານໃນຄັ້ງນີ້ ມີຄວາມແຕກຕ່າງຈາກການວາງສະແດງທົ່ວໄປ ເນື່ອງຈາກເປັນການຮວບຮວມຜົນງານໃນຮອບ 30 ປີ ນັບແຕ່ປີ 1996 ຫາ 2026 ມາຈັດສະແດງຮ່ວມກັນ ໂດຍມີເນື້ອໃນກວ້າງຂວາງ, ເລິກເຊິ່ງ ແລະ ຫຼາກຫຼາຍດ້ານ.
ໂອກາດນີ້, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ພ້ອມຄະນະຜູ້ອໍານວຍການໃຫຍ່ ມຊ ກໍໄດ້ທ່ຽວຊົມຜົນງານວາງສະແດງດັ່ງກ່າວ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ມຊ ໄດ້ຈັດກອງປະຊຸມວິທະຍາສາດ ລະດັບຊາດ ພາຍໃຕ້ຫົວຂໍ້: “ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອການພັດທະນາແບບຍືນຍົງ ແລະ ສີຂຽວ” ໃນວັນທີ 4 ພະຈິກ, ທີ່ຫ້ອງປະຊຸມຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ໂດຍການເປັນປະທານຂອງທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີທ່ານ ນາງ ວັນແສງ ຈຸນລະມະນີ ຮອງຜູ້ອໍານວຍການໃຫຍ່ມະຫາວິທະຍາໄລສ້າງຄູແຫ່ງຊາດ, ມີບັນດານັກຄົ້ນຄ້ວາ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວເຂົ້າຮ່ວມ.
ໂອກາດນີ້, ທ່ານ ຄໍາຫຼ້າ ອິນຄະວິໄລ ຮອງຫົວໜ້າຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ໄດ້ສະຫຼຸບຜົນ ງານ 30 ປີ ກ່ຽວກັບການເຄື່ອນໄຫວວຽກງານການຄົ້ນຄວ້າວິທະຍາສາດ ໂດຍຍົກໃຫ້ເຫັນຜົນສຳເລັດທີ່ພົ້ນເດັ່ນໃນໄລຍະຜ່ານມາ ເປັນຕົ້ນ ດ້ານການສົ່ງເສີມທຶນ ແລະ ໂຄງການຄົ້ນຄວ້າ ໄດ້ພິຈາລະນາ ແລະ ອະນຸ ມັດໃຫ້ດຳເນີນໂຄງການຄົ້ນຄວ້າວິທະຍາສາດໃຫ້ນັກຄົ້ນຄວ້າພາຍໃນ ມຊ 690 ໂຄງການ ດ້ວຍງົບປະ ມານລວມ 29,601,127,687 ກີບ, ມີນັກຄົ້ນຄວ້າເຂົ້າຮ່ວມດຳເນີນວຽກງານຫຼາຍກວ່າ 3,000 ທ່ານ. ນອກຈາກນັ້ນ, ຍັງສາມາດລະດົມທຶນສະໜັບສະໜູນຈາກພາຍນອກ ໂດຍສະເພາະ ຈາກສູນຄົ້ນຄວ້າອາຊີ (KFAS) ຊຶ່ງມີມູນຄ່າຫຼາຍແສນໂດລາ; ດ້ານການຕີພິມ ແລະ ເຜີຍແຜ່ຜົນງານວິຊາການ ສາມາດສົ່ງເສີມໃຫ້ມີການຕີພິມຜົນງານຄົ້ນຄວ້າລົງໃນວາລະສານວິທະຍາສາດຂອງ ມຊ ທີ່ມີເລກມາດຕະຖານສາກົນ ISSN ຈຳນວນ 1,170 ບົດ. ຕີພິມຕ່າງປະເທດມີຫຼາຍກ່ວາ 235 ສະບັບ, ວາລະສານ ມຊ ຈັດພິມ 25 ສະບັບ ແລະ ມີ 50 ISSUES ນີ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມໃນການສ້າງຜົນງານວິຊາການ, ການແລກປ່ຽນອົງຄວາມຮູ້ ແລະ ການເຜີຍແຜ່ຜົນການຄົ້ນຄວ້າສູ່ສັງຄົມວິຊາການ; ດ້ານການຈັດກອງປະຊຸມວິທະຍາສາດໄລຍະ 30 ຜ່ານມາ, ມຊ ໄດ້ຈັດກອງປະຊຸມວິທະຍາສາດລະດັບຊາດ ແລະ ລະດັບສາກົນ 36 ຄັ້ງ. ການຈັດກອງປະຊຸມວິທະຍາສາດລະດັບຊາດ ແລະ ສາກົນຢ່າງສະເລ່ຍປີລະ 1 ຄັ້ງ ເພື່ອເປັນເວທີແລກປ່ຽນຄວາມຮູ້, ນຳສະເໜີຜົນງານ ແລະ ຂະຫຍາຍການຮ່ວມມືດ້ານວິຊາການ ລະຫວ່າງພາຍໃນ ແລະ ສາກົນ. ພ້ອມນັ້ນ, ໄດ້ຍົກໃຫ້ເຫັນສິ່ງທ້າທາຍ ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ.
ໃນພິທີ, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ເປັນເຫດການສຳຄັນທາງວິຊາການທີ່ຈັດຂຶ້ນທ່າມກາງບັນຍາກາດ ແຫ່ງການສະເຫຼີມສະຫຼອງການສ້າງຕັ້ງ ມຊ ຄົບຮອບ 30 ປີ. ພ້ອມນີ້, ຍັງເປັນໂອກາດທີ່ ມຊ ໄດ້ທົບທວນຜົນງານ ແລະ ຜົນສຳເລັດຂອງວຽກງານການຄົ້ນຄວ້າວິທະຍາສາດ ຕະຫຼອດໄລຍະ 3 ທົດສະວັດທີ່ຜ່ານມາ ແລະ ຍັງເປັນເວທີສຳຄັນໃນການແລກປ່ຽນຄວາມຮູ້, ການນຳສະເໜີຜົນງານການຄົ້ນຄວ້າ, ການເຜີຍແຜ່ຜົນສຳເລັດທາງວິຊາການ ແລະ ທິດທາງການດຳເນີນການຄົ້ນຄວ້າວິທະຍາສາດ ພ້ອມທັງເປັນການສ້າງເຄືອຂ່າຍຮ່ວມມືດ້ານວິຊາການ ວິທະຍາສາດ ລະຫວ່າງບັນດາສະຖາບັນທັງພາຍໃນ ແລະ ຕ່າງປະເທດ.
ຕະຫຼອດໄລຍະ 30 ປີຜ່ານມາ, ມຊ ໄດ້ມີບົດບາດສຳຄັນໃນການພັດທະນາຊັບພະຍາກອນມະນຸດ, ສ້າງນັກວິຊາການ ແລະ ບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດໃຫ້ປະເທດຊາດ. ຄຽງຄູ່ກັບພາລະກິດດ້ານການຮຽນ-ການສອນ, ມະຫາວິທະຍາໄລ ຍັງໄດ້ສືບຕໍ່ສົ່ງເສີມວຽກງານຄົ້ນຄວ້າວິທະຍາສາດ ແລະ ການບໍລິການວິຊາການ ເພື່ອສ້າງອົງຄວາມຮູ້ໃໝ່, ຊອກຫາແນວທາງແກ້ໄຂບັນຫາ ແລະ ສະໜັບສະໜູນການພັດ ທະນາໃນດ້ານຕ່າງໆຂອງປະເທດ.
ກອງປະຊຸມໃນຄັ້ງນີ້, ມີບົດຄົ້ນຄວ້າວິທະຍາສາດ ຈຳນວນທັງໝົດ 89 ບົດ ທີ່ໄດ້ຮັບການຄັດເລືອກ ເພື່ອນຳສະເໜີໃນກອງປະຊຸມ. ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມ, ຄວາມເອົາໃຈໃສ່ ແລະ ການທຸ້ມເທເຫື່ອແຮງ ແລະ ສະຕິປັນຍາຂອງບັນດາພະນັກງານ, ຄູ-ອາຈານ ແລະ ນັກຄົ້ນຄວ້າ ແລະ ນັກວິຊາ ການ ທີ່ໄດ້ສ້າງສັນຜົນງານທາງວິຊາການ. ບົດຄົ້ນຄວ້າເຫຼົ່ານີ້ ຖືເປັນທຶນທາງປັນຍາທີ່ມີຄຸນຄ່າ ຊຶ່ງສາມາດຕໍ່ຍອດໄປສູ່ການພັດທະນາອົງຄວາມຮູ້, ການປັບປຸງວຽກງານວິຊາການ, ການສ້າງນະວັດຕະກຳ ແລະ ການແກ້ໄຂບັນຫາຕົວຈິງຂອງສັງຄົມ.
ກອງປະຊຸມໃນຄັ້ງນີ້, ເປັນການຮັບຟັງຄຳເຫັນ, ແລກປ່ຽນຄວາມຮູ້-ປະສົບການ ແລະ ເສີມຂະຫຍາຍຕໍ່ຍອດແນວຄິດທາງວິຊາການ ເພື່ອຍົກສູງຄຸນນະພາບຂອງຜົນງານໃຫ້ດີຍິ່ງຂຶ້ນ. ໃນສະພາບການພັດທະນາທີ່ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ມີບົດບາດເພີ່ມຂຶ້ນຢ່າງຕໍ່ເນື່ອງ, ມະຫາວິທະຍາໄລຈຳເປັນຕ້ອງຍົກສູງຄຸນນະພາບການຄົ້ນຄວ້າໃຫ້ມີຄວາມທັນສະໄໝ, ຕອບສະໜອງຕໍ່ບັນຫາສຳຄັນຂອງປະເທດ ແລະ ສອດຄ່ອງກັບທິດທາງການພັດທະນາແບບສີຂຽວ ແລະ ຍືນຍົງ. ດັ່ງນັ້ນ, ຂໍສະເໜີບາງທິດທາງສຳຄັນ ທີ່ຄວນໄດ້ຮັບການເອົາໃຈໃສ່ດັ່ງນີ້: ສືບຕໍ່ຍົກສູງຄຸນນະພາບ ແລະ ມາດຕະຖານຂອງການຄົ້ນຄວ້າວິທະຍາສາດ ໂດຍເນັ້ນຄວາມຖືກຕ້ອງທາງວິຊາການ, ຈັນຍາບັນໃນການຄົ້ນຄວ້າ, ການໃຊ້ຫຼັກຖານເຊີງປະຈັກຕາ ແລະ ການເຜີຍແຜ່ຜົນງານຢ່າງມີຄຸນນະພາບ; ສົ່ງເສີມການຄົ້ນຄວ້າວິທະຍາສາດແບບສະຫະສາຂາວິຊາ ແລະ ການຮ່ວມມືລະຫວ່າງຄະນະວິຊາ, ສະຖາບັນ, ພາກລັດ, ພາກເອກະຊົນ ແລະ ຄູ່ຮ່ວມມືສາກົນ ເພື່ອຂະ ຫຍາຍຂອບເຂດການຄົ້ນຄວ້າ ແລະ ເພີ່ມໂອກາດໃນການແລກປ່ຽນອົງຄວາມຮູ້; ສົ່ງເສີມການນຳຜົນການຄົ້ນຄວ້າໄປໝູນໃຊ້ໃນຕົວຈິງ ເພື່ອປັບປຸງການຜະລິດ, ພັດທະນາຜະລິດຕະພັນ, ສ້າງນະວັດຕະກຳ ແລະ ສະໜອງຂໍ້ມູນທາງວິຊາການໃຫ້ການວາງແຜນ ແລະ ກຳນົດນະໂຍບາຍຂອງພາກສ່ວນທີ່ກ່ຽວຂ້ອງ; ສືບຕໍ່ເອົາ ໃຈໃສ່ສ້າງ ແລະ ພັດທະນານັກຄົ້ນຄວ້າຮຸ່ນໃໝ່, ເພີ່ມໂອກາດໃຫ້ຄູ-ອາຈານ ແລະ ນັກສຶກສາໄດ້ເຂົ້າຮ່ວມໃນກິດຈະກຳການຄົ້ນຄວ້າວິທະຍາສາດ, ພ້ອມທັງສ້າງກົນໄກສະໜັບສະໜູນດ້ານທຶນຄົ້ນຄວ້າວິທະຍາສາດ, ອຸ ປະກອນ, ຫ້ອງທົດລອງ ແລະ ຂໍ້ມູນວິຊາການທີ່ຈຳເປັນ ແລະ ເຊື່ອໝັ້ນວ່າ ຖ້າພວກເຮົາຮ່ວມມືກັນຢ່າງໃກ້ ຊິດ ແລະ ນຳເອົາຜົນງານຄົ້ນຄວ້າໄປຕໍ່ຍອດຢ່າງເປັນຮູບປະທຳ, ການຄົ້ນຄວ້າວິທະຍາສາດ ຈະກາຍເປັນພະລັງສຳຄັນໃນການຍົກສູງຄຸນນະພາບການສຶກສາ, ສ້າງມູນຄ່າເພີ່ມໃຫ້ເສດຖະກິດ ແລະ ສົ່ງເສີມການພັດ ທະນາປະເທດຊາດໃຫ້ມີຄວາມຍືນຍົງ.
ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຄະນະນໍາ ມະຫາວິທະຍາໄລແຫ່ງຊາດ, ອະດີດຄະນະນໍາ ມະຫາວິທະຍາໄລແຫ່ງຊາດ, ມີບັນດາອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ພະນັກງານ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນ ເຂົ້າຮ່ວມ.
ໃນພິທີ, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ລາຍງານຜົນສໍາເລັດ 30 ປີ ຂອງ ມະຫາວິທະຍາໄລແຫ່ງຊາດ ໂດຍຍົກໃຫ້ເຫັນປະຫວັດຄວາມເປັນມາ, ຂະບວນການກໍ່ຕັ້ງ, ບັນດາຜົນງານ, ເສັ້ນທາງການພັດ ທະນາໃນໄລຍະ 30 ປີຜ່ານມາ ແລະ ທິດທາງການສືບຕໍ່ພັດທະນາຂອງ ມະຫາວິທະຍາໄລແຫ່ງຊາດ. ຕະຫຼອດໄລຍະ 30 ປີ ນັບແຕ່ປີ 1996 ຮອດປີ 2026, ມະຫາວິທະຍາໄລແຫ່ງຊາດ ໄດ້ຜ່ານໄລຍະຂອງການພັດທະນາດັ່ງນີ້: ໄລຍະທີໜຶ່ງ (ນັບແຕ່ປີສ້າງຕັ້ງ 1996 ຈົນເຖິງ 2015): ໃນໄລຍະນີ້, ໜ້າທີ່ຫຼັກ ແມ່ນການຂະຫຍາຍໂອກາດ ການເຂົ້າເຖິງການສຶກສາຂັ້ນສູງ ແລະ ສ້າງພື້ນຖານຊັບພະຍາກອນມະນຸດພາຍໃນປະເທດ; ໄລຍະທີສອງ: ນັບແຕ່ປີ 2016 ເຖິງປີ 2020 ມະຫາວິທະຍາໄລແຫ່ງຊາດ ໄດ້ກ້າວເຂົ້າສູ່ການຄົ້ນຄວ້າວິທະຍາສາດ ໂດຍສ້າງຂີດໝາຍໃໝ່ທີ່ບໍ່ພຽງແຕ່ເປັນບ່ອນຖ່າຍທອດຄວາມຮູ້ ແຕ່ຍັງຕ້ອງສ້າງຄວາມຮູ້ໃໝ່ໄປຄຽງຄູ່ກັນ. ໄດ້ມີການຂະຫຍາຍການສຶກສາລະດັບເໜືອປະລິນຍາຕີ, ໄດ້ເສີມຂະຫຍາຍການຄົ້ນຄວ້າວິທະຍາສາດ ແລະ ເຊື່ອມໂຍງ-ໝູນໃຊ້ຜົນການຄົ້ນຄວ້າເຂົ້າໃນການແກ້ໄຂບັນຫາຕົວຈິງຂອງຊາດ; ໄລຍະທີສາມ: ນັບແຕ່ປີ 2021ເຖິງ ປັດຈຸບັນ: ເມື່ອສະພາບການພັດທະນາເສດ ຖະກິດ-ສັງຄົມປ່ຽນແປງ, ຕະຫຼາດແຮງງານມີຄວາມຕ້ອງການໃໝ່ ແລະ ວິທະຍາການຂອງໂລກກ້າວໜ້າຢ່າງວ່ອງໄວ, ມະຫາວິທະຍາໄລແຫ່ງຊາດ ກໍຕ້ອງປັບປຸງຕົນເອງໃຫ້ທັນກັບສະພາບການ. ໃນປັດຈຸບັນ, ກຳລັງກ້າວເຂົ້າສູ່ຍຸກໃໝ່ ທີ່ມະຫາວິທະຍາໄລ ບໍ່ພຽງແຕ່ເປັນສະຖານທີ່ຮຽນ-ສອນ ແລະ ຄົ້ນຄວ້າ ແຕ່ຕ້ອງເປັນສະຖາບັນທີ່ສາມາດປ່ຽນຄວາມຮູ້ ເພື່ອສ້າງມູນຄ່າທາງດ້ານສັງຄົມ ແລະ ເສດຖະກິດ. ພ້ອມກັນນີ້, ພວກເຮົາກຳລັງມຸ່ງໜ້າສູ່ການເປັນມະຫາວິທະຍາໄລ 4.0 ທີ່ນຳໃຊ້ເຕັກໂນໂລຊີດີຈີຕອນ, ປັນຍາປະດິດ (AI) ແລະ ນະວັດຕະກຳ.
ຕະຫຼອດໄລຍະ 3 ທົດສະວັດຜ່ານມາ, ມະຫາວິທະຍາໄລແຫ່ງຊາດ ໄດ້ປະກອບສ່ວນໃຫ້ການພັດທະນາປະເທດຢ່າງຕັ້ງໜ້າ ຕາມພາລະບົດບາດຂອງຕົນ ເຮັດໃຫ້ມີຜົນງານທີ່ພົ້ນເດັ່ນໄດ້ຫຼາຍດ້ານດັ່ງນີ້: ດ້ານທີ 1: ການສ້າງຊັບພະ ຍາກອນມະນຸດ: ການພັດທະນາຊັບພະຍາກອນມະນຸດ ຖືເປັນຫົວໃຈສໍາຄັນຂອງການສ້າງຄວາມເຂັ້ມແຂງໃຫ້ ມະຫາວິທະຍາໄລແຫ່ງຊາດ. ຜົນສໍາເລັດອັນພົ້ນເດັ່ນສະແດງອອກດ້ານການຍົກລະດັບວຸດທິການສຶກສາ ແລະ ການພັດທະນາຕໍາ ແໜ່ງວິຊາການດັ່ງນີ້: ຈາກໄລຍະເລີ່ມຕົ້ນທີ່ມີພະນັກງານ-ຄູສອນສ່ວນໃຫຍ່ມີວຸດທິການສຶກສາລະດັບປະລິນ ຍາຕີ ຜ່ານການພັດທະນາຢ່າງບໍ່ຢຸດຢັ້ງ ມາຮອດປັດຈຸບັນວຸດທິປະລິນຍາເອກ ແລະ ປະລິນຍາໂທ ໄດ້ເພີ່ມ ຂຶ້ນປ່ຽນແທນໃຫ້ລະດັບປະລິນຍາຕີ. ປັດຈຸບັນມີພະນັກງານ, ຄູ-ອາຈານທັງໝົດ 1,383 ທ່ານ. ໃນນັ້ນ, ມີລະດັບປະລິນຍາຕີ 282 ທ່ານ, ປະລິຍາໂທ 859 ທ່ານ, ປະລິນຍາເອກ 208 ທ່ານ; ການພັດທະນາຕໍາ ແໜ່ງວິຊາການ: ຜົນງານການພັດທະນາບຸກຄະລາກອນ ດ້ານຕໍາແໜ່ງວິຊາການຄູຕະຫຼອດໄລຍະ 30 ປີ: ລະດັບສາດສະດາຈານ 22 ທ່ານ, ຮອງສາດສະດາຈານ 235 ທ່ານ, ອາຈານ 352 ທ່ານ, ຜູ້ຊ່ວຍອາຈານ 344 ທ່ານ. ການສ້າງຊັບພະຍາກອນມະນຸດສະໜອງໃຫ້ສັງຄົມ. ມະຫາວິທະຍາໄລແຫ່ງຊາດ ໄດ້ສ້າງຊັບພະຍາກອນມະນຸດຫຼາກຫຼາຍສາຂາ ໃນຫຼາຍລະດັບ ນັບແຕ່ລະດັບອະນຸປະລິນຍາ ຈົນເຖິງປະລິນຍາເອກ ສະໜອງໃຫ້ສັງຄົມ ກໍຄືປະເທດຊາດ ນັບແຕ່ສົກສຶກສາທໍາອິດ ຈົນເຖິງສົກສຶກສາ 2025-2026 ຊຶ່ງເປັນເວລາ 30 ປີ ມີຜູ້ສໍາເລັດການສຶກສາທັງໝົດ 142,910 ຄົນ. ຊຶ່ງຜູ້ສຳເລັດການສຶກສາດັ່ງກ່າວ ໄດ້ນຳເອົາຄວາມຮູ້, ຄວາມສາມາດ ແລະ ປະສົບການຂອງຕົນ ໄປປະກອບສ່ວນໃນການພັດທະນາປະເທດຊາດໃນຫຼາຍຂົງເຂດ, ເປັນກຳລັງສຳ ຄັນໃຫ້ພາກລັດ, ພາກທຸລະກິດ, ພາກການຜະລິດ, ພາກບໍລິການ ແລະ ຂະແໜງການຕ່າງໆ ຂອງສັງຄົມ; ດ້ານທີ 2: ການພັດທະນາຫຼັກສູດ: ແມ່ນໜຶ່ງໃນໝາກຜົນອັນພົ້ນເດັ່ນທີ່ສຸດຂອງ ມະຫາວິທະຍາໄລແຫ່ງຊາດ ໃນຕະຫຼອດໄລຍະສາມທົດສະວັດ ຈາກຈຸດເລີ່ມຕົ້ນທີ່ມີພຽງຫຼັກສູດປະລິນຍາຕີ ແລະ ອະນຸປະລິນຍາ, ມະຫາວິທະຍາໄລແຫ່ງຊາດ ໄດ້ມີການພັດທະນາຫຼັກ ສູດຢ່າງບໍ່ຢຸດຢັ້ງ ຊຶ່ງມີຫຼາຍລະດັບ ແຕ່ຫຼັກສູດອະນຸປະລິນຍາ ຈົນຮອດຫຼັກສູດປະລິນຍາເອກ. ປັດຈຸບັນມີຫຼັກສູດປະລິນຍາຕີ, ປະລິນຍາໂທ ແລະ ປະລິຍາເອກ ລວມທັງໝົດ 265 ຫຼັກສູດ; ດ້ານທີ 3: ການຄົ້ນ ຄວ້າວິທະຍາສາດ ຖືເປັນຕົວຊີ້ວັດທີ່ສໍາຄັນທີ່ສຸດໃນການຫັນປ່ຽນ ມະຫາວິທະຍາໄລແຫ່ງຊາດ ຈາກສະຖາບັນທີ່ເນັ້ນການສອນພຽງຢ່າງດຽວໄປສູ່ການເປັນ "ມະຫາວິທະຍາໄລແຫ່ງການຄົ້ນຄວ້າ" ຕາມທີ່ກໍານົດໄວ້ໃນພັນທະກິດຂອງ ມະຫາວິທະຍາໄລແຫ່ງຊາດ. ຕະຫຼອດໄລຍະ 3 ທົດສະວັດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຕີພິມເຜີຍແຜ່ບົດຄົ້ນຄວ້າ-ບົດຄວາມທາງວິຊາການຫຼາຍກວ່າ 1,000 ບົດ ແລະ ມີການອ້າງອີງຫຼາຍກວ່າ 15,500 ຄັ້ງ; ດ້ານທີ 4: ການສ້າງນະວັດຕະກໍາ ຊຶ່ງຖືເປັນໝາກຜົນຂັ້ນສູງສຸດຂອງການພັດທະນາວິຊາການ ກໍຄື ການຄົ້ນຄວ້າ. ຊຶ່ງ ມະຫາວິທະຍາໄລແຫ່ງຊາດ ໄດ້ມີນະໂຍບາຍສົ່ງເສີມມາຕະຫຼອດ ນັບແຕ່ຊຸມປີ 2010 ເປັນຕົ້ນມາ ສາມມາດຄົ້ນຄວ້ານະວັດຕະກຳໃໝ່ໄດ້ຫຼາຍກ່ວາ 30 ລາຍການ; ດ້ານທີ 5: ການຮ່ວມມືກັບພາກພື້ນ ແລະ ສາກົນ: ມະຫາວິທະຍາໄລແຫ່ງຊາດ ໄດ້ມຸ່ງຂະຫຍາຍການແລກປ່ຽນທາງວິຊາການ, ການພັດ ທະນາຫຼັກສູດ, ການຍົກລະດັບຄູ-ອາຈານ ແລະ ການສ້າງເຄືອຂ່າຍກັບສະຖາບັນຄູ່ຮ່ວມມື. ຕະຫຼອດໄລຍະເວລາ 30 ປີ ມີການເຊັນສັນຍາການຮ່ວມມືກັບບັນດາມະຫາວິທະຍາໄລ ແລະ ສະຖາບັນຕ່າງໆ 360 ສັນ ຍາ.
ໃນໂອກາດນີ້, ໄດ້ມີພິທີມອບ-ຮັບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີເດັ່ນຕະຫຼອດ 30 ປີ ຂອງ ມະຫາວິທະຍາໄລແຫ່ງຊາດ 1,594 ທ່ານ; ມອບໃບຍ້ອງຍໍ ພ້ອມໂລ້ລາງວັນ ໃຫ້ນັກຄົ້ນຄວ້າວິທະຍາສາດດີເດັ່ນ 36 ທ່ານ. ໃຫ້ກຽດມອບໃບຍ້ອງຍໍໂດຍທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ແລະ ໃຫ້ກຽດມອບໃບຍ້ອງຍໍ ພ້ອມໂລ້ລາງວັນໂດຍ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ອີກດ້ວຍ.
ໃນຕອນບ່າຍຂອງວັນທີ 29 ຕຸລາ 2026, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳແຂ່ງຂັນ “ຖາມ-ຕອບວິທະຍາສາດ” ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ ຂຶ້ນທີ່ສະໂມສອນສະຖາບັນຂົງຈື. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ, ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ຈາກຄະນະວິຊາ ແລະ ສະຖາບັນຕ່າງໆ ພາຍໃນ ມຊ ເຂົ້າຮ່ວມ.
ການແຂ່ງຂັນຄັ້ງນີ້ ມີຈຸດປະສົງເພື່ອສົ່ງເສີມຄວາມຮູ້ດ້ານວິທະຍາສາດ, ພັດທະນາທັກສະການຄິດ, ການວິເຄາະ, ການຕັດສິນໃຈ ແລະ ການເຮັດວຽກເປັນທີມຂອງນັກສຶກສາ. ໂດຍມີທັງໝົດ 14 ທີມ ຈາກ 13 ຄະນະວິຊາ ແລະ 1 ສະຖາບັນ ເຂົ້າຮ່ວມແຂ່ງຂັນ. ຮູບແບບການແຂ່ງຂັນແມ່ນການຖາມ-ຕອບ ຜ່ານລະບົບອອນລາຍ Kahoot ໂດຍແບ່ງອອກເປັນ 2 ສາຍ ຄື: ສາຍ A ແລະ ສາຍ B (ສາຍລະ 7 ທີມ) ເພື່ອຄັດເລືອກເອົາທີມທີ່ມີຄະແນນສູງສຸດເຂົ້າສູ່ຮອບຊິງຊະນະເລີດ.
ຜ່ານການແຂ່ງຂັນ ຜົນປະກົດວ່າ: ລາງວັນຊະນະເລີດ (ອັນດັບ 1): ໄດ້ແກ່ ນັກສຶກສາຈາກ ສະຖາບັນຂົງຈື, ລາງວັນຮອງຊະນະເລີດ (ອັນດັບ 2): ໄດ້ແກ່ ນັກສຶກສາຈາກ ຄະນະນິຕິສາດ ແລະ ລັດຖະສາດ, ລາງວັນ (ອັນດັບ 3): ໄດ້ແກ່ ນັກສຶກສາຈາກ ຄະນະສະຖາປັດຕະຍະກຳສາດ.
ຜົນສຳເລັດຂອງການຈັດກິດຈະກຳໃນຄັ້ງນີ້ ຈະເປັນແຮງບັນດານໃຈໃຫ້ແກ່ນັກສຶກສາຄົນອື່ນໆ ໃນການຕັ້ງໃຈຮ່ຳຮຽນ, ຄົ້ນຄວ້າ, ພັດທະນາຄວາມຮູ້ຄວາມສາມາດ ແລະ ກ້າສະແດງອອກໃນເວທີວິຊາການຕ່າງໆ ເພື່ອສ້າງຜົນງານອັນດີເດັ່ນໃຫ້ແກ່ຕົນເອງ ແລະ ສະຖາບັນໃນຕໍ່ໜ້າ.
ໃນວັນທີ 30 ຕຸລາ 2026 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເປີດ-ປິດ ງານແຂ່ງຂັນກິລານັກສຶກສາທົ່ວ ມະຫາວິທະຍາໄລແຫ່ງຊາດ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ ຂຶ້ນຢ່າງເປັນທາງການ ຢູ່ສະໜາມກິລາກາງ ມະຫາວິທະຍາໄລແຫ່ງຊາດ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ, ຮອງຜູ້ອຳນວຍການໃຫຍ່ ມຊ ແລະ ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ, ຮອງຜູ້ອຳນວຍການໃຫຍ່ ມຊ, ພ້ອມດ້ວຍບັນດາຫົວໜ້າ, ຮອງຫົວໜ້າຄະນະວິຊາ, ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະ ນັກກິລາ ເຂົ້າຮ່ວມຢ່າງຟົດຟື້ນ.
ໃນພິທີ, ທ່ານ ເປີ້ນ ອິນທະໝໍ, ຮອງຫົວໜ້າຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ, ທັງເປັນຮອງປະທານຈັດງານແຂ່ງຂັນກິລານັກສຶກສາທົ່ວ ມຊ ໄດ້ຂຶ້ນລາຍງານຜົນການຈັດງານແຂ່ງຂັນ. ທ່ານໃຫ້ຮູ້ວ່າ: ການຈັດງານແຂ່ງຂັນກິລານັກສຶກສາທົ່ວ ມະຫາວິທະຍາໄລແຫ່ງຊາດ ແມ່ນໜຶ່ງໃນກິດຈະກຳທີ່ນອນຢູ່ໃນແຜນການຮຽນ-ການສອນ ຂອງ ມຊ ແລະ ເພື່ອປະຕິບັດຕາມ 5 ຫຼັກມູນການສຶກສາຂອງ ກະຊວງສຶກສາທິການ ແລະ ກິລາ. ທັງນີ້ ກໍເພື່ອເປັນການເສີມສ້າງສຸຂະພາບຮ່າງກາຍໃຫ້ແຂງແຮງ, ສ້າງເວທີສະແດງຄວາມສາມາດທາງດ້ານກິລາ ແລະ ເສີມສ້າງຄວາມສາມັກຄີລະຫວ່າງນັກສຶກສາດ້ວຍກັນ.
ການແຂ່ງຂັນກິລາໃນປີນີ້ ມີທັງໝົດ 4 ປະເພດກິລາ ຄື: ບານເຕະ (ຍິງ-ຊາຍ), ບານສົ່ງໃນຮົ່ມ (ຍິງ-ຊາຍ), ກະຕໍ້ຫວາຍ (ຍິງ-ຊາຍ) ແລະ ເປຕັງ (ທີມຍິງ, ທີມຊາຍ, ທີມປະສົມ), ເຊິ່ງໄດ້ເລີ່ມການແຂ່ງຂັນມາແຕ່ວັນທີ 9 ຫາ 30 ຕຸລາ 2026. ຜ່ານການແຂ່ງຂັນ, ຜົນປະກົດວ່າ:
• ກິລາບານເຕະ ຊາຍ:
1. ອັນດັບ 1 (ຊະນະເລີດ): ຄະນະວິສະວະກຳສາດ
2. ອັນດັບ 2 (ຮອງຊະນະເລີດ): ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
3. ອັນດັບ 3 (ຮ່ວມ): ຄະນະອັກສອນສາດ ແລະ ຄະນະວິທະຍາສາດສັງຄົມ
• ກິລາບານເຕະ ຍິງ:
1. ອັນດັບ 1 (ຊະນະເລີດ): ຄະນະອັກສອນສາດ
2. ອັນດັບ 2 (ຮອງຊະນະເລີດ): ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
3. ອັນດັບ 3: ຄະນະນິຕິສາດ ແລະ ລັດຖະສາດ
• ກິລາບານສົ່ງໃນຮົ່ມ ຊາຍ:
1. ອັນດັບ 1 (ຊະນະເລີດ): ຄະນະວິສະວະກຳສາດ
2. ອັນດັບ 2 (ຮອງຊະນະເລີດ): ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
3. ອັນດັບ 3 (ຮ່ວມ): ຄະນະອັກສອນສາດ ແລະ ຄະນະສະຖາປັດຕະຍະກຳສາດ
• ກິລາບານສົ່ງໃນຮົ່ມ ຍິງ:
1. ອັນດັບ 1 (ຊະນະເລີດ): ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
2. ອັນດັບ 2 (ຮອງຊະນະເລີດ): ຄະນະອັກສອນສາດ
3. ອັນດັບ 3 (ຮ່ວມ): ຄະນະວິທະຍາສາດສັງຄົມ ແລະ ຄະນະວິສະວະກຳສາດ
• ກິລາກະຕໍ້ຫວາຍ ຊາຍ:
1. ອັນດັບ 1 (ຊະນະເລີດ): ຄະນະວິທະຍາສາດການກິລາ-ກາຍະກຳ
2. ອັນດັບ 2 (ຮອງຊະນະເລີດ): ຄະນະອັກສອນສາດ
3. ອັນດັບ 3 (ຮ່ວມ): ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ຄະນະນິຕິສາດ ແລະ ລັດຖະສາດ
• ກິລາກະຕໍ້ຫວາຍ ຍິງ:
1. ອັນດັບ 1 (ຊະນະເລີດ): ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
2. ອັນດັບ 2 (ຮອງຊະນະເລີດ): ຄະນະອັກສອນສາດ
3. ອັນດັບ 3 (ຮ່ວມ): ຄະນະວິທະຍາສາດການກິລາ-ກາຍະກຳ ແລະ ຄະນະສຶກສາສາດ
• ກິລາເປຕັງ ທີມຊາຍ:
1. ອັນດັບ 1 (ຊະນະເລີດ): ຄະນະວິທະຍາສາດສັງຄົມ
2. ອັນດັບ 2 (ຮອງຊະນະເລີດ): ຄະນະວິສະວະກຳສາດ
3. ອັນດັບ 3 (ຮ່ວມ): ຄະນະວິທະຍາສາດສິ່ງແວດລ້ອມ ແລະ ຄະນະກະເສດສາດ
• ກິລາເປຕັງ ທີມຍິງ:
1. ອັນດັບ 1 (ຊະນະເລີດ): ຄະນະວິທະຍາສາດສິ່ງແວດລ້ອມ
2. ອັນດັບ 2 (ຮອງຊະນະເລີດ): ຄະນະວິທະຍາສາດທຳມະຊາດ
3. ອັນດັບ 3 (ຮ່ວມ): ຄະນະວິທະຍາສາດການກິລາ-ກາຍະກຳ ແລະ ຄະນະສຶກສາສາດ
• ກິລາເປຕັງ ທີມປະສົມ:
1. ອັນດັບ 1 (ຊະນະເລີດ): ຄະນະວິທະຍາສາດທຳມະຊາດ
2. ອັນດັບ 2 (ຮອງຊະນະເລີດ): ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
3. ອັນດັບ 3 (ຮ່ວມ): ຄະນະອັກສອນສາດ ແລະ ຄະນະວິທະຍາສາດປ່າໄມ້
ໃນຕອນທ້າຍຂອງພິທີ, ໄດ້ມີການມອບລາງວັນໃຫ້ກັບບັນດາທີມນັກກິລາ ໂດຍໃຫ້ກຽດມອບລາງວັນໂດຍ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ, ຮອງຜູ້ອຳນວຍການໃຫຍ່ ມຊ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ຄົບຮອບ 30 ປີຄືແຕ່ວັນທີ 5 ພະຈິກ 1996- 5 ພະຈິກ 2026 ເພື່ອເປັນສິລິມຸງຄຸນ, ຄວາມຮົ່ມເຢັນເປັນສຸກໃຫ້ແກ່ ມຊ, ພະນັກງານ, ອາຈານ ແລະ ນັກສຶກສາ ທັງເປັນການສືບສານຮີດຄອງປະເພນີອັນດີງາມຂອງຊາດ. ສະນັ້ນ ມຊ ຈຶ່ງໄດ້ຈັດພິທີມະຫາມຸງຄຸນ 30 ປີ ມຊ ຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຮສ.ປອ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ,ມີການນຳ, ອະດີດການນຳ ມຊ ພະນັກງານ, ອາຈານ, ນັກສຶກສາ ພ້ອມດ້ວຍພໍ່ແມ່ປະຊາຊົນທັງໃກ້ ແລະ ໄກ ຮ່ວມເຮັດບຸນນຳ.
ໃນພິທີອັນເປັນສິລິມຸງຄຸນນີ້ ປະກອບມີພິທີທາງສາສະໜາ ແລະ ຮີດຄອງປະເພນີ ເປັນຕົ້ນ ການຕັ້ງກອງບຸນ, ພິທີສູດຮູບປັ້ນຫຼໍ່ເໝືອນປະທານ ໄກສອນ ພົມວິຫານ ແລະ ພິທີໃສ່ບາດຖວາຍສັງຂະທານ ຄື ກອງທີ 1 ສັດທາຂອງ ມຊ ອຸທິດໃຫ້ດວງວິນຍານຂອງປະທານ ໄກສອນ ພົມວິຫານ; ກອງທີ 2 ສັດທາຂອງຄອບຄົວພົມວິຫານອຸທິດໃຫ້ດວງວິນຍານຂອງປະທານ ໄກສອນ ພົມວິຫານ; ກອງທີ 3 ສັດທາຂອງ ມຊ ອຸທິດໃຫ້ພະພູມເຈົ້າທີ່ ທີ່ຮັກສາຄຸ້ມຄອງທີ່ດິນຂອງ ມຊ. ພິທີດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 1 ພະຈິກ 2026 ກົງກັບມື້ແຮມ 6 ຄໍ່າ ເດືອນ 11 ລາວ ພສ 2569 ຊຶ່ງເປັນມື້ຫ້າງຫາກະກຽມ, ມີພິທີສູດປະລິຕະມຸງຄຸນ ສູດຮູບປັ້ນຫຼໍ່ເໝືອນປະທານ ໄກສອນ ພົມວິຫານ ແລະ ມີການຄົບງັນຕາມຮີດຄອງປະເພນີຕະຫຼອດຄືນ ແລະ ໃນຕອນເຊົ້າວັນທີ 2 ພະຈິກ 2026 ກົງກັບມື້ແຮມ 7 ຄໍ່າ ເດືອນ 11 ,ມີພິທີໃສ່ບາດຖວາຍສັງຄະທານ ແດ່ພະສົງ 9 ອົງ ເປັນອັນວ່າຈົບພິທີ.