ມີຄວາມສາມັກຄີ, ມີແບບແຜນທີ່ດີ, ມີລະບຽບວິໄນ, ມີຈັນຍາບັນ, ມີຄວາມທັນສະໄໝ, ມີຄວາມສະອາດ

ມີຄວາມສາມັກຄີ, ມີແບບແຜນທີ່ດີ, ມີລະບຽບວິໄນ, ມີຈັນຍາບັນ, ມີຄວາມທັນສະໄໝ, ມີຄວາມສະອາດ

ການເຂົ້າສຶກສາ
ການຄົ້ນຄວ້າ
ຫຼັກສູດການຮຽນ

ມະຫາວິທະຍາໄລແຫ່ງຊາດ.

(ມຊ) ເປັນມະຫາວິທະຍາໄລເຕັມຮູບແບບ ແຫ່ງທຳອິດ ໃນປະຫວັດສາດຂອງຊາດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 5 ພະຈິກ ປີ 1996, ຕາມດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 50/ນຍ, ລົງວັນທີ 9/6/1995; ໂດຍການໂຮມເອົາ ສະຖາບັນການສຶກສາຊັ້ນສູງເຊິ່ງຂຶ້ນກັບຫຼາຍກະຊວງເຂົ້າເປັນມະຫາວິທະຍາໄລແຫ່ງຊາດ. ບັນດາສະຖາບັນການສຶກສາດັ່ງກ່າວປະກອບດ້ວຍ 10 ສະຖາບັນຄື: ມະຫາວິທະຍາໄລສ້າງຄູວຽງຈັນ, ມະຫາວິທະຍາໄລຊັບພະຍາວິຊາ 2 ທັນວາ, ມະຫາວິທະຍາໄລວິທະຍາສາດສາທາລະນະສຸກ, ໂຮງ ຮຽນກະເສດຊັ້ນສູງນາບົງ, ໂຮງຮຽນປ່າໄມ້ຊັ້ນສູງດົງໂດກ, ໂຮງຮຽນຊົນລະປະທານຊັ້ນສູງຕາດທອງ, ໂຮງຮຽນກໍ່ສ້າງເຄຫະສະຖານຊັ້ນສູງ, ໂຮງຮຽນຄົມມະນາຄົມຊັ້ນສູງ, ໂຮງຮຽນການຊ່າງຊັ້ນສູງ ໄຟຟ້າ ເອເລັກໂຕຣນິກ ແລະສູນກຽມສ້າງຕັ້ງມະຫາວິທະຍາໄລກະສິກຳ-ປ່າໄມ້ເວີນຄຳ.
 

ການແລກປ່ຽນຮັກສຶກສາ

ມະຫາວິທະຍາໄລແຫ່ງຊາດມີການແລກປ່ຽນຮ່ວມມືກັບ ມະຫາວິທະຍາໄລຕ່າງໆ, ສະຖາບັນ ແລະ ອົງການຈັດຕັ້ງສາກົນຫຼາຍກວ່າ 31 ປະເທດ ເຊິ່ງຈຸດປະສົງຂອງການຮ່ວມມືແມ່ນເພື່ອແລກປ່ຽນທາງດ້ານວິຊາການ, ນັກສຶກສາ, ພະນັກງານ, ຄູ-ອາຈານ  ແລະເພື່ອຄົ້ນຄວ້າວິທະຍາສາດ. 

ທຶນມູນນິທິການສຶກສາ

ທຶນມູນນິທິການສຶກສາຂອງ ມະຫາວິທະຍາໄລແຫ່ງຊາດ ແມ່ນຈັດຕັ້ງຂຶ້ນເພື່ອຊ່ວຍເຫຼືອນັກສຶກສາ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ທີ່ທຸກຈົນມາຈາກທ້ອງຖິ່ນຫ່າງໄກສອກຫຼີກ,  ກໍາພ້າ,  ກໍາພອຍໃຫ້ມີໂອກາດໄດ້ຮຽນຕໍ່ໃນ     ມະຫາວິທະຍາໄລແຫ່ງຊາດ ຈົນຈົບ. ເພື່ອຊຸກຍູ້ - ສົ່ງເສີມ ນັກສຶກສາທີ່ຮຽນເກັ່ງໃຫ້ຮຽນເກັ່ງຕະຫຼອດໄປ ເພື່ອສ້າງນັກວິຊາການໃຫ້ແກ່ທ້ອງຖິ່ນຫ່າງໄກສອກຫຼີກ.
 

ຂ່າວ ແລະ ກິດຈະກຳເດັ່ນ

ມຊ ຈັດພິທີມອບ-ຮັບຕຳແໜ່ງວິຊາການຄູ ບໍ່ປະຈຳ ແລະ ປະລິນຍາເອກກິດຕິມະສັກ ປະຈຳປີ 2026 ຢ່າງສົມກຽດ

ເພື່ອເປັນການສະແດງເຖິງຄວາມຮູ້ບຸນຄຸນ ແລະຈາລຶກ ຕໍ່ຜົນງານ ແລະ ຄຸນງາມຄວາມດີ ຂອງການນໍາຂັ້ນສູງ, ອະດີດການນໍາ ໃນການພັດທະນາປະເທດຊາດ ແລະ ຜູ້ທີ່ມີຜົນງານອັນດີຕໍ່ປະເທດຊາດ ແລະປະຊາຊົນ ໃນວັນທີ 04 ກັນຍາ 2026, ຢູ່ທີ່ສະໂມສອນ ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ມີພິທີມອບ-ຮັບຕຳແໜ່ງວິຊາການຄູບໍ່ປະຈຳ...

ມຊ ຕ້ອນຮັບຄະນະຜູ້ແທນອົງການ JICA

ໃນວັນທີ 1 ກັນຍາ 2026 ຜ່ານມານີ້, ທີ່ຫ້ອງຮັບແຂກ VIP ສຳນັກງານຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ນຳໂດຍ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່, ຫົວໜ້າຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ, ຫົວໜ້າຄະນະວິຊາທີ່ກ່ຽວ ແລະພະນັກງານທີ່ກ່ຽວຂ້ອງ...