- ເພື່ອສ້າງນັກວິຊາການໃນລະດັບປະລິນຍາຕີໃຫ້ມີຄວາມຮູ້, ຄວາມສາມາດ, ມີປະສົບການ ແລະ ມີຄວາມຊ່ຽວຊານຢ່າງໜັກແໜ້ນທາງດ້ານຄະນິດສາດ ພ້ອມທັງໃຫ້ຜູ້ຮຽນໄດ້ລົງເລິກກ່ຽວກັບການນໍາໃຊ້ຄະນິດສາດເຂົ້າໃນຂົງເຂດຕ່າງໆ;
- ເພື່ອສ້າງນັກວິຊາການທາງດ້ານຄະນິດສາດໃນລະດັບປະລິນຍາຕີໃຫ້ມີຄວາມສາດ, ມີທັກສະ, ມີຫົວຄິດປະດິດສ້າງ ແລະ ສາມາດນໍາໃຊ້ຄະນິດສາດເຂົ້າໃນການວິເຄາະບັນຫາ ແລະ ການແກ້ບັນຫາທາງດ້ານເສດຖະກິດ-ສັງຄົມ ແລະ ການປະກອບອາຊີບຢ່າງມີປະສິດທິຜົນ;
- ເພື່ອໃຫ້ຜູ້ຮຽນຈົບສາຂານີ້ສາມາດພັດທະນາຕົນເອງ ແລະ ສຶກສາຕໍ່ໃນລະດັບທີ່ສູງຂຶ້ນ ພ້ອມທັງສາມາດເຮັດການສຶກສາຄົ້ນຄວ້າວິທະຍາສາດທາງດ້ານຄະນິດສາດ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ ແລະ ສັງຄົມໃນປັດຈຸບັນ;
ເພື່ອສ້າງໃຫ້ນັກສຶກສາມີຄວາມຊື່ສັດຕໍ່ຕົນເອງ ແລະ ຜູ້ອື່ນ, ມີຄວາມເປັນເອກະລາດໃນການຄົ້ນຄິດ, ມີຫົວຄິດປະດິດສ້າງ, ມີພາວະການເປັນຜູ້ນໍາ ແລະ ສາມາດເຮັດວຽກເປັນທີມງານ, ມີແບບແຜນດໍາລົງຊີວິດທີ່ຖືກຕ້ອງ, ມີທັດສະນະການເມືອງໜັກແໜ້ນ, ມີແນວຄິດຮັກຊາດ, ຮັກລະບອບໃໝ່, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ແລະ ຮູ້ຮັກສາວັດທະນາທໍາອັນຈົບງາມຂອງຊາດ ມີແນວຄິດຮັກສາສິ່ງແວດລ້ອມ.