ດ້ານຄວາມຮູ້:
- ອະທິບາຍຫລັກການເສດຖະສາດ ແລະ ການຄຸ້ມຄອງໄດ້ຢ່າງເໝາະສົມ ແລະ ສອດຄ່ອງກັບສະພາບເສດຖະກິດສັງຄົມ.
- ໄຈ້ແຍກບັນຫາ ແລະ ສິ່ງທ້າທາຍຂອງການຄຸ້ມຄອງເສດຖະກິດສັງຄົມຂອງປະເທດ ແລະ ສາກົນໄດ້ຢ່າງເໝາະສົມ.
ດ້ານການນໍາໃຊ້:
- ນໍາໃຊ້ທິດສະດີເສດຖະສາດ, ວິທະຍາສາດການເມືອງ ແລະ ການຄຸ້ມຄອງ ເຂົ້າໃນວຽກງານການພັດທະນາເສດຖະກິດສັງຄົມ ໃນລະດັບຈຸລະພາກ ແລະ ມະຫາພາກໄດ້ຢ່າງຄ່ອງແຄ່ວ.
- ປະເມີນຜົນກະທົບ ແລະ ຄວາມມີປະສິດທິພາບຂອງນະໂຍບາຍການຄຸ້ມຄອງເສດຖະກິດ ແລະ ທຸລະກິດ ທັງໃນໄລຍະສັ້ນ ແລະ ໄລຍະຍາວຂອງປະເທດ.
- ວາງແຜນການຄຸ້ມຄອງເສດຖະກິດສັງຄົມ ແລະ ທຸລະກິດ ໄດ້ຢ່າງເໝາະສົມ ແລະ ສອດຄ່ອງກັບການປ່ຽນແປງຂອງສະພາບແວດລ້ອມເສດຖະກິດສາກົນ.
ດ້ານທັກສະ:
- ຜັນຂະຫຍາຍທັກສະ ແລະ ຫລັກການຮຽນຮູ້ຕະຫລອດຊີວິດ ເຂົ້າໃນການດໍາລົງຊີວິດ ແລະ ການປະຕິບັດໜ້າທີ່ວຽກງານ.
- ໃຫ້ຄໍາປຶກສາກ່ຽວກັບວຽກງານການຄຸ້ມຄອງເສດຖະກິດ ແລະ ທຸລະກິດ ບົນພື້ນຖານຫລັກການຈັນຍາບັນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ສັງຄົມ.
- ນໍາໃຊ້ທັກສະຄວາມເປັນຜູ່ນໍາ ແລະ ການເຮັດວຽກເປັນໝູ່ຄະນະ ເຂົ້າໃນການປະຕິບັດວຽກງານ, ການແກ້ໄຂບັນຫາຕົວຈິງຢ່າງມີປະສິດທິພາບ.
- ນໍາໃຊ້ທັກສະທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ພາສາຕ່າງປະເທດ ເຂົ້າໃນການເຮັດວຽກຂົງເຂດການຄຸ້ມຄອງເສດຖະກິດສັງຄົມຕົວຈິງໄດ້ຢ່າງມືອາຊີບ.
ອາຊີບທີ່ສາມາດປະກອບໄດ້ພາຍຫຼັງສໍາເລັດການສຶກສາ
- ນັກວິຊາການ: ຄູອາຈານສອນຢູ່ໃນລະດັບມະຫາວິທະຍາໄລ ແລະ ວິທະຍາໄລ, ນັກຄົ້ນຄວ້າໃຫ້ກັບສະຖາບັນວິໄຈ ແລະ ນັກວິຊາການສະເພາະດ້ານ.
- ພະນັກງານລັດຖະກອນ: ລັດຖະກອນສຳຫລັບໜ່ວຍງານພາກລັດເປັນຕົ້ນແມ່ນກະຊວງການເງິນ, ທະນາຄານກາງ, ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງພະລັງງານ ແລະ ບໍ່ແຮ່ ໃນລະດັບສູນກາງ ແລະ ໃນລະດັບທ້ອງຖິ່ນ.
- ພະນັກງານອົງການຈັດຕັ້ງສາກົນ: ເປັນພະນັກງານບໍລິຫານຜູ່ປະສານງານດ້ານເສດຖະກິດ ແລະ ທຸລະກິດ ໃຫ້ກັບອົງການຈັດຕັ້ງສາກົນ ລວມທັງສາມາດເຮັດໜ້າທີ່ເປັນພະນັກງານວິຊາການໃຫ້ກັບອົງການຈັດຕັ້ງດັ່ງກ່າວໃນການພັດທະນາ ແລະ ການຄຸ້ມຄອງເສດຖະກິດໃນລະດັບຈຸລະພາກ ແລະ ມະຫາພາກ.
- ພະນັກງານພາກເອກະຊົນ: ເປັນຜູ່ປະກອບການໃນຂົງເຂດຂະແໜງເສດຖະກິດ, ການຄ້າ, ການລົງທຶນ ແລະ ທຸລະກິດ. ສາມາດເປັນພະນັກງານບໍລິຫານ ແລະ ວິຊາການໃນພາກເອກະຊົນ.