ພາລະບົດບາດ

          ຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ຂຽນຫຍໍ້ວ່າ ” ຫສພ”, ຂຽນເປັນພາສາອັງກິດ” Office of Cabinet and International Cooperation ” ຂຽນຫຍໍ້ວ່າ ” OCIC ” ເປັນກົງຈັກບໍລິຫານ ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງມະຫາວິທະຍາໄລແຫ່ງຊາດ ມີພາລະບົດບາດເປັນເສນາ ໃຫ້ແກ່ ມະຫາວິທະຍາໄລແຫ່ງຊາດ ໃນການຈັດຕັ້ງປະຕິບັດວຽກງານບໍລິຫານ ແລະ ປະຊາສຳພັນ, ວຽກງານເລາຂນຸການ ແລະ ພິທີການ, ຮ່ວມມືກັບຕ່າງປະເທດ, ວຽກງານຄຸ້ມຄອງເຄຫາສະຖານ ແລະ ວຽກງານຄຸ້ມຄອງຊັບສິນ ແລະ ສະໜອງວັດຖຸ.


ຄະນະຫ້ອງການ

  1. ທ່ານ ຮສ. ປອ. ບຸນທອນ ສຸຂະວົງ                     (ຫົວໜ້າຫ້ອງການ) 
  2. ທ່ານ ປອ. ນາງ ໃບສີ ວາເນັ່ງຈື                         (ຮອງຫົວໜ້າຫ້ອງການ)
  3. ທ່ານ ອຳເຄັງ ເພັງລາສີ                                   (ຮອງຫົວໜ້າຫ້ອງການ)
  4. ທ່ານ ສູນທະລີ ບົວສີສະຫວັດ                           (ຮອງຫົວໜ້າຫ້ອງການ)


ພະແນກ

ຫ້ອງການ ມະຫາວິທະຍາໄລແຫ່ງຊາດ ມີ 5 ພະແນກ ແລະ 1 ສູນຄື :

  1. ພະແນກບໍລິຫານ ແລະ ປະຊາສຳພັນ;
  2. ພະແນກເລຂານຸການ ແລະ ພິທີການ;
  3. ພະແນກຮ່ວມມືກັບຕ່າງປະເທດ;
  4. ພະແນກຄຸ້ມຄອງເຄຫາສະຖານ;
  5. ພະແນກຄຸ້ມຄອງຊັບສິນ ແລະ ສະໜອງວັດຖຸ;

ສູນທີ່ຂຶ້ນກັບຫ້ອງການມີ:

     1. ສູນຄົ້ນຄວ້າອາຊີ


ຂໍ້ມູນຕິດຕໍ່ ຫ້ອງການ:

      ຕຶກສຳນັກງານອະທິການບໍດີ

      Tel: 021 770 070