ໃນວັນທີ 30 ກັນຍາ 2026, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂັ້ນຫົວໜ້າພະແນກຂອງ 4 ຫ້ອງການ (ຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ, ຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ, ຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ແລະ ຫ້ອງການແຜນການ ແລະການເງິນ) ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ມີບັນດາທ່ານ ຫົວໜ້າສະຖາບັນ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ຫົວໜ້າຫໍສະໝຸດກາງ, ຫົວໜ້າສູນ, ຫົວໜ້າໂຮງໝໍ ວິທະຍາເຂດດົງໂດກ, ຫົວໜ້າພະແນກ ແລະພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.
ໃນພິທີ, ທ່ານ ປອ. ຊາຍຄຳ ວັນນະໄຊ ຫົວໜ້າຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງສຶກສາທິການ ແລະກີລາ ສະບັບເລກທີ 6669/ສສກ ລົງວັນທີ 15 ກັນຍາ 2026, ວ່າດ້ວຍການແຕ່ງຕັ້ງພະນັກງານງານດຳລົງຕຳແໜ່ງບໍລິຫານຂອງຫ້ອງການສັງລວມ ແລະ ພົວພັນຕ່າງປະເທດ ໂດຍແຕ່ງຕັ້ງ ທ່ານ ພູວຽງ ແສນສົມບັດ ເປັນຫົວໜ້າພະແນກບໍລິຫານ ແລະ ປະຊາສຳພັນ, ແຕ່ງຕັ້ງ ທ່ານ ປອ. ໄຊສີ ລິນພິທຳ ເປັນຫົວໜ້າພະແນກກອງເລຂາຄະນະນຳ, ແຕ່ງຕັ້ງ ທ່ານ ບຸນຊ່ວງ ປັນຍາທອງ ເປັນຫົວໜ້າພະແນກຮ່ວມມືສາກົນ, ແຕ່ງຕັ້ງ ທ່ານ ວັນປະເສີດ ໄຊຊະນະວົງ ເປັນຫົວໜ້າພະແນກເຄຫະສະຖານ ແລະ ແຕ່ງຕັ້ງ ທ່ານ ນາງ ທອງດີ ສີສົງຄາມ ເປັນຫົວໜ້າພະແນກຄຸ້ມຄອງຊັບສິນ ແລະ ສະໜອງວັດຖຸ; ຂໍ້ຕົກລົງຂອງກະຊວງສຶກສາທິການ ແລະກີລາ ສະບັບເລກທີ 6668/ສສກ ລົງວັນທີ 15 ກັນຍາ 2026, ວ່າດ້ວຍການແຕ່ງຕັ້ງພະນັກງານງານດຳລົງຕຳແໜ່ງບໍລິຫານຂອງຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ໂດຍແຕ່ງຕັ້ງ ທ່ານ ປອ. ນາງ ສຸພາພອນ ຄຳສິງ ເປັນຫົວໜ້າພະແນກບໍລິຫານ ແລະ ກົງຈັກການຈັດຕັ້ງ, ແຕ່ງຕັ້ງ ທ່ານ ໜູເບ ທິບພົນເລືອງ ເປັນຫົວໜ້າພະແນກກໍ່ສ້າງພັກ ແລະ ອົງການຈັດຕັ້ງມະຫາຊົນ, ແຕ່ງຕັ້ງ ທ່ານ ນາງ ຄຳພັນ ສຸລິປັນຍາ ເປັນຫົວໜ້າພະແນກຄຸ້ມຄອງ ແລະ ນະໂຍບາຍ, ແຕ່ງຕັ້ງ ທ່ານ ນາງ ຄອນສະຫວັນ ພັນອານັນ ເປັນຫົວໜ້າພະແນກກວດກາພັກ ແລະ ຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ແລະ ແຕ່ງຕັ້ງ ທ່ານ ນາງ ບຸນລໍາ ໄຊສັກສີ ເປັນຫົວໜ້າພະແນກກວດກາລັດ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ; ຂໍ້ຕົກລົງຂອງກະຊວງສຶກສາທິການ ແລະກີລາ ສະບັບເລກທີ 6665/ສສກ ລົງວັນທີ 15 ກັນຍາ 2026, ວ່າດ້ວຍການແຕ່ງຕັ້ງພະນັກງານງານດຳລົງຕຳແໜ່ງບໍລິຫານຂອງຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ໂດຍແຕ່ງຕັ້ງ ທ່ານ ນາງ ທິບພະຂັນ ບຸດຈັນທະລາດ ເປັນຫົວໜ້າພະແນກບໍລິຫານ, ຄຸ້ມຄອງທະບຽນ ແລະ ວຸດທິບັດ, ແຕ່ງຕັ້ງ ທ່ານ ນາງ ກີ່ມພອນ ວົງປັນຍາ ເປັນຫົວໜ້າພະແນກຄຸ້ມຄອງຫຼັກສູດ, ແຕ່ງຕັ້ງ ທ່ານ ນາງ ຈັນທະໜອມ ເປັນຫົວໜ້າພະແນກຄົ້ນຄວ້າວິທະຍາສາດ, ແຕ່ງຕັ້ງ ທ່ານ ນາງ ສຸດໃຈ ພະສະຫວັດ ເປັນຫົວໜ້າພະແນກກິດຈະກຳນັກສຶກສາ ແລະ ຄຸ້ມຄອງຫໍພັກ, ແຕ່ງຕັ້ງ ທ່ານ ປະຕິສິດ ມິດທິຍາພອນ ເປັນຫົວໜ້າພະແນກບໍລິການວິຊາການ ແລະ ຊັບສິນທາງປັນຍາ, ແຕ່ງຕັ້ງ ທ່ານ ເກດສັກດາ ຄຳສຸວັນນົງ ເປັນຫົວໜ້າພະແນກຄຸ້ມຄອງການສຶກສາທາງໄກ ແລະ ການສຶກສາຮຽນຮ່ວມ ແລະ ແຕ່ງຕັ້ງ ທ່ານ ປອ. ນະລືເດດ ມັອກຊົມ ເປັນຫົວໜ້າພະແນກຕິດຕາມ, ປະເມີນຜົນ ແລະ ປະກັນຄຸນນະພາບການສຶກສາ; ຂໍ້ຕົກລົງຂອງກະຊວງສຶກສາທິການ ແລະກີລາ ສະບັບເລກທີ 6669/ສສກ ລົງວັນທີ 15 ກັນຍາ 2026, ວ່າດ້ວຍການແຕ່ງຕັ້ງພະນັກງານງານດຳລົງຕຳແໜ່ງບໍລິຫານຂອງຫ້ອງການແຜນການ ແລະ ການເງິນ ໂດຍແຕ່ງຕັ້ງ ທ່ານ ນາງ ສຸກສະຫວັນ ສີພູນສຸກ ເປັນຫົວໜ້າພະແນກບໍລິຫານ ແລະ ການເງິນ, ແຕ່ງຕັ້ງ ທ່ານ ນາງ ບົວພັນ ບຸນລາວົງ ເປັນຫົວໜ້າພະແນກ ແຜນການ ແລະ ກໍ່ສ້າງສ້ອມແປງ, ແຕ່ງຕັ້ງ ທ່ານ ນາງ ລັດສະນີພອນ ສິດທິສັກ ເປັນຫົວໜ້າພະແນກງົບປະມານ, ແຕ່ງຕັ້ງ ທ່ານ ນາງ ຈອມມະນີ ທໍາມະວົງສາ ເປັນຫົວໜ້າພະແນກບັນຊີ.
ໃນໂອກາດນີ້, ໃນທີ່ປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງທ່ານ ຮສ. ປອ. ສິນທະວອນ ດາລາວົງ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມ ແລະ ຄວາມຈຳເປັນໃນການປັບປຸງກົງຈັກການຈັດຕັ້ງໃນມະຫາວິທະຍາໄລແຫ່ງຊາດ, ບັນດາໂຄງສ້າງການປັບປຸງຕຳແໜ່ງງານຂອງບັນດາມະຫາວິທະຍາໄລ ພ້ອມທັງຍົກໃຫ້ເຫັນແຜນການພັດທະນາມະຫາວິທະຍາໄລແຫ່ງຊາດໃນປັດຈຸບັນ ກໍຄືໃນອະນາຄົດ, ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງຕຳແໜ່ງບໍລິຫານຂັ້ນຫົວໜ້າພະແນກຈົ່ງບຸກບືນໃນການປະຕິບັດໜ້າທີ່ວຽກງານຂອງຕົນ, ຮັບຜິດຊອບໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ສຳເລັດຜົນ ໃຫ້ຖືເອົາວຽກງານແນວຄິດການເມືອງເປັນພື້ນຖານເຂົ້າໃນການປະຕິບັດໜ້າທີ່ວຽກງານ ເພື່ອໃຫ້ເກີດຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ ພ້ອມທັງມີແບບແຜນວີທີເຮັດວຽກໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ.
ໃນຕອນເຊົ້າ ວັນທີ 25 ກັນຍາ 2026 ຜ່ານມານີ້, ທ່ານ ນາງ ເສິນ ອີ້ຈຸນ ຄະນະປະຈໍາພັກ, ຫົວໜ້າຄະນະໂຄສະນາ ເຂດປົກຄອງຕົນເອງຊົນເຜົ່າຈວ້າງກວາງຊີ ພ້ອມດ້ວຍຄະນະ ມາຢ້ຽມຢາມສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ(ມຊ); ໂດຍມີທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ທ່ານ ດ້າຍ ລັດຕະນະໄພວັນ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງສຶກສາທິການ ແລະ ກີລາ, ທ່ານ ນາງ ສົມສະນິດ ແກ້ວດວງດີ ປະທານສະມາຄົມ 67 ຊ່ວຍເຫຼືອກັນ ແລະ ກັນພັດທະນາສັງຄົມ, ທ່ານ ຄໍາຮຸ່ງ ຈັນທະວົງ ຫົວໜ້າສະຖາບັນຂົງຈື ຝ່າຍລາວ ແລະ ທ່ານ ເຝິງກວາງຫົວ ຫົວໜ້າສະຖາບັນຂົງຈື ຝ່າຍຈີນ, ພ້ອມດ້ວຍຄະນະກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນໂອກາດນີ້ ທ່ານ ຄໍາຮຸ່ງ ຈັນທະວົງ ໄດ້ນໍາພາ ທ່ານ ນາງ ເສິນ ອີ້ຈຸນ ພ້ອມຄະນະ ຢ້ຽມຊົມຜົນງານຂອງສະຖາບັນ ແລະຊົມການສະແດງສິລະປະຈີນຂອງນັກສຶກສາສະຖາບັນຂົງຈືເຊັ່ນ: ການຊົງຊາຈີນ, ການຂຽນຕົວໜັງສືຈີນ ແລະ ການສະແດງຕີໄມ້ໄຜ່ (Beijing Kuaiban) ເຊິ່ງໄດ້ຮັບການຕີລາຄາສູງ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຕໍ່ການສະແດງຂອງນັກສຶກສາ ສະຖາບັນຂົງຈື ທີ່ສາມາດສະແດງສິລະປະຈີນ ແລະ ເວົ້າເກັ່ງຄືກັບຄົນຈີນ, ນີ້ມັນສະແດງໃຫ້ເຫັນເຖິງການຮຽນ-ການສອນທີ່ສະຖາບັນຂົງຈືແມ່ນມີມາດຕະຖານສູງ ແລະ ນ້ອງນັກສຶກສາກໍຕັ້ງໃຈສຶກສາຮໍ່າຮຽນ.
ທ່ານ ນາງ ເສິນ ອີ້ຈຸນ ໄດ້ໂອ້ລົມຕໍ່ພະນັກງານຄູອາຈານຈີນ ແລະ ນັກສຶກສາເນື່ອງໃນໂອກາດມາຢ້ຽມຢາມ ແລະ ອວຍພອນໃນໂອກາດບຸນໄຫວ້ພະຈັນຂອງຈີນເຊິ່ງກໍແມ່ນວັນທີ 25 ກັນຍາ ເຊັ່ນກັນ. ຈາກນັ້ນ, ທ່ານ ນາງ ເສິນອີ້ຈຸນ ກໍໄດ້ພົບປະສອງຝ່າຍກັບ ທ່ານ ຮສ.ປອ. ສິນທະວອນ ດາລາວົງ ພ້ອມດ້ວຍຄະນະ, ເຊິ່ງທັງສອງຝ່າຍເຫັນດີເອກະພາບໃນການສົ່ງເສີມການສ້າງໂຄງຮ່າງຫຼັກສູດຮ່ວມກັນ, ການສືບຕໍ່ໃຫ້ທຶນການສຶກສາ ແກ່ມະຫາວິທະຍາໄລແຫ່ງຊາດ ແລະ ສະໜັບສະໜູນການຮ່ວມມືລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ໂດຍສະເພາະໃນຂົງເຂດ “ພາສາຈີນ+” ເຊັ່ນ: ພາສາຈີນ+AI, ພາສາຈີນ+ກະເສດ, ພາສາຈີນ+ເຕັກນິກ ແລະອື່ນໆ.
ໃນຕອນທ້າຍ ທັງສອງຝ່າຍໄດ້ເຂົ້າຮ່ວມກິດຈະກໍາການສົນທະນາແລກປ່ຽນຊາວໜຸ່ມ ລາວ-ຈີນ(ກວາງຊີ) ໃນຫົວຂໍ້ “ການສືບສານມິດຕະພາບລາວ-ຈີນ ແລະ ການນໍາໃຊ້ AI ເຂົ້າໃນຊີວິດປະຈໍາວັນ ແລະ ວຽກງານຂອງຊາວໜຸ່ມ ລາວ-ຈີນ”, ເຊິ່ງກ່າວເປີດໂດຍທ່ານ ຮສ.ປອ. ສິນທະວອນ ດາລາວົງ, ທ່ານ ນາງ ເສິນອີ້ຈຸນ, ທ່ານ ເຕີງລີ້ສຽງ ທີ່ປຶກສາທູດສຶກສາ ແລະ ທ່ານ ນາງ ສົມສະນິດ ແກ້ວດວງດີ ໄດ້ຂຶ້ນມາແບ່ງປັນປະສົບການໃນຕອນຮໍ່າຮຽນທີ່ໂຮງຮຽນ 67 ທີ່ນານນິງສະໄໝຍັງນ້ອຍ. ເຊິ່ງກິດຈະກໍາດັ່ງກ່າວມີຄູອາຈານ ແລະ ນັກສຶກສາສະຖາບັນຂົງຈືເຂົ້າຮ່ວມແລກປ່ຽນ, ເຊິ່ງໄດ້ມີການຖ່າຍທອດຈາກໂທລະພາບແຫ່ງຊາດລາວ ແລະ ໂທລະພາບກວາງຊີ ສປ ຈີນ.
ໃນລະຫວ່າງວັນທີ 24-25 ກັນຍາ 2026, ຄະນະນໍາ ແລະນັກສໍາມະນາກອນ ທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ເດີນທາງໄປທັດສະນະສຶກສາ ແລະແລກປ່ຽນບົດຮຽນການຊີ້ນໍາ-ນໍາພາ ຢູ່ເມືອງປາກຊັນ, ແຂວງບໍລິຄໍາໄຊ. ການເຄື່ອນໄຫວຄັ້ງນີ້ ປະຕິບັດຕາມຫຼັກສູດການຮຽນ-ການສອນ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ, ໂດຍການນໍາພາຂອງ ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພງ ຮອງຜູ້ອຳນວຍການໃຫຍ່ ມຊ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງປາກຊັນ ພ້ອມດ້ວຍຄະນະນໍາເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ.
ຈຸດປະສົງ ໃນການໄປທັດສະນະສຶກສາຄັ້ງນີ້, ແມ່ນເພື່ອໃຫ້ນັກສໍາມະນາກອນມີຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງຖອງໃນການສົມທຽບລະຫວ່າງທິດສະດີທີ່ໄດ້ຮຽນມາ ໂດຍສົມທຽບໃສ່ພຶດຕິກຳຕົວຈິງໃນແຕ່ລະດ້ານ; ໂດຍສະເພາະແມ່ນດ້ານການເມືອງ, ເສດຖະກິດ ແລະສັງຄົມ-ວັດທະນະທຳ ເພື່ອແລກປ່ຽນບົດຮຽນ ແລະຖອດຖອນເອົາບົດຮຽນຈາກທິດສະດີ ມາໜູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດຜົນປະໂຫຍດສູງສຸດຕໍ່ໜ້າທີ່ວຽກງານຂອງຕົນ.
ໃນໂອກາດດັ່ງກ່າວ, ຄະນະນັກສໍາມະນາກອນ ໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງເມືອງປາກຊັນ, ເຊິ່ງເປັນເມືອງເທສະບານ ແລະ ເປັນໃຈກາງທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ. ເມືອງປາກຊັນ ມີເນື້ອທີ່ 654 ກິໂລຕາແມັດ, ປະກອບມີ 3 ຕາແສງ, 54 ບ້ານ ແລະ ປະຊາກອນ 54,184 ຄົນ. ຜ່ານການຈັດຕັ້ງປະຕິບັດ, ເມືອງສາມາດເລີ່ມກຸ້ມຕົນເອງທາງດ້ານລາຍຮັບ-ລາຍຈ່າຍມາແຕ່ປີ 2024. ໃນ 6 ເດືອນຕົ້ນປີ 2026 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 11,870,095,757 ກີບ (ເທົ່າກັບ 54.64% ຂອງແຜນການປີ). ດ້ານກະສິກໍາ, ສາມາດຜະລິດເຂົ້ານາປີໄດ້ 40,092 ໂຕນ, ເຂົ້ານາແຊງ 1,368.42 ໂຕນ ແລະ ປູກພືດລະດູແລ້ງ 11,903.10 ໂຕນ, ທັງມີການຂະຫຍາຍຕົວຂອງພືດອຸດສາຫະກໍາ ເຊັ່ນ: ຢາງພາລາ ແລະ ມັນຕົ້ນ. ດ້ານການຄ້າ-ບໍລິການ, ມີຕະຫຼາດ 10 ແຫ່ງ ແລະ ຕົວເລກຈໍລະຈອນຂາຍຍ່ອຍເພີ່ມຂຶ້ນ 28.97%.
ພ້ອມດຽວກັນນີ້, ຄະນະໄດ້ເກັບກໍາຂໍ້ມູນການສ້າງເສດຖະກິດການລ້ຽງປາຈາກບ້ານປາກບຶງ ແລະໄດ້ຮັບຟັງການລາຍງານກ່ຽວກັບການຄຸ້ມຄອງບໍລິຫານດ່ານສາກົນຂົວມິດຕະພາບ 5 ເຊິ່ງເຮັດໜ້າທີ່ບໍລິຫານ, ອໍານວຍຄວາມສະດວກດ້ານການຂົນສົ່ງ ແລະ ນັກທ່ອງທ່ຽວ. ຮອດວັນທີ 18 ສິງຫາ 2026, ດ່ານດັ່ງກ່າວສາມາດຈັດເກັບລາຍຮັບພາສີໄດ້ 362.87 ຕື້ກວ່າກີບ (78.37% ຂອງແຜນປີ) ແລະ ລາຍຮັບຈາກການນໍາເຂົ້ານໍ້າມັນເຊື້ອໄຟໄດ້ 337.44 ຕື້ກວ່າກີບ. ດ້ານວັດທະນະທໍາ-ການທ່ອງທ່ຽວ, ເມືອງປາກຊັນ ໄດ້ສົ່ງເສີມຜະລິດຕະພັນທ້ອງຖິ່ນ ເຊັ່ນ: ປາແດກສາມດາວ (ສິນຄ້າ ODOP) ແລະ ນໍ້າແຈ່ວນາງອ້ອຍ ບ້ານໂພສີ.
ຈາກການເຄື່ອນໄຫວຄັ້ງນີ້, ນັກສໍາມະນາກອນ ໄດ້ຖອດຖອນບົດຮຽນສໍາຄັນກ່ຽວກັບການຊີ້ນໍາ-ນໍາພາຢ່າງໃກ້ຊິດຕິດແທດ, ການຊຸກຍູ້ເສດຖະກິດກຸ້ມຕົນເອງ ແລະການສົ່ງເສີມຜະລິດຕະພັນທ້ອງຖິ່ນ. ພ້ອມນີ້, ໄດ້ມີຂໍ້ສະເໜີຕໍ່ແຂວງ, ເມືອງ, ຄະນະຮັບຜິດຊອບ ແລະນັກສຶກສາດ້ວຍກັນ ໃນການດັດສົມງົບປະມານ, ປັບປຸງໂຄງຮ່າງພື້ນຖານ, ສົ່ງເສີມສິນຄ້າ ODOP ແລະນໍາເອົາບົດຮຽນທິດສະດີຕິດພັນກັບພາກປະຕິບັດຕົວຈິງໄປຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ເກີດຜົນປະໂຫຍດສູງສຸດ.
ໃນວັນທີ 28 ສິງຫາ 2026, ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳສັກວັກຊີນໃຫ້ໝາ-ແມວ ຟຣີ ເນື່ອງໃນໂອກາດວັນວໍ້ໂລກ (World Rabies Day) ທີ່ພາກວິຊາສັດຕະວະແພດ ຄະນະກະເສດສາດ (ວິທະຍາເຂດົງໂດກ) ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ວັນນະພອນ ພຸດທະນາ ຫົວໜ້າຄະນະວິຊາ ຄະນະກະເສດສາດ, ມີບັນທ່ານຮອງຫົວໜ້າຄະນະວິຊາ, ຜູ້ຕາງໜ້າຈາກອົງການສາກົນ, ຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະ ເຈົ້າຂອງສັດລ້ຽງ ເຂົ້າຮ່ວມ.
ຈຸດປະຂອງການຈັດກິດຈະກຳໃນຄັ້ງໜີແມ່ນເພື່ອສັກວັກຊີນໃຫ້ໝາ-ແມວ ຟຣີ ເນື່ອງໃນໂອກາດວັນວໍ້ໂລກ (World Rabies Day) ພ້ອມທັງເປັນການສ້າງຂະບວນຄໍານັບຮັບຕ້ອນການສະເຫຼີມສະຫຼອງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ, ກິດຈະກໍານີ້ ມີສັດລ້ຽງເຂົ້າຮັບວັກຊີນທັງໝົດ ຈໍານວນ 243 ໂຕ (ແມວຈໍານວນ 86 ໂຕ ແລະ ໜາ 157 ໂຕ).
ພ້ອມນັ້ນ ພາຍໃນງານຍັງມີການໃຫ້ຄວາມຮູ້ກັບເຈົ້າຂອງສັດລ້ຽງໃນການເບິ່ງແຍງສຸຂະພາບ ແລະ ວິທີການປ້ອງກັນພະຍາດວໍ້ ກິດຈະກຳນີ້ແມ່ນໄດ້ຮັບການສະໜັບສະໜູນ ແລະ ຈັດຕັ້ງປະຕິບັດໂດຍ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ອົງການສັດຕະວະແພດບໍ່ມີພົບແດນ ສ.ເກົາຫລີ ແລະ ສະໂມສອນນັກສືກສາສັດຕະວະແພດບໍ່ມີພົບແດນ ຄະນະກະເສດສາດ.
ໃນຕອນເຊົ້າ ວັນທີ 25 ກັນຍາ 2026 ຜ່ານມານີ້, ທີ່ສໍານັກງານຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ມີພິທີລົງນາມເຊັນສັນຍາການຮ່ວມມື(MOU)ລະຫວ່າງ ມຊ ແລະ ມະຫາວິທະຍາໄລວິທະຍາສາດການກີລາ ແຫ່ງ ສາທາລະນະລັດ. ກູບາ (UCCFD); ເຊິ່ງຝ່າຍ ມຊ ລົງນາມ ໂດຍ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ ແລະ ຝ່າຍມະຫາວິທະຍາໄລວິທະຍາສາດການກີລາ ແຫ່ງ ສ. ກູບາ ລົງນາມໂດຍທ່ານ ຊິວວາໂນ ເມີເຊດ ເລັນ (Mr. Silvano Merced Len), ອະທິການບໍດີ ມະຫາວິທະຍາໄລວິທະຍາສາດການກິລາ ແຫ່ງ ສ.ກູບາ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ເອນນາ ເອສທີ ວຽນ ວາລເດສ (H.E Mrs. Enna Esther Viant Valdes), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ກູບາ ປະຈຳ ສປປ ລາວ, ທ່ານ ເລໂອເນວ ກອງຊາເລສ ຊູລູເອຕາ (Mr. Leonel Gonzalez Sulueta), ທີ່ປຶກສາ ສະຖານທູດ ກູບາ, ທ່ານ ນາງ ມາເວີຣິສ ຄາຣີດາດ ສາມຽນໂຕ ເອີຣູເຕຍ (Mrs. Marveris Caridad Sarmiento Urrutia), ຜູ້ອໍານວຍການຝ່າຍພົວພັນສາກົນ ພ້ອມດ້ວຍ ທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມການກີລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າຄະນະວິຊາ, ຫົວໜ້າຫ້ອງການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ໄດ້ກ່າວຕ້ອນຮັບຄະນະຜູ້ແທນ ສ.ກູບາ ດ້ວຍຄວາມອົບອຸ່ນ ແລະ ຈິງໃຈ. ທ່ານໄດ້ເນັ້ນໜັກວ່າ ສປປ ລາວ ແລະ ສ. ກູບາ ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພີ່ນ້ອງ ແລະ ການຮ່ວມມືທີ່ດີງາມມາໂດຍຕະຫຼອດ. ການພົບປະ ແລະ ເຊັນສັນຍາຮ່ວມມືໃນຄັ້ງນີ້ ຖືເປັນກ້າວໜຶ່ງທີ່ສໍາຄັນ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບໃຫ້ເລິກເຊິ່ງ ແລະ ປະກົດຜົນຢ່າງເປັນຮູບປະທໍາ. ພ້ອມດຽວກັນ ກໍໄດ້ຍົກໃຫ້ເຫັນວ່າ "ກີລາ ປຽບເໝືອນນັກການທູດ" ທີ່ເຊື່ອມໂຍງມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມືລະຫວ່າງສອງຊາດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ເຊິ່ງຂອບເຂດການຮ່ວມມືທີ່ສໍາຄັນ:
• ການແລກປ່ຽນວິທະຍາສາດການກີລາ: ແລກປ່ຽນບົດຮຽນ, ຄວາມຮູ້, ເທັກໂນໂລຊີ ແລະ ນະວັດຕະກໍາ ດ້ານວິທະຍາສາດການກິລາ ແລະ ການພັດທະນາກີລາ.
• ການພັດທະນາບຸກຄະລາກອນ ແລະ ຄູພາລະສຶກສາ: ຍົກລະດັບຄວາມຮູ້-ຄວາມສາມາດຂອງຄູ-ອາຈານ, ນັກຄົ້ນຄວ້າ, ຄູຝຶກ ແລະ ນັກກີລາຢ່າງຮອບດ້ານ.
• ການສົ່ງພະນັກງານຄູອາຈານມາສອນ: ຝ່າຍກູບາຈະສົ່ງພະນັກງານຄູອາຈານ ແລະ ຜູ້ຊ່ຽວຊານທີ່ມີຄວາມຮູ້ຄວາມສາມາດ ມາຊ່ວຍສອນຢູ່ ມຊ ໃນລະດັບປະລິນຍາຕີ.
• ການແລກປ່ຽນນັກສຶກສາ ແລະ ການຄົ້ນຄວ້າ: ສົ່ງເສີມການແລກປ່ຽນນັກສຶກສາ, ຜູ້ຊ່ຽວຊານ ແລະ ການຈັດໂຄງການຄົ້ນຄວ້າວິທະຍາສາດຮ່ວມກັນໃນອະນາຄົດ.
ທ່ານ ຜູ້ອໍານວຍການໃຫຍ່ ມຊ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສັນຍາຮ່ວມມືສະບັບນີ້ ຈະບໍ່ແມ່ນພຽງແຕ່ເອກະສານທາງດ້ານນິຕິກໍາເທົ່ານັ້ນ, ແຕ່ຈະເປັນບ່ອນອ້າງອີງ ແລະ ເປັນແຮງຊຸກຍູ້ ທີ່ນໍາໄປສູ່ການປະຕິບັດຕົວຈິງຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ທັງນີ້ ກໍເພື່ອຜົນປະໂຫຍດຂອງສອງສະຖາບັນ, ເພື່ອພັດທະນາຄູພາລະສຶກສາ ແລະ ຂະແໜງການກີລາຂອງລາວໃຫ້ມີຄວາມເຂັ້ມແຂງ, ພ້ອມທັງເຮັດໃຫ້ສາຍພົວພັນມິດຕະພາບ ລາວ-ກູບາ ໝັ້ນຄົງທະນົງແກ່ນ ແລະ ຍືນຍົງຕະຫຼອດໄປ.
ວັນທີ 26 ກັນຍາ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສໍາເລັດການສຶກສາ ປະຈຳສົກສຶກສາ 2025-2026 (ຊຸດຮຽນ ຮຸ່ນທີ 26, ປີ 2022-2026) ຢ່າງສົມກຽດ. ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວໂອ້ລົມຂອງ ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ. ເຂົ້າຮ່ວມໃນພິທີ ມີ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍບັນດາທ່ານຜູ້ຕາງໜ້າຈາກກະຊວງ, ອົງການຈັດຕັ້ງ, ຄະນະພັກ-ຄະນະນໍາ ມະຫາວິທະຍາໄລແຫ່ງຊາດ, ຄູ-ອາຈານ, ແຂກຜູ້ມີກຽດ, ຜູ້ປົກຄອງ ແລະ ບັນດິດໃໝ່ເຂົ້າຮ່ວມ.
ໃນພິທີ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ໄດ້ລາຍງານຜົນສໍາເລັດການຈັດຕັ້ງເຄື່ອນໄຫວການຮຽນ-ການສອນ ໃນຊຸດຮຽນ 2022-2026 ວ່າ: ມຊ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1996, ປັດຈຸບັນປະກອບມີ 5 ວິທະຍາເຂດ, 4 ຫ້ອງການ, 13 ຄະນະວິຊາ, 2 ສະຖາບັນ ແລະ ເປີດສອນທັງໝົດ 265 ຫຼັກສູດ; ໃນນັ້ນ ລະດັບປະລິນຍາເອກ 14 ຫຼັກສູດ, ປະລິນຍາໂທ 75 ຫຼັກສູດ, ປະລິນຍາຕີ 124 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 46 ຫຼັກສູດ ແລະ ອະນຸປະລິນຍາອີກ 6 ຫຼັກສູດ. ສໍາລັບຊຸດຮຽນ ຮຸ່ນທີ 26 (2022-2026) ມີນັກສຶກສາ ສໍາເລັດການສຶກສາທັງໝົດ 3,492 ຄົນ (ຍິງ 1,788 ຄົນ), ໃນນັ້ນ ລະດັບປະລິນຍາຕີ ທັງໝົດ 3,043 ຄົນ (ຍິງ 1,598 ຄົນ), ໃນນັ້ນມີນັກສຶກສາໄດ້ຮັບປະກາສະນີຍະບັດກຽດນິຍົມ 60 ຄົນ (ຍິງ 31 ຄົນ). ລະດັບປະລິນຍາໂທ: ທັງໝົດມີ 442 ຄົນ (ຍິງ 185 ຄົນ) ແລະ ລະດັບປະລິນຍາເອກ: ທັງໝົດມີ 7 ຄົນ (ຍິງ 5 ຄົນ).
ປັດຈຸບັນໃນ ມະຫາວິທະຍາໄລແຫ່ງຊາດ ມີບຸກຄະລາກອນຄູ-ອາຈານ ແລະ ພະນັກງານທັງໝົດ 1,383 ທ່ານ, ວຸດທິການສຶກສາ ຈົບປະລິນຍາເອກ 208 ທ່ານ, ປະລິນຍາໂທ 859 ທ່ານ, ເໜືອປະລິນຍາຕີ 2 ທ່ານ, ປະລິນຍາຕີ 282 ທ່ານ, ອະນຸປະລິນຍາ 32 ທ່ານ; ມີຕຳແໜ່ງວິຊາການ: ຂັ້ນສາດສະດາຈານ(ສຈ) 5 ທ່ານ, ຮອງສາດສະດາຈານ(ຮສ) 76 ທ່ານ, ອາຈານ 315 ທ່ານ ແລະ ຜູ້ຊ່ວຍອາຈານ 330 ທ່ານ. ນອກນັ້ນ ມີນັກສຶກສາທີ່ກໍາລັງສຶກສາຢູ່ທັງໝົດ 18,480 ຄົນ (ລວມທັງນັກສຶກສາຕ່າງປະເທດ 795 ຄົນ).
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ຮສ. ປອ. ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດອົກສຸດໃຈຕໍ່ຜົນງານ ແລະ ຜົນສໍາເລັດຂອງ ມຊ. ທ່ານໄດ້ເນັ້ນຢໍ້າວ່າ ພັກ ແລະ ລັດຖະບານ ຍາມໃດກໍຖືເອົາ “ການສຶກສາ” ເປັນໃຈກາງ, ເປັນບູລິມະສິດ ແລະ ເປັນກຸນແຈຕັດສິນຊາຕາກຳການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ໃນສະພາບການປັດຈຸບັນ, ໂລກມີການປ່ຽນແປງຢ່າງໄວວາ ດ້ວຍການຂະຫຍາຍຕົວຂອງເທັກໂນໂລຊີ, ປັນຍາປະທິດ (AI) ແລະ ການແຂ່ງຂັນທາງດ້ານເສດຖະກິດ. ດັ່ງນັ້ນ, ການປະຕິຮູບການສຶກສາ ຕ້ອງເນັ້ນຈາກການສອນໃຫ້ຈື່ຈໍາ ໄປສູ່ການສອນໃຫ້ “ຄິດເປັນ, ເຮັດເປັນ, ສ້າງເປັນ ແລະ ຮຽນຮູ້ເປັນ”. ມະຫາວິທະຍາໄລແຫ່ງຊາດ ຕ້ອງສືບຕໍ່ຍົກລະດັບຈາກການຜະລິດຜູ້ສໍາເລັດການສຶກສາ ໄປສູ່ການຜະລິດກໍາລັງຄົນທີ່ມີຄຸນນະພາບສູງ, ໂດຍຫຼັກສູດຕ້ອງທັນສະໄໝ ແລະເຊື່ອມໂຍງກັບພາກລັດ, ພາກທຸລະກິດ, ພາກການຜະລິດ ແລະ ຕະຫຼາດແຮງງານຢ່າງແທ້ຈິງ. ຂະນະດຽວກັນທ່ານຍັງໄດ້ຝາກຂໍ້ຄິດ ແລະ ທິດທາງການປະຕິບັດຕົນ 3 ປະການ ໃຫ້ແກ່ບັນດິດໃໝ່ ຄື: 1.ຈົ່ງເປັນຜູ້ຮຽນຮູ້ຕະຫຼອດຊີວິດ: ຕ້ອງຝຶກຝົນຕົນເອງ, ຕັ້ງອົກຕັ້ງໃຈຮຽນຮູ້ສິ່ງໃໝ່ໆ, ປັບຕົວ ແລະ ພັດທະນາທັກສະຢູ່ສະເໝີ. 2.ຈົ່ງມີຄຸນສົມບັດ, ຈັນຍາບັນ ແລະ ຈິດໃຈຮັບໃຊ້ຊາດ: ມີຄວາມຊື່ສັດ, ມີລະບຽບວິໄນ, ຮັກສາວັດທະນະທຳອັນດີງາມ ແລະ ເອົາຄວາມຮູ້-ຄວາມສາມາດໄປຮັບໃຊ້ປະເທດຊາດດ້ວຍຄວາມບໍລິສຸດໃຈ ແລະ 3. ຈົ່ງມີຄວາມຝັນທີ່ຍິ່ງໃຫຍ່ ແລະ ອົດທົນເຂັ້ມແຂງ: ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ແລະ ເຕີບໃຫຍ່ເປັນພະລັງແຮງທີ່ເຂັ້ມແຂງຂອງປະເທດຊາດ.
ພິເສດ, ທ່ານໄດ້ເນັ້ນຢໍ້າຄໍາຂວັນ 3 ຄໍາ ຄື: “ໜຶ່ງຮູ້ໃຫ້ເລິກ, ສອງເຮັດໃຫ້ເປັນ ແລະ ສາມຮັບໃຊ້ໃຫ້ເກີດຜົນ (ນໍາໃຊ້ໄດ້ຜົນ)” ເຊິ່ງເປັນພາລະກິດອັນສໍາຄັນຂອງບັນດິດຮຸ່ນໃໝ່; ການສໍາເລັດການສຶກສາຈາກມະຫາວິທະຍາໄລ ບໍ່ແມ່ນ "ຈຸດສິ້ນສຸດ" ຂອງການຮຽນຮູ້, ແຕ່ແມ່ນ "ຈຸດເລີ່ມຕົ້ນ" ຂອງການນໍາເອົາອົງຄວາມຮູ້, ທັກສະ ແລະ ປະສົບການ ໄປປະຕິບັດຕົວຈິງ ແລະ ສ້າງຜົນງານຮັບໃຊ້ປະເທດຊາດຢ່າງແທ້ຈິງ ແລະໃນໂອກາດອັນສໍາຄັນນີ້ ທ່ານ ກໍຍັງໄດ້ໃຫ້ກຽດມອບປະກາສະນີຍະບັດ ໃຫ້ແກ່ຜູ້ສໍາເລັດການສຶກສາ ພະສົງ, ມອບປະກາສະນີຍະບັດ ປະລິນຍາເອກ, ປະລິນຍາໂທ ແລະ ຜູ້ໄດ້ຮັບປະກາສະນີຍະບັດແດງ ແລະ ຜູ້ສໍາເລັດການສຶກສາ ລະດັບປະລິນຍາຕີ ແລະອະນຸປະລິນຍາ ເປັນກຽດມອບໂດຍ ທ່ານ ຮສ.ປອ ສິນທະວອນ ດາລາລົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ.