ພາລະບົດບາດ
ຫ້ອງການຈັດຕັ້ງ-ພະນັກງານ ແລະ ກວດກາ ຂຽນຫຍໍ້ວ່າ : “ຈຕກ”, ຂຽນເປັນພາສາອັງກິດ “Office of Personnel Management and Inspection” ຂຽນຫຍໍ້ວ່າ: “PMI” ເປັນກົງຈັກບໍລິຫານ ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງ ມະຫາວິທະຍາໄລແຫ່ງຊາດ ມີພາລະບົດບາດເປັນເສນາທິການໃຫ້ແກ່ ມະຫາວິທະຍາໄລແຫ່ງຊາດ ກ່ຽວກັບວຽກງານພັກ-ພະນັກງານ, ນະໂຍບາຍ, ກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ຄະນະຫ້ອງການ
- ທ່ານ ປອ. ຊາຍຄໍາ ວັນນະໄຊ (ຫົວໜ້າຫ້ອງການ)
- ທ່ານ ນາງ ສີພະຈັນ ສີວິໄລ (ຮອງຫົວໜ້າຫ້ອງການ)
- ທ່ານ ປຕ. ຈັນທະບູນ ສີສຸວົງ (ຮອງຫົວໜ້າຫ້ອງການ)
ພະແນກ
ຫ້ອງການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ ມີທັງໝົດ 5 ພະແນກ :
- ພະແນກບໍລິຫານ ແລະ ກົງຈັກການຈັດຕັ້ງ ;
- ພະແນກກໍ່ສ້າງພັກ ແລະ ອົງການຈັດຕັ້ງມະຫາຊົນ;
- ພະແນກຄຸ້ມຄອງ ແລະ ນະໂຍບາຍຍ້ອງຍໍ;
- ພະແນກກວດກາພັກ ແລະ ຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ;
- ພະແນກກວດກາລັດ ແລະ ສະກັດກັນ-ຕ້ານການສໍ້ລາດບັງຫຼວງ;
ຂໍ້ມູນຕິດຕໍ່ ຫ້ອງການ
ຫ້ອງ 108 , ຕຶກສຳນັກງານອະທິການບໍດີ
Tel: +856 21 770390