ພາລະບົດບາດ

          ຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ຂຽນຫຍໍ້ວ່າ : “ວຄນ”, ຂຽນເປັນພາສາອັງກິດ “Office of Academic and Student Affairs” ຂຽນຫຍໍ້ວ່າ: “OASA” ແມ່ນກົງຈັກບໍລິຫານ ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງ ມະຫາວິທະຍາໄລແຫ່ງຊາດ ມີພາລະບົດບາດເປັນເສນາທິການໃຫ້ແກ່ ມະຫາວິທະຍາໄລແຫ່ງຊາດ ໃນການຈັດຕັ້ງປະຕິບັດວຽກງານ ວິຊາການ, ວຽກງານການຄຸ້ມຄອງນັກສຶກສາ, ວຽກງານການຄຸ້ມຄອງຫໍພັກ, ວຽກງານການຄົ້ນຄວ້າວິທະຍາສາດ ແລະ ວຽກງານການບໍລິການວິຊາການ.

ຄະນະຫ້ອງການ

  1. ທ່ານ ອຈ. ປອ. ທະນົງສັກ ດວງດາລາ                      (ຫົວໜ້າຫ້ອງການ)
  2. ທ່ານ ນາງ ບຸນນຳ ຊົມວິມານ                                 (ຮອງຫົວໜ້າຫ້ອງການ)
  3. ທ່ານ ປອ. ຄຳຫຼ້າ ອິນຄະວິໄລ                                 (ຮອງຫົວໜ້າຫ້ອງການ)
  4. ທ່ານ ເປີ້ນ ອິນທະໝໍ່                                          (ຮອງຫົວໜ້າຫ້ອງການ)
  5. ທ່ານ ປອ. ທະນູສອນ ວົງປຣະເສີດ                         (ຮອງຫົວໜ້າຫ້ອງການ)

ພະແນກ

         ຫ້ອງການວິຊາການ ມີ 6 ພະແນກ :

  1. ພະແນກບໍລິຫານ, ຄຸ້ມຄອງທະບຽນ ແລະ ວຸດທິບັດ;
  2. ພະແນກຄຸ້ມຄອງຫຼັກສູດ;
  3. ພະແນກຄຸ້ມຄອງການຄົ້ນຄວ້າວິທະຍາສາດ;
  4. ພະແນກກິດຈະການນັກສຶກສາ ແລະ ຄຸ້ມຄອງຫໍພັກ;
  5. ພະແນກບໍລິຫານວິຊາການ ແລະ ຊັບສິນທາງປັນຍາ;
  6. ພະແນກຄຸ້ມຄອງການສຶກສາທາງໄກ ແລະ ການສຶກສາຮຽນຮ່ວມ;

ຂໍ້ມູນຕິດຕໍ່ ຫ້ອງການ

       ຫ້ອງ 101, 202-209 ຕຶກອະທິການບໍດີເກົ່າ

       Tel: +856-021 771860