Call for Application: Indian Council for Cultural Relations - A2A Scholarship, India
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາ ພາຍໃນມະຫາວິທະຍາໄລແຫ່ງຊາດ ຊາບວ່າ: Indian Council for Cultural Relations (ICCR), ລັດຖະບານອິນເດຍ ກໍາລັງເປີດຮັບສະໝັກນັກສຶກສາລາວທີ່ມີຄວາມສົນໃຈສະໝັກເອົາທຶນໄປສຶກສາໃນລະດັບ ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ປະຈໍາສົກສຶກສາ 2025/2026, ຊຶ່ງປະກອບມີຫຼາກຫຼາຍສາຂາວິຊາຮຽນ ທີ່ ສະຖາບັນການສຶກສາຊັ້ນສູງຕ່າງໆ ໃນປະເທດອິນເດຍ, ພາຍໃຕ້ທຶນການສຶກສາ Indian Council for Cultural Relations Scholarship (A2A). ຜູ້ທີ່ມີຄວາມສົນໃຈ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມໄດ້ທີ່: https://a2ascholarships.iccr.gov.in ຫຼື ປະສານງານຫາ ທ່ານ ພູມສະຫວັນ, ເບີໂທ: 020 93356412.
ໝາຍເຫດ: - ກໍານົດປິດຮັບການລົງທະບຽນ ວັນທີ 30 ເມສາ 2025.