ພາລະບົດບາດ
ຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ ຂຽນຫຍໍ້ວ່າ : “ວຄນ”, ຂຽນເປັນພາສາອັງກິດ “Office of Academic and Student Affairs” ຂຽນຫຍໍ້ວ່າ: “OASA” ແມ່ນກົງຈັກບໍລິຫານ ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງ ມະຫາວິທະຍາໄລແຫ່ງຊາດ ມີພາລະບົດບາດເປັນເສນາທິການໃຫ້ແກ່ ມະຫາວິທະຍາໄລແຫ່ງຊາດ ໃນການຈັດຕັ້ງປະຕິບັດວຽກງານ ວິຊາການ, ວຽກງານການຄຸ້ມຄອງນັກສຶກສາ, ວຽກງານການຄຸ້ມຄອງຫໍພັກ, ວຽກງານການຄົ້ນຄວ້າວິທະຍາສາດ ແລະ ວຽກງານການບໍລິການວິຊາການ.
ຄະນະຫ້ອງການ
- ທ່ານ ອຈ. ປອ. ທະນົງສັກ ດວງດາລາ (ຫົວໜ້າຫ້ອງການ)
- ທ່ານ ນາງ ບຸນນຳ ຊົມວິມານ (ຮອງຫົວໜ້າຫ້ອງການ)
- ທ່ານ ປອ. ຄຳຫຼ້າ ອິນຄະວິໄລ (ຮອງຫົວໜ້າຫ້ອງການ)
- ທ່ານ ເປີ້ນ ອິນທະໝໍ່ (ຮອງຫົວໜ້າຫ້ອງການ)
- ທ່ານ ປອ. ທະນູສອນ ວົງປຣະເສີດ (ຮອງຫົວໜ້າຫ້ອງການ)
ພະແນກ
ຫ້ອງການວິຊາການ ມີ 6 ພະແນກ :
- ພະແນກບໍລິຫານ, ຄຸ້ມຄອງທະບຽນ ແລະ ວຸດທິບັດ;
- ພະແນກຄຸ້ມຄອງຫຼັກສູດ;
- ພະແນກຄຸ້ມຄອງການຄົ້ນຄວ້າວິທະຍາສາດ;
- ພະແນກກິດຈະການນັກສຶກສາ ແລະ ຄຸ້ມຄອງຫໍພັກ;
- ພະແນກບໍລິຫານວິຊາການ ແລະ ຊັບສິນທາງປັນຍາ;
- ພະແນກຄຸ້ມຄອງການສຶກສາທາງໄກ ແລະ ການສຶກສາຮຽນຮ່ວມ;
ຂໍ້ມູນຕິດຕໍ່ ຫ້ອງການ
ຫ້ອງ 101, 202-209 ຕຶກອະທິການບໍດີເກົ່າ
Tel: +856-021 771860