ມີຄວາມສາມັກຄີ, ມີແບບແຜນທີ່ດີ, ມີລະບຽບວິໄນ, ມີຈັນຍາບັນ, ມີຄວາມທັນສະໄໝ, ມີຄວາມສະອາດ

ມີຄວາມສາມັກຄີ, ມີແບບແຜນທີ່ດີ, ມີລະບຽບວິໄນ, ມີຈັນຍາບັນ, ມີຄວາມທັນສະໄໝ, ມີຄວາມສະອາດ

ແຈ້ງຜົນສອບ​ເສັງ​ເຂົ້າຮຽນໃນສົກສຶກສາປີ 2024-2025

ຂໍ້ມູນເພີ່ມເຕີມ

ການເຂົ້າສຶກສາ
ການຄົ້ນຄວ້າ
ຫຼັກສູດການຮຽນ

ມະຫາວິທະຍາໄລແຫ່ງຊາດ.

(ມຊ) ເປັນມະຫາວິທະຍາໄລເຕັມຮູບແບບ ແຫ່ງທຳອິດ ໃນປະຫວັດສາດຂອງຊາດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 5 ພະຈິກ ປີ 1996, ຕາມດຳລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 50/ນຍ, ລົງວັນທີ 9/6/1995; ໂດຍການໂຮມເອົາ ສະຖາບັນການສຶກສາຊັ້ນສູງເຊິ່ງຂຶ້ນກັບຫຼາຍກະຊວງເຂົ້າເປັນມະຫາວິທະຍາໄລແຫ່ງຊາດ. ບັນດາສະຖາບັນການສຶກສາດັ່ງກ່າວປະກອບດ້ວຍ 10 ສະຖາບັນຄື: ມະຫາວິທະຍາໄລສ້າງຄູວຽງຈັນ, ມະຫາວິທະຍາໄລຊັບພະຍາວິຊາ 2 ທັນວາ, ມະຫາວິທະຍາໄລວິທະຍາສາດສາທາລະນະສຸກ, ໂຮງ ຮຽນກະເສດຊັ້ນສູງນາບົງ, ໂຮງຮຽນປ່າໄມ້ຊັ້ນສູງດົງໂດກ, ໂຮງຮຽນຊົນລະປະທານຊັ້ນສູງຕາດທອງ, ໂຮງຮຽນກໍ່ສ້າງເຄຫະສະຖານຊັ້ນສູງ, ໂຮງຮຽນຄົມມະນາຄົມຊັ້ນສູງ, ໂຮງຮຽນການຊ່າງຊັ້ນສູງ ໄຟຟ້າ ເອເລັກໂຕຣນິກ ແລະສູນກຽມສ້າງຕັ້ງມະຫາວິທະຍາໄລກະສິກຳ-ປ່າໄມ້ເວີນຄຳ.
 

ການແລກປ່ຽນຮັກສຶກສາ

ມະຫາວິທະຍາໄລແຫ່ງຊາດມີການແລກປ່ຽນຮ່ວມມືກັບ ມະຫາວິທະຍາໄລຕ່າງໆ, ສະຖາບັນ ແລະ ອົງການຈັດຕັ້ງສາກົນຫຼາຍກວ່າ 31 ປະເທດ ເຊິ່ງຈຸດປະສົງຂອງການຮ່ວມມືແມ່ນເພື່ອແລກປ່ຽນທາງດ້ານວິຊາການ, ນັກສຶກສາ, ພະນັກງານ, ຄູ-ອາຈານ  ແລະເພື່ອຄົ້ນຄວ້າວິທະຍາສາດ. 

ທຶນມູນນິທິການສຶກສາ

ທຶນມູນນິທິການສຶກສາຂອງ ມະຫາວິທະຍາໄລແຫ່ງຊາດ ແມ່ນຈັດຕັ້ງຂຶ້ນເພື່ອຊ່ວຍເຫຼືອນັກສຶກສາ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ທີ່ທຸກຈົນມາຈາກທ້ອງຖິ່ນຫ່າງໄກສອກຫຼີກ,  ກໍາພ້າ,  ກໍາພອຍໃຫ້ມີໂອກາດໄດ້ຮຽນຕໍ່ໃນ     ມະຫາວິທະຍາໄລແຫ່ງຊາດ ຈົນຈົບ. ເພື່ອຊຸກຍູ້ - ສົ່ງເສີມ ນັກສຶກສາທີ່ຮຽນເກັ່ງໃຫ້ຮຽນເກັ່ງຕະຫຼອດໄປ ເພື່ອສ້າງນັກວິຊາການໃຫ້ແກ່ທ້ອງຖິ່ນຫ່າງໄກສອກຫຼີກ.
 

ຂ່າວ ແລະ ກິດຈະກຳເດັ່ນ

ມຊ ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັບ ວິທະຍາໄລການສຶກສາກ່ອນໄວຮຽນ ສປ ຈີນ

ໃນຕອນເຊົ້າ ວັນທີ 27 ກັນຍາ 2024, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືທາງດ້ານວິຊາການ ຮ່ວມກັບ ວິທະຍາໄລການສຶກສາກ່ອນໄວຮຽນຄຸນມິງ ສປ ຈີນໂດຍການລົງນາມຝ່າຍ ມຊ ໂດຍທ່ານ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ແລະ ຝ່າຍ ວິທະຍາໄລການສຶກສາກ່ອນໄວຮຽນຄຸນມິງ ໂດຍທ່ານ ຊົງ ໄທ່ເຊີງ (Song Haisheng)...

ຮພຊ ຈັດພິທີສະຫຼຸບສົກຮຽນ 2023-2024 ແລະເປີດສົກຮຽນໃໝ່ 2024-2025

ໃນຕອນເຊົ້າ ວັນທີ 18 ກັນຍາ 2024 ຜ່ານມານີ້, ໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາໄລ ມະຫາວິທະຍາໄລແຫ່ງຊາດ(ຮພຊ) ໄດ້ຈັດພິທີສະຫຼຸບສົກຮຽນ 2023-2024 ແລະເປີດສົກຮຽນໃໝ່ 2024-2025 ຂຶ້ນທີ່ສະໂມສອນ ຂອງໂຮງຮຽນຕົນ, ໂດຍການເປັນປະທານ ຂອງທ່ານ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມຊ, ມີທ່ານ ແກ້ວສິດທິພອນ ຈັນທະລາ...