ໃນລະຫວ່າງວັນທີ 1 - 6 ມີນາ 2026 ທີ່ຄະນະວິທະຍາສາດ ສິ່ງແວດລ້ອມມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບ ມະຫາວິທະຍາໄລ ເກິ່ນເທີ, ສສ ຫວຽດນາມ ໄດ້ຈັດພິທີເປີດກອງປະຊຸມຄ້າຍຝຶກອົບຮົມຊາວໜຸ່ມລຸ່ມແມ່ນໍ້າຂອງ ພາຍໃຕ້ຫົວຂໍ້: “Mekong CoRe Youth Bootcamp 2026: ການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ແລະ ຄວາມສາມາດໃນການປັບຕົວຂອງຊາວໜຸ່ມ ຕໍ່ກັບການປ່ຽນແປງສະພາບພູມອາກາດ ໃນເຂດລຸ່ມແມ່ນໍ້າຂອງ” ໂດຍການສະໜັບສະໜູນຈາກສະຖານທູດອັງກິດ ປະຈຳ ຮ່າໂນ້ຍ ແລະ ວຽງຈັນ. ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຮສ.ປອ. ອຸ່ນຫຼ້າ ສີວັນເພັງ (Assoc. Prof. Dr. Ounla Sivanpheng) ຮອງຜູ້ອຳນວຍການໃຫຍ່ ມຊ ແລະ ຮສ.ປອ. ວັນ ຟາມ ດັງ ຈີ (Assoc. Prof. Dr. Van Pham Dang Tri) ຜູ້ອຳນວຍການສະຖາບັນແມ່ນໍ້າຂອງ ມະຫາວິທະຍາໄລ ເກິ່ນເທີ. ນອກນັ້ນ, ຍັງມີຜູ້ຕາງໜ້າຈາກສະຖານທູດອັງກິດ, ຄູຝຶກ, ຊ່ຽວຊານ ແລະ ນັກວິໄຈຮຸ່ນໜຸ່ມຈາກທັງສອງປະເທດເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ມີຈຸດປະສົງຫຼັກເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ນັກວິໄຈ ແລະ ນັກວິຊາການຮຸ່ນໜຸ່ມ ຈຳນວນ 20 ຄົນ ຈາກ ສປປ ລາວ ແລະ ສສ ຫວຽດນາມ ໂດຍເນັ້ນໃສ່ການຍົກລະດັບຄວາມຮູ້, ທັກສະການສື່ສານ ແລະ ການສ້າງເຄືອຂ່າຍຄວາມຮ່ວມມືຂ້າມແດນ ເພື່ອແກ້ໄຂບັນຫາສິ່ງທ້າທາຍດ້ານສິ່ງແວດລ້ອມ ເຊັ່ນ: ໄພແຫ້ງແລ້ງ, ນໍ້າຖ້ວມ ແລະ ການປ່ຽນແປງຂອງລະບົບນິເວດໃນລຸ່ມແມ່ນໍ້າຂອງ ຜ່ານ 4 ຫົວຂໍ້ຫຼັກ:
1. ການເຊື່ອມໂຍງຂ້າມແດນ ແລະ ທັດສະນະຂອງພາກພື້ນ: ສຸມໃສ່ການພັດທະນາ ແລະ ຄວາມຮ່ວມມືໃນລຸ່ມແມ່ນໍ້າຂອງ.
2. ຫ່ວງໂສ້ມູນຄ່າກະສິກຳ ແລະ ຍຸກດີຈີຕອນ: ການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອຄວາມຍືນຍົງ.
3. ສິນເຊື່ອຄາບອນ (Carbon Credit) ແລະ ການເງິນເພື່ອສະພາບພູມອາກາດ: ການສ້າງກົນໄກທາງການເງິນເພື່ອສະໜັບສະໜູນວຽກງານສິ່ງແວດລ້ອມ.
4. ການນຳໃຊ້ພາກສະໜາມ: ໂດຍມີການລົງຢ້ຽມຢາມໂຄງການຄຸ້ມຄອງແມ່ນໍ້າຂອງແບບບູລະນາການ ແລະ ໂຄງການອ່າງເກັບນໍ້າ ນໍ້າເຕັນ ທີ່ນະຄອນຫຼວງວຽງຈັນ.
ໂຄງການ Mekong CoRe Youth Bootcamp 2026 ບໍ່ພຽງແຕ່ເປັນການສ້າງບຸກຄະລາກອນຮຸ່ນໃໝ່ໃຫ້ມີຄວາມພ້ອມດ້ານວິຊາການເທົ່ານັ້ນ, ແຕ່ຍັງເປັນການເສີມສ້າງບົດບາດຂອງເຄືອຂ່າຍສິດເກົ່າທຶນການສຶກສາ Chevening (Chevening Alumni) ໃນການປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ແລະ ຄວາມໝັ້ນຄົງຂອງພາກພື້ນແມ່ນໍ້າຂອງໃນໄລຍະຍາວ.