ໃນລະຫວ່າງ ວັນທີ 26-27 ກຸມພາ 2026 ຜ່ານມານີ້, ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ການຮຽນການສອນພາສາອັງກິດໃຫ້ຄູ-ອາຈານ ທົ່ວປະເທດ (The 20th LaoTESOL International Conference: LaoTESOL) ຄັ້ງທີ 20 ຈັດຂຶ້ນທີ່ມະຫາວິທະຍາໄລສຸພານຸວົງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ, ໂດຍການເຂົ້າຮ່ວມຂອງທ່ານ ທອງສຸກ ແກ້ວມະນີ ຮອງຜູ້ອໍານວຍການໃຫຍ່ ມຊ, ທ່ານ ນາງ ມິເຊວ ເອົາລໍ(Michelle Outlaw) ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກີລາ, ຄູ-ອາຈານທີ່ສອນພາສາອັງກິດ ຈາກສະຖາບັນການສຶກສາ ແລະ ໂຮງຮຽນຕ່າງໆທົ່ວປະເທດເຂົ້າຮ່ວມ.
ໃນພິທີ, ທ່ານ ປອ. ນາງ ທອງມາລາ ໂພສີຄໍາ ຫົວໜ້າຄະນະວິຊາ ຄະນະອັກສອນສາດ ມຊ ກ່າວວ່າ: ກອງປະຊຸມ LaoTESOL ຄັ້ງທີ 20 ຈັດຂຶ້ນພາຍໃຕ້ຫົວຂໍ້: “ ການສອນພາສາອັງກິດໃນຍຸກດິຈິຕອນ: ເສີມສ້າງຄຸນນະພາບຄູ ແລະ ການມີສ່ວນຮ່ວມຂອງຜູ້ຮຽນ ”. ສືບຕໍ່ເປັນເວທີອັນສໍາຄັນສໍາລັບການແລກປ່ຽນວິຊາຊີບ, ການຮ່ວມມື ແລະ ການສ້າງເຄືອຂ່າຍລະຫວ່າງຄູສອນພາສາອັງກິດ. ໃນຍຸກດີຈິຕອນ ທີ່ມີການພັດທະນາຢ່າງໄວວາດັ່ງທຸກວັນນີ້ ການສອນພາສາອັງກິດ ໄດ້ຂະຫຍາຍອອກໄປທົ່ວທຸກບ່ອນນັບມື້ເພີ່ມຂຶ້ນ; ແນວໃດກໍຕາມ ໃນຍຸກດີຈີຕອນ ໄດ້ທ້າທາຍໃຫ້ພວກເຮົາຕ້ອງມີການເຊື່ອມໂຍງກັບເທັກໂນໂລຍີທີ່ທັນສະໄໝ, ສົ່ງເສີມການສື່ສານທີ່ແທ້ຈິງ ແລະ ປູກຝັງທັກສະການຄິດພິຈາລະນາໃນບັນດາຜູ້ຮຽນ. ນອກນັ້ນ, ມັນຮຽກຮ້ອງໃຫ້ຜູ້ພັດທະນາການສຶກສາ, ຄູ-ອາຈານ ປັບປຸງຄວາມຮູ້ທາງດ້ານການສອນຂອງເຂົາເຈົ້າຢ່າງຕໍ່ເນື່ອງ, ຮັບຮອງເອົາວິທີການປະດິດສ້າງ ແລະ ສ້າງສະພາບແວດລ້ອມທີ່ດີແຫ່ງການຮຽນຮູ້ ລວມເຖິງກະກຽມນັກຮຽນສໍາລັບການສື່ສານໃນໂລກແຫ່ງຄວາມເປັນຈິງ. ທ່ານກ່າວອີກວ່າ: ຕ້ອງສະແຫວງຫາໂອກາດຢ່າງຈິງຈັງ ເພື່ອປັບປຸງທັກສະຂອງຕົນເອງ ໂດຍຜ່ານການຮ່ວມມືກັບເພື່ອນຮ່ວມງານ ແລະ ການມີສ່ວນຮ່ວມກັບການພັດທະນາຊັບພະຍາກອນທາງດ້ານວິຊາການທີ່ຫຼາກຫຼາຍ. ຄວາມສໍາຄັນເທົ່າທຽມກັນ ແມ່ນການໃຫ້ນັກຮຽນມີໂອກາດທີ່ຈະນໍາຄວາມຮູ້ຂອງເຂົາເຈົ້າທັງໃນ ແລະ ນອກຫ້ອງຮຽນ, ຫັນການຮຽນຮູ້ໄປສູ່ການປະຕິບັດທີ່ມີຄວາມໝາຍ ແລະ ແທດເໝາະກັບການຊົມໃຊ້ພາສາເພື່ອການສື່ສານຕົວຈິງ. ທ່ານກ່າວຢໍ້າອີກວ່າ “ ຖ້າຢາກໃຫ້ນັກຮຽນເກັ່ງ ຄູຕ້ອງເກັ່ງກວ່ານັກຮຽນ”.
ພ້ອມນັ້ນ, ໃນທີ່ປະຊຸມຍັງໄດ້ມີການແລກປ່ຽນຄຳຄິດເຫັນ ແລະແລກປ່ຽນປະສົບການ ການສິດສອນພາສາອັງກິດຮ່ວມກັນອີກດ້ວຍ.