Select your language

ໃນຕອນເຊົ້າວັນທີ 10 ພະຈິກ 2023 ຜ່ານມານີ້, ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ຊາດ(ມຊ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ຂຶ້ນທີ່ຫ້ອງປະຊຸມສະໂມສອນຊັ້ນ II . ໂດຍການເປັນປະທານຮ່ວມຂອງສະຫາຍ ນາງ. ທໍາ ນັນທະວົງສາ ຄະນະພັກຮາກຖານ ຄສຄ, ທ່ານ ປອ. ວິໄລສັກ ສີໂຄດວົງສາ ຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະກີລາ, ຮອງເລຂາຊາວໜຸ່ມ ມຊ, ທ່ານ ລິນທາ ຈັນທະມາລີ ເລຂາຊາວໜຸ່ມຮາກຖານ ຄສຄ, ທ່ານ ນາງ. ຈັນທະຈອນ ສິງຫາລາດ ປະທານສະຫະພັນແມ່ຍິງຮາກຖານ ຄສຄ ແລະທ່ານ ອໍາພອນ ວົງສຸພັນ ປະທານ ກໍາມະບານຮາກຖານ ຄສຄ, ມີບັນດາແຂກທີ່ຖືກເຊີນ, ສະມາຊິກ ຄຊປປລ ທີ່ເປັນພະນັກງານ, ຄູ-ອາຈານ ແລະນັກສຶກສາ ຄສຄ ເຂົ້າຮ່ວມ.

          ໃນພິທີ ສະຫາຍ ລິນທາ ຈັນທະລີມາ ເລຂາຊາວໜຸ່ມ ຄະນະວິທະຍາສາດສັງຄົມ ໄດ້ຂຶ້ນຜ່ານບົດລາຍງານການເຄື່ຶອນໄຫວໃນໄລຍະ 5 ປີ (2019-2023 ) ຜ່ານມາ ແລະສະເໜີທິດທາງແຜນການ 5 ປີ ໃນຕໍ່ໜ້າ (2023-2028) ຂອງ ຄສຄ  ໃນການຈັດຕັ້ງປະຕິບັດວຽກງານຕໍ່ທີ່ປະຊຸມ; ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານເຊັ່ນ: ການສຶກສາອົບຮົມການເມືອງ-ແນວຄິດໃຫ້​ສະ​ມາ​ຊິກຊາວໜຸ່ມ ໂດຍ​ຜ່ານ​ຂະ​ບວນ​ການ​ປະ​​ຕິ​ບັດຂໍ້​ແຂ່ງ​ຂັນ 4 ບຸກ ​ໃນ​ແຕ່​ລະ​ປີ ແລະສົມ​ທົບ​ກັບ​ພຶດ​ຕິ​ກຳ​ຕົວ​ຈິງຂອງ​ສະ​ມາ​ຊິກ ສາ​ມາດ​ຕີ​ລາ​ຄາ​ໄດ້​ວ່າ 80% ເຫັນ​ວ່າ​ມີ​ຄະ​ແນນ​ສະ​ເລ່ຍ 8,25% ຂອງ​ຈຳ​ນວນ​ສະ​ມາ​ຊິກ​ທັງ​ໝົດ (ໃນ​ເກນ ດີ-ດີ​ເດັ່ນ). ສຳ​ລັບ​ການ​ຈັດ​ຕັ້ງ​ເຊື່ອມ​ຊືມ​ເອ​ກະ​ສານ​ເອ​ກະ​ສານ​ສຳ​ຄັນ​ຕ່າງໆ ສາ​ມາດ​ຈັດ​ຕັ້ງ​​ປະ​ຕິ​ບັດໄດ້​ 65% ​ຂອງ​ແຜນ​ການທີ່​ໄດ້ກຳ​ນົດໄວ້​​ໃນ​ກອງ​ປະ​ຊຸມ​ໃຫຍ່ໄວ້ 1-2 ຄັ້ງ/ປີ ເນື່ອງ​ມາ​ຈາກ​ສະ​ພາບ​ໂຄວິດ-19 ແຜ່​ລະ​ບາດ. ປັບປຸງ ແລະກໍ່ສ້າງການຈັດຕັ້ງຊາວໜຸ່ມໄດ້​ອະ​ນຸ​ມັດ​ຮັບ​ມະ​ຫາ​ຊົນ​ເຂົ້າ​ເປັນສະມາຊິກຊາວໜຸ່ມ​ ຄ​ຊ​ປ​ປລ ໄດ້ 3 ຄັ້ງ ມີ​ສະ​ມາ​ຊິກ 16 ສະ​ຫາຍ, ຊຸກ​ຍູ້​ສະ​ມາ​ຊິກຜູ້​ມີເປົ້າໝາຍຂະຫຍາຍເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ໃຫ້ໄດ້ 11 ສະ​ຫາຍ, ຍິງ 6 ສະ​ຫາຍ, ສະ​ມາ​ຊິກ​ພັກ​ສຳ​ຮອງ 3 ສະ​ຫາຍ, ຍິງ 2 ສະ​ຫາຍ. ປັບປຸງກົງຈັກການຈັດຕັ້ງ​ຊາວ​ໜຸ່ມ ໃຫ້​ສອດ​ຄ່ອງ​ກັບ​ແຜນ​ກຳ​ນົດ​ພະ​ນັກ​ງານ​ (2021-2025) ສ້າງພະນັກງານສືບທອດ, ປ່ຽນ​ແທນ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງຕຳ​ແໜ່ງ​ງານ​ຕ່າງໆ, ໄດ້ສ້າງຂະບວນການ​ສິ​ລະ​ປະ ແລະກີ​ລາ ໃນການສະເຫຼີມ-ສະຫຼອງວັນສຳ​ຄັນ​ຕ່າງໆ ຂອງຊາດ ແລະ ຂອງພັກ ປະ​ຕິ​ບັດ​ໄດ້​ເກີນ​ແຜນ​ທີ​ກຳ​ນົດ​ໄວ້, ສຳ​ລັບ​ວຽກ​ງານ 4 ບຸກ ແມ່ນ​ສາ​ມາດ​ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ 4 ບຸກໄດ້​ປະ​ເພດ​ດີ-ດີ​ເດັ່ນ 80% ຂຶ້ນໄປ, ໄດ້ນຳ​ພາ​ສະ​ມາ​ຊິກ​ພະ​ນັກ​ງານ ແລະ ສະ​ມາ​ຊິກ​ນັກ​ສຶກ​ສາ​ບໍ​ລິ​ຈາກ​ເລືອດ​ທັງ​ຢູ່​ພາຍ​ໃນ ມ​ຊ ແລະຢູ່ນອກ​ໄດ້​ທັງ​ໝົດ 488 ເທື່ອ​ຄົນ, ຍິງ 278 ເທື່ອ​ຄົນ. ​ໄດ້ນຳ​ພາ​ສະ​ມາ​ຊິກ​ປ້ອງ​ກັນ​ເວນ​ຍາມ 24 ຊົ່ວ​ໂມງ ໃນ​ຂອບ​ເຂດ​ຄວາມ​ຮັບ​ຜິດ​ຊອບ​ຕົນ ເຫັນ​ວ່າ​ມີ​ຄວາມ​ເປັນ​ລະບຽບ​ດີ.

          ຈາກນັ້ນ ໃນພິທີຍັງໄດ້ມີການປ່ອນບັດ ຄັດເລືອກເອົາ  ຄຊປປລ ຄະນະວິທະຍາສາດສັງຄົມ ມຊ ຊຸດໃໝ່; ມີຜູ້ສະໝັກທັງໝົດ 11 ສະຫາຍ, ຄັດເລືອກເອົາ 7 ສະຫາຍ; ຜ່ານການຄັດເລືອກໃນທີ່ປະຊຸມ ໄດ້ເລືອກ ສະຫາຍ ງາມຕາ ວົງວິໄລທອງ ເປັນເລຂາ, ສະຫາຍ ສົມໃຈ ບູລິດຳ ເປັນຮອງ, ສະຫາຍ ກັນຫາ ແສງມະນີ ເປັນປະທານກວດກາ, ສະຫາຍ ບຸນນັດ ແກ້ວປັນຍາ, ສະຫາຍ ມາລາວັນ ຈັນທະວົງສິນ, ສະຫາຍ ບຸນຈັນ ແຈ່ມມາໄລ ແລະສະຫາຍ ຄໍາອົ້ນ ທໍາມະວົງ ເປັນຄະນະ.

ພາບບັນຍາກາດ