Select your language

ໃນຕອນເຊົ້າວັນທີ 26 ເມສາ 2024 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີປະກາດການຈັດຕັ້ງຄະນະນໍາ ມຊ. ຂຶ້ນທີ່ສະໂມສອນ ສະຖາບັນຂົງຈື ມຊ. ໂດຍການເປັນປະທານຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ມີທ່ານຕາງໜ້າຈາກສູນກາງພັກ, ຈາກກົມຈັດຕັ້ງ ແລະພະນັກງານກະຊວງສຶກສາທິການ ແລະກີລາ, ມີທ່ານ ອະທິການບໍດີ, ຮອງອະທິການບໍດີ, ບັນດາ ຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ສູນ,  ໂຮງຮຽນ, ໂຮງໝໍ, ຫົວໜ້າພາກວິຊາ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ມຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

          ໃນພິທີ ທ່ານ ປອ. ນາງ ວິໄລ ພິລາວົງ  ຫົວໜ້າກົມຄຸ້ມຄອງພະນັກງານຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ ສະບັບເລກທີ 122/ນຍ, ລົງວັນທີ 29/01/2024 ອະນຸມັດໃຫ້ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ.  ລວມອາຍຸການ 37 ປີ ອອກພັກການ-ຮັບອຸດໜູນບໍານານ ແລະແຕ່ງຕັ້ງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ເປັນວ່າການແທນອະທິການບໍດີ ມຊ. ຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ພະນັກງານ ດຳລົງຕໍາແໜ່ງບໍລິຫານ ຂອງ ມຊ ສະບັບເລກທີ 1569/ສສກ, ລົງວັນທີ 09 ເມສາ 2024. ພ້ອມທັງຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງອະທິການບໍດີ ມຊ ສະບັບເລກທີ 224/ນຍ ລົງວັນທີ 08/04/2024 ວ່າດ້ວຍການແຕ່ງຕັ້ງທ່ານ ສຈ.ປອ. ພູເພັດ ກ້ຽວພິລາວົງ ເປັນຮອງອະທິການບໍດີ ມຊ ແລະຜ່ານດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງອະທິການບໍດີ ມຊ. ເລກທີ 225/ນຍ ລົງວັນທີ 08/04/2024 ວ່າດ້ວຍການແຕ່ງຕັ້ງທ່ານ ທອງສຸກ ແກ້ວມະນີ ເປັນຮອງອະທິການບໍດີ ມຊ.

        ໃນພິທີສໍາຄັນນີ້, ທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ໂອ້ລົມຕໍ່ທີີ່ປະຊຸມ ເຊິ່ງກ່ອນອື່ນ ທ່ານໄດ້ກ່າວຍ້ອງຍໍ-ຊົມເຊີຍຕໍ່ຜົນງານ ຂອງທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະດີດອະທິການບໍດີ ມຊ. ທີ່ໄດ້ຖຸ່ມເທສະຕິປັນຍາ ແລະເຫື່ອແຮງຂອງຕົນປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ເວົ້າລວມ; ເວົ້າສະເພາະແມ່ນ ການພັດທະນາ ມຊ, ພ້ອມນັ້ນ ທ່ານຍັງໄດ້ກ່າວເຖິງຜົນສໍາເລັດໃນຂັ້ນຕ່າງໆ ໃນໄລຍະການດຳລົງຕໍາແໜ່ງຂອງທ່ານອະດີດອະທິການບໍດີ ໂດຍສະເພາະແມ່ນວຽກງານດ້ານວິຊາການ, ການຄົ້ນຄວ້າວິທະຍາສາດ, ການສົ່ງເສີມພະນັກງານຍົກລະດັບວິຊາສະເພາະ ແລະຜົນສໍາເລັດໃນວຽກອື່ນໆອີກຢ່າງຫຼວງຫຼາຍ ແລະ ຂະນະດຽວກັນທ່ານຍັງໄດ້ກ່າວເຖິງປະສົບການໃນໄລຍະການຮ່ວມວຽກງານນໍາທ່ານ ອະດີດອະທິການບໍດີວ່າ ທ່ານເປັນບຸກຄົນໜຶ່ງທີ່ມີຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ມີວິໄສທັດອັນກວ້າງໄກ, ມີຄວາມສາມາດໃນການນຳໃຊ້ ແລະຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະກໍາລັງແຮງສັງລວມທັງຢູ່ພາຍໃນ ແລະພາຍນອກເຂົ້າໃນການພັດທະນາມະຫາວິທະຍາໄລ, ເປັນຜູ້ນຳທີ່ມີມະນຸດສຳພັນດີ ແລະມີຄວາມໂອບເອື້ອອາລີ ຊຶ່ງເປັນຈຸດເດັ່ນອັນໜຶ່ງຂອງທ່ານ, ແຕ່ທ່ານກໍເປັນຜູ້ນຳທີ່ມີຄວາມເດັດຂາດ, ກ້າຄິດ, ກ້າເຮັດ ແລະກ້າຮັບຜິດຊອບ. ເຊິ່ງເປັນແບບຢ່າງອັນດີໃຫ້ໝູ່ຄະນະ ແລະບຸກຄະລາກອນໃນ ມຊ, ເປັນຜູ້ໜຶ່ງທີ່ມີຄວາມບຸກໜ້າບືນຕົວຜ່ານຜ່າຂໍ້ຫຍຸ້ງຍາກ ໂດຍສະເພາະແມ່ນໄລຍະທີ່ທ່ານຮັບຕໍາແໜ່ງໄດ້ມີການລະບາດຂອງພະຍາດໂຄວິດ19 ແຕ່ທ່ານກໍສາມາດນໍາພາ ມຊ ຜ່ານວິກິດນັ້ນມາໄດ້ ແລະທ່ານຍັງໄດ້ສ້າງຜົນງານອັນພົ້ນເດັ່ນໂດຍສະເພາະແມ່ນການສ້າງພື້ນຖານໂຄງລາງໃຫ້ມີຄວາມເຂັ້ມແຂງ, ການສ້າງພະນັງານສືບທອດ, ສ້າງຄວາມເຂັ້ມແຂງດ້ານຊັບພະຍາກອນມະນຸດ, ໄດ້ຂະຫຍາຍການຮ່ວມມືກັບຕ່າງປະເທດຢ່າງກວ້າງຂວາງ ແລະເຖິງວ່າທ່ານຈະເປັນຜູ້ບໍລິຫານຂັ້ນສູງ ແລະມີຫລາຍວຽກ ທ່ານກໍໄດ້ເອົາໃຈໃສ່ໃນການຮ່ຳຮຽນຍົກລະດັບຕົນເອງ ແລະການຄົ້ນຄວ້າວິທະຍາສາດ, ຊຶ່ງໄດ້ກາຍເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ, ຄູ- ອາຈານ ແລະນັກສຶກສາທົ່ວ ມຊ.

ໃນໂອກາດດຽວກັນ ທ່ານລັດຖະມົນຕີ ໄດ້ຝາກເຖິງ ວ່າການແທນອະທິການບໍດີ ແລະທ່ານຮອງອະທິການບໍດີທີ່ຂຶ້ນຮັບໜ້າທີ່ໃໝ່ ໃຫ້ຮັກສາສະຖຽນລະພາບຂອງ ມຊ. ໃຫ້ຄົງຢູ່ ແລະສ້າງ ມຊ ໃຫ້ມີຄວາມນໍາໜ້າ, ຄວາມເຂັ້ມແຂງດ້ານການບໍລິຫານ-ຄຸ້ມຄອງ, ໃຫ້ເປັນມະຫາວິທະຍາໄລ ທີ່ນໍາໜ້າທາງດ້ານວິຊາການ, ດ້ານສິ່ງແວດລ້ອມ ແລະນໍາໜ້າທາງດ້ານການຮ່ວມມືກັບຕ່າງປະເທດ, ທ່ານໄດ້ກ່າວເນັ້ນອີກວ່າ ໃຫ້ທຸກພາກສ່ວນທົ່ວ ມຊ. ຈົ່ງໃຫ້ຄວາມຮ່ວມມື-ຮ່ວມໃຈ ໃນການປະຕິບັດໜ້າທີ່ຂອງຄະນະນໍາຊຸດໃໝ່ ເພື່ອໃຫ້ ມຊ ກາຍເປັນສູນກາງການສຶກສາທີ່ມີຄວາມກ້າວໜ້າ ແລະມີຄຸນນະພາບຍິ່ງຂຶ້ນໃນທຸກໆດ້ານ.

ພາບບັນຍາກາດ