Select your language

ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ສູນເຄືອຂ່າຍຂໍ້ມູນຂ່າວສານແມ່ຍິງອາຊີ- ປາຊີຟິກ, ມະຫາວິທະຍາໄລສະຕຼີສຸກມຽງ (Asia Pacific Women’s Information Network Center: APWINC of Sookmyung Women’s University) ສ. ເກົາຫຼີ, ໄດ້ຈັດຝຶກອົບຮົມອອນລາຍ ພາຍໃຕ້ໂຄງການ “2024 UNESCO-UNITWIN Digital Entrepreneurship Online Training”, ໃນຫົວຂໍ້: “Women’s Empowerment through ICT Skills and Leadership Education” ໃຫ້ແກ່ນັກສຶກສາເພດຍິງ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມຊ ຈໍານວນ 20 ຄົນ; ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 30 ເມສາ - 14 ພຶດສະພາ 2024. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອເປີດໂອກາດໃຫ້ນັກສຶກສາ ໄດ້ມີຄວາມຮູ້-ຄວາມເຂົ້າໃຈ ດ້ານໄອທີ, ການປະກອບການທາງດິຈິຕ້ອນ ແລະ ການສຶກສາຄວາມເປັນຜູ້ນຳ ຫຼາຍຍິ່ງຂຶ້ນ. ນອກນັ້ນ, ໃນໄລຍະຂອງການຝຶກອົບຮົມດັ່ງກ່າວ ໄດ້ມີການແຂ່ງຂັນການນໍາສະເໜີບົດພາຍໃຕ້ຫົວຂໍ້ຂອງງານ, ຊຶ່ງທີມທີ່ຊະນະເລີດຈາກການແຂ່ງຂັນ ໄດ້ແກ່ທີມ C : Four Musketeers_SHECHIC, ທີມດັ່ງກ່າວຈະໄດ້ຮັບທຶນການສຶກສາໄປຝຶກອົບຮົມ ທີ່ ມະຫາວິທະຍາໄລສະຕີສຸກມຽງ, ສ.ເກົາຫຼີ ໄລຍະ 1 ອາທິດ ໃນເດືອນ ພະຈິກ 2024.    ພາບບັນຍາກາດ