Select your language

ໃນວັນທີ 20 ກັນຍາ 2024 ຜ່ານມານີ້, ທ່ານ ແຊມ ເມັງ (Sam Meang) ຫົວໜ້າ ສະຖາບັນແລກປ່ຽນ ວັດທະນະທຳ ແລະອຸດສະຫະກຳ ລາວ-ເກົາຫຼີ ແລະຄະນະ ໄດ້ມາຢ້ຽມຢາມ ແລະພົບປະ ທ່ານ ຮສ.ປອ. ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ ທີ່ຫ້ອງຮັບແຂກ ຕຶກສໍານັກງານອະທິການບໍດີ, ໂດຍມີບັນດາທ່ານຮອງອະທິການບໍດີ, ຫົວໜ້າຫ້ອງການ, ພະນັກງານ ແລະ ຄູ-ອາຈານ ທີ່ກ່ຽວຂ້ອງເຂົ້າຮ່ວມ.

          ໃນໂອກາດນີ້, ທັງສອງຝ່າຍໄດ້ປຶກສາຫາລື -ແລກປ່ຽນຄໍາຄິດເຫັນ ເຊິ່ງກັນ ແລະກັນກ່ຽວກັບການຮ່ວມມືໃນການສ້າງມະຫາວິທະຍາໄລເຕັກໂນໂລຊີທີ່ທັນສະໄໝ (Cyber University) ການສຶກສາທາງໄກ ໂດຍເປັນໂຄງການທີ່ໄດ້ຮັບການສະໜັບສະໜູນຈາກ ລັດຖະບານເກົາຫຼີ ແລະ ອີກໂຄງການໜຶ່ງແມ່ນສ້າງລະບົບໄວຟາຍ ເຊິ່ງໄດ້ຜ່ານການນຳສະເໜີ ລັດຖະບານເກົາຫຼີແລ້ວ ແລະ ໄດ້ສົ່ງອຸປະກອນມາເຖິງ ມຊ ແລ້ວ ແລະພ້ອມນັ້ນ ໂຄງການທີ່ໄດ້ດຳເນີນຜ່ານມາແມ່ນສູນຄິງເຊຈອງ ໃນຕະຫຼອດ 5 ປີຜ່ານມາ ນັບແຕ່ສ້າງຕັ້ງສູນຄິງເຊຈອງແມ່ນໄດ້ພັດທະນາດ້ານການສອນພາສາເກົາຫຼີ ແລະ ເຜີຍແຜ່ວັດທະນະທຳເກົາຫຼີ, ພ້ອມທັງເປີດໂອກາດໃຫ້ໄວໜຸ່ມລາວ ສາມາດໄປປະກອບອາຊີບຢູ່ ເກົາຫຼີໄດ້.

         ໃນໂອກາດການຢ້ຽມຢາມ ແລະພົບປະ ຄະນະນໍາ ມຊ ຄັ້ງນີ້, ທາງສະຖາບັນແລກປ່ຽນ ວັດທະນະທຳ ແລະອຸດສະຫະກຳ ລາວ-ເກົາຫຼີ ຍັງໄດ້ມອບອຸປະກອນໄອທີ ເຄື່ອງສັນຍານກະຈາຍໄວໄຟ ມູນຄ່າ 150,000 ໂດລາສະຫະລັດ ໃຫ້ແກ່ ມຊ ເພື່ອນຳໃຊ້ເຂົ້າໃນການກະຈາຍສັນຍານອິນເຕີເນັດໃຫ້ວ່ອງໄວທັນໃຈ ຢູ່ພາຍໃນ ມຊ.

ພາບບັນຍາກາດ