Select your language

ໃນວັນທີ 20 ກັນຍາ 2024 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ມະຫາວິທະຍາໄລ ຄົມມະນາຄົມ ພາກຕາເວັນຕົກສ່ຽງໃຕ້ ສປ ຈີນ (Southwest Jioatong University) ໄດ້ເຊັນສັນຍາຮ່ວມມືທາງດ້ານວິຊາການຮ່ວມກັບ,  ຝ່າຍ ມຊ ລົງນາມໂດຍ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີ ມຊ ແລະ ຝ່າຍ ມະຫາວິທະຍາໄລ ຄົມມະນາຄົມພາກຕາເວັນຕົກສ່ຽງໃຕ້ ສປ ຈີນ ລົງນາມ ໂດຍທ່ານ ຈົງຫຼົງ ໂຈ (Prof. Zhongrong ZHOU) ຮອງອະທິການບໍດີ. ໂດຍຊ້ອງໜ້າທານ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນ ອະທິການບໍດີ ມຊ ພ້ອມດ້ວຍບັນດາທ່ານຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງເຂົ້າເປັນສັກຂີພິຍານ.

ຈຸດປະສົງຂອງການລົງນາມຂອງທັງຝ່າຍໃນຄັ້ງນີ້, ແມ່ນເພື່ອກໍ່ສ້າງ ແລະ ເຝິກອົບຮົມເຕັກນິກສະໄໝໃໝ່ໃຫ້ແກ່ນັກສຶກສາ ໃນຂະແໜງກົນຈັກໂດຍສະເພາະແມ່ນກ່ຽວກັບລົດໄຟ ໂດຍພາຍໃຕ້ການຮ່ວມມື ໜຶ່ງແລວທາງໜຶ່ງເສັ້ນທາງ. ເຊິ່ງໃນ ສປປ ລາວ ປັດຈຸບັນກໍມີ ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ທີ່ສ້າງສຳເລັດໃນປີ 2023  ໃນ 6 ສາຂາວິຊາເຊັ່ນ: ສາຂາວິຊາເຕັກນິກ ຫົວລົດໄຟ, ເຕັກນິກຕູ້ລົດໄຟ, ສັນຍານທາງລົດໄຟ, ວິສະວະກຳທາງລົດໄຟ, ຄຸ້ມຄອງການຂົນສົ່ງທາງລົດໄຟ ແລະການສະໜອງໄຟຟ້າທາງລົດໄຟ. ສາມາດຮັບນັກສຶກສາໃນແຕ່ລະປີໄດ້ 350 ຄົນເຂົ້າຮຽນໃນລະດັບວິຊາຊີບຊັ້ນສູງ ທີ່ ເຂດຫຼັກ 16 ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນຕົ້ນ. ສ່ວນການຮ່ວມມືກັບ ມຊ ແມ່ນລົງເລິກບັນດາສາວິຊາທີ່ກ່ຽວຂ້ອງ ຄະນະວິສະວະກຳສາດ.

ພາບບັນຍາກາດ