Select your language

ໃນຕອນເຊົ້າ ວັນທີ 18 ກັນຍາ 2024 ຜ່ານມານີ້, ໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາໄລ ມະຫາວິທະຍາໄລແຫ່ງຊາດ(ຮພຊ) ໄດ້ຈັດພິທີສະຫຼຸບສົກຮຽນ 2023-2024 ແລະເປີດສົກຮຽນໃໝ່ 2024-2025 ຂຶ້ນທີ່ສະໂມສອນ ຂອງໂຮງຮຽນຕົນ, ໂດຍການເປັນປະທານ ຂອງທ່ານ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມຊ, ມີທ່ານ ແກ້ວສິດທິພອນ ຈັນທະລາ ຮັກສາການຜູ້ອໍານວຍການ ໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ, ມີບັນດາທ່ານ ຮອງຜູ້ອໍານວຍການໂຮງຮຽນ, ແຂກທີ່ຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກຮຽນໂຮງຮຽນດັ່ງກ່າວເຂົ້າຮ່ວມ.

      ໃນພິທີ, ທ່ານ ແກ້ວສິດທິພອນ ຈັນທະລາ  ໄດ້ຂຶ້ນຜ່ານບົດສະຫຼຸບສົກຮຽນ 2023-2024 ແລະຜ່ານທິດທາງແຜນການສົກຮຽນ 2024-2025 ຕໍ່ທີ່ປະຊຸມ, ເຊິ່ງທ່ານກ່າວບາງຕອນວ່າ: ໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍາໄລ ມີຊື່ຫຍໍ້ວ່າ: ຮພຊ, ເປັນໂຮງຮຽນທີ່ຂຶ້ນກັບສໍານັກງານອະທິການບໍດີ; ພາຍໃຕ້ການຊີ້ນໍາໆພາຂອງທ່ານ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ), ມີພາລະບົດບາດໃນການສ້າງຊັບພະຍາກອນມະນຸດ ກໍຄືການກໍ່ສ້າງນັກຮຽນເກັ່ງ, ໂຮງຮຽນແຫ່ງນີ້ໄດ້ຮັບການຊ່ວຍເຫຼືລ້າຈາກລັດຖະບານ ປະເທດ ສສ. ຫວຽດນາມ, ລວມມູນຄ່າ 47 ຕື້ດົງ ຫວຽດນາມ ແລະຖືກນໍາໃຊ້ຢ່າງເປັນທາງການ ແຕ່ວັນທີ 07 ກຸມພາ 2007, ເຊິ່ງປະກອບມີ 07 ອາຄານຄື: ອາຄານອໍານວຍການ, ອາຄານຮຽນ, ອາຄານຫ້ອງທົດລອງ-ຫໍສະໝຸດ, ສະໂມສອນ, ໂຮງອາຫານ ແລະຫໍພັກ 02 ຫຼັງ. ສໍາລັບຊັ້ນຮຽນແມ່ນມີແຕ່ຊັ້ນ ມ1 ເຖິງ ມ7; ລະບົບຈັດຕັ້ງປະກອບມີ ຄະນະອໍານວຍການ 04 ທ່ານ, ປະກອບມີ 05 ໜ່ວຍງານ, ມີຄູ-ອາຈານທັງໝົດ 48 ທ່ານ, ຍິງ 30 ທ່ານ, ໃນນັ້ນປະລິນຍາເອກ 01 ທ່ານ, ຍິງ 0, ປະລິນຍາໂທ 25 ທ່ານ, ຍິງ 13 ທ່ານ, ປະລິນຍາຕີ 22 ທ່ານ, ຍິງ 17 ທ່ານ, ກໍາລັງສຶກສາຕໍ່ປະລິນຍາເອກ ຢູ່ພາຍໃນ 01 ທ່ານ, ຍິງ 0 ທ່ານ, ສຶກສາຕໍ່ປະລິນຍາໂທພາຍໃນ 01 ທ່ານ, ຍິງ 01 ທ່ານ ແລະມີຄູສອນພາສາຫວຽດນາມ ຈາກ ສສ. ຫວຽດນາມ ຈໍານວນ 01 ທ່ານ, ຍິງ 01 ທ່ານ; ມີນັກຮຽນທັງໝົດ 591 ນ້ອງ, ຍິງ 336 ນ້ອງ.

      ໂອກາດດຽວກັນ ທ່ານຍັງໄດ້ຍົກໃຫ້ເຫັນ ຜົນງານທີ່ພົ້ນເດັ່ນຫຼາຍດ້ານເຊັ່ນ: ດ້ານວຽກງານການເມືອງແນວຄິດ, ວຽກງານວິຊາການ, ວຽກງານຄຸ້ມຄອງນັກຮຽນ, ວຽກງານບໍລິຫານ, ວຽກງານສະຖິຕິຂໍ້ມູນ-ຂ່າວສານເຕັກໂນໂລຊີ ແລະວຽກງານຈັດຕັ້ງ-ນະໂຍບາຍ; ດ້ານວຽກງານການເມືອງແນວຄິດ ພະນັກງານ, ຄູ-ອາຈານ ສ່ວນຫາຍມີແນວຄິດອຸ່ນອຽນ-ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ຫ້າວຫັນຕໍ່ໜ້າທີ່ວຽກງານ, ມີລະບຽບວິໄນ, ມີຄວາມເສຍສະຫຼະ, ມີຄວາມສາມັກຄີ, ພະນັກງານຄູຮັກອາຊີບແພງເດັກ ແລະພັດທະນາຕົນເອງຕະຫຼອດເວລາ; ດ້ານວຽກງານວິຊາການ ແມ່ນໄດ້ເຄື່ອນໄຫວຢ່າງກວ້າງຂວາງເຊັ່ນ ໄດ້ສົ່ງຮັກຮຽນເກັ່ງເຂົ້າຮ່ວມສອບເສັງຂັ້ນເມືອງໄຊທານີ ຊັ້ນ ມ.ຕົ້ນ 19 ນ້ອງ, ຍິງ 13 ນ້ອງ ແລະ ມ.ປາຍ 20 ນ້ອງ, ຍິງ 11 ນ້ອງ; ສາມາດຍາດໄດ້ລາງວັນ ນັກຮຽນເກັ່ງຂັ້ນເມືອງໄຊທານີ 36 ນ້ອງ, ຍິງ 23 ນ້ອງ; ໄດ້ສົ່ງນັກຮຽນເກັ່ງເຂົ້າຮ່ວມສອບເສັງຂັ້ນ ນະຄອນຫຼວງວຽງຈັນ ຈໍານວນ 36 ນ້ອງ, ຍິງ 23 ນ້ອງ ແລະສາມາດຍາດໄດ້ລາງວັນນັກຮຽນເກັ່ງຂັ້ນນະຄອນຫຼວງວຽງຈັນ ຈໍານວນ 14 ນ້ອງ, ຍິງ 10 ນ້ອງ; ໄດ້ສົ່ງນັກຮຽນເກັ່ງເຂົ້າຮ່ວມສອບເສັງລະດັບຊາດ ຈໍານວນ 03 ນ້ອງ, ຍິງ 01 ນ້ອງ ສາມາດຍາດໄດ້ຫຼຽນຄໍາ(ອັນດັບ1) ຈໍານວນ 02 ນ້ອງ, ຍິງ 01 ນ້ອງ ແລະຫຼຽນເງິນ(ອັນດັບ 2) ຈໍານວນ 01 ນ້ອງ, ຍິງ 0. ໃນສົກຮຽນຜ່ານມາ ຮພຊ ໄດ້ຮັບຂະບວນຄູເຝິກຫັດ ຈາກຄະນະສຶກສາສາດ ຈໍານວນ 14 ນ້ອງ, ການສອບເສັງເລື່ອນຂັ້ນ ແລະສອບເສັງຈົບຊັ້ນ ມ4 ແລະ ມ7 ໄດ້ 100%; ໃນນັ້ນ ໄດ້ໃບປະກາດແດງ 07 ນ້ອງ, ຍິງ 07 ນ້ອງ ແລະໄດ້ຮັບໃບຍ້ອງຍໍ 117 ນ້ອງ ແລະນອກນັ້ນ ຍັງໄດ້ນໍາພານັກຮຽນເຂົ້າຮ່ວມແຂ່ງຂັນໂຄງການວິທະຍາສາດ ແລະກີລາທີ່ຕ່າງປະເທດເຊັ່ນ: ປະເທດ ສປ.ຈີນ, ສິງກະໂປ, ສປ.ເກົາຫຼີ, ກໍາປູເຈຍ, ໄທ, ຫວຽດນາມ ແລະອາເມລິກາ ສາມາດຍາດໄດ້ 04 ຫຼຽນຄໍາ, 06 ຫຽນເງິນ ແລະ 04 ຫຼຽນທອງແດງ.  ແລະນອກຈາກນີ້ຍັງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວດ້ານອື່ນໆຕື່ມອີກ.

ພາບບັນຍາກາດ