Select your language

ວັນທີ 23 ກຸມພາ 2025 ນີ້, ທ່ານ ເສີນກາງ ເລຂາພັກເຂດປົກຄອງຕົນເອງຊົນເຜົ່າຈວ້າງ ກວາງຊີ ສປ ຈີນ ພ້ອມດ້ວຍຄະນະ ແລະທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນ ປະຈໍາລາວ ໄດ້ເດີນທາງຢ້ຽມຢາມ ແລະເຮັດວຽກຢູ່ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ, ເຊິ່ງໃຫ້ການຕ້ອນຮັບໂດຍທ່ານ ຮສ. ປອ. ເດຊານຸລາດ  ແສນດວງເດດ ວ່າການແທນອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະ ແລະຄະນະອໍານວຍການສະຖາບັນຂົງຈືຢ່າງອົບອຸ່ນ.

​          ໃນໂອກາດນີ້, ຄະນະນໍາສອງຝ່າຍລາວ-ຈີນໄດ້ຮ່ວມກັນເປີດປ້າຍຖານເຝິກອົບຮົມພາສາຈີນສາກົນ ແລະຖານຄົ້ນຄວ້າລະດັບປະເທດ-ພາກພື້ນ ລະຫວ່າງມະຫາວິທະຍາໄລແຫ່ງຊາດລາວ ແລະມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ. ພ້ອມດຽວກັນທັງສອງຝ່າຍ ຍັງຮ່ວມກັນເປັນສັກຂີພິຍານໃນພິທີເຊັນສັນຍາມອບທຶນການສຶກສາໄລຍະ 3 ປີຂອງສະພາການຄ້າແຂວງກວາງຊີ ມອບໃຫ້ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ.

​          ທ່ານ ຄໍາຮຸ່ງ ຈັນທະວົງ ອໍານວຍການຝ່າຍລາວສະຖາບັນຂົງຈື ໃຫ້ຮູ້ວ່າ: ຖານເຝິກອົບຮົມພາສາຈີນສາກົນ ແລະຖານຄົ້ນຄວ້າລະດັບປະເທດ-ພາກພື້ນ ທັງສອງເປັນເວທີຮ່ວມມື ແລະແລກປ່ຽນດ້ານການສຶກສາລະຫວ່າງປະເທດເຊັ່ນ ການເຝິກອົບຮົມຄູ-ນັກຮຽນ, ການສ້າງວິໄນ, ການພັດທະນາປຶ້ມແບບຮຽນ, ການຮ່ວມກັນຄົ້ນຄວ້າວຽກງານດ້ານວັດທະນະທໍາ ແລະອື່ນໆ ລວມທັງການເຂົ້າເຖິງແຫຼ່ງທຶນຕ່າງໆໂດຍຜ່ານຖານດັ່ງກ່າວ ເພື່ອສົ່ງເສີມການສຶກສາ ສາກົນຂອງຈີນໃຫ້ຍືນຍົງ ແລະມີຄຸນນະພາບສູງ.

ໃນໂອກາດດັ່ງກ່າວ, ທ່ານ ເສີນກາງ ກໍໄດ້ໂອ້ລົມ ແລະກ່າວໃຫ້ກໍາລັງໃຈຕໍ່ຄູ ແລະອາຈານອາສາສະມັກຈີນ ທີ່ໄດ້ສະຫຼະເຫື່ອແຮງ ແລະສະຕິປັນຍາຕົນເອງເຂົ້າໃນວຽກງານການຮຽນ-ການສອນຢ່າງຕັ້ງໜ້າທີ່ສະຖາບັນຂົງຈື ເຊິ່ງເປັນການປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕະກໍາຈີນ-ລາວໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກ.

ພາບບັນຍາກາດ