ວັນທີ 22 ກຸມພາທີ່ຜ່ານມານີ້, ແຂວງ ກວາງຊີ ສປ ຈີນ ໄດ້ຮ່ວມລົງນາມສູນຮ່ວມມືດ້ານນະວັດຕະກຳປັນຍາປະດິດ ກັບ ສປປ ລາວ ຢູ່ທີ່ນະຄອນຫຼວງວຽງຈັນ, ໂດຍຜ່ານການຮ່ວມມືສ້າງຕັ້ງສູນນະວັດຕະກໍາປັນຍາປະດິດ ລາວ-ຈີນ, ຈະປັບປຸງຄວາມສາມາດພື້ນຖານຂອງລາວໃນຍຸກແຫ່ງປັນຍາປະດິດ ຢ່າງເປັນລະບົບ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາຫຼາຍຂະແໜງອຸດສາຫະກຳພາຍໃນລາວ. ໂດຍມີທ່ານ ເສີນກາງ ເລຂາພັກເຂດປົກຄອງຕົນເອງຊົນເຜົ່າຈວ້າງ ກວາງຊີ ສປ ຈີນ ພ້ອມດ້ວຍຄະນະ ແລະທ່ານນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນ ປະຈໍາລາວ ເປັນສັກຂີພິຍານ, ເຊິ່ງການລົງນາມຂໍ້ຕົກລົງ (MOA) ໃນຄັ້ງນີ້ແມ່ນຂົງເຂດການຮ່ວມມືໃນໂຄງການ “ການສ້າງຫ້ອງທົດລອງເຕັກໂນໂລຊີຂໍ້ມູນຂ່າວສານ ອາວະກາດອັດສະລິຍະຮ່ວມ ລາວ-ຈີນ” ຕາງໜ້າລົງນາມຝ່າຍຈີນໂດຍທ່ານ ນາງ Sun Xiyan ຜູ້ຊ່ວຍອະທິການບໍດີ ມະຫາວິທະຍາໄລເຕັກໂນໂລຊີເອເລັກໂຕຣນິກກຸ້ຍຫລິນ, ຫົວໜ້າສະຖາບັນຄົ້ນຄວ້າເຕັກໂນໂລຊີເອເລັກໂຕຣນິກຫນານຫນິງ ສປ ຈີນ, ຕາງໜ້າລົງນາມຝ່າຍລາວ ໂດຍທ່ານ ຮສ. ປອ. ສິນທະວອນ ດາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ).
ແຂວງກວາງຊີ ແລະບັນດາປະເທດສະມາຊິກອາຊຽນໄດ້ຮ່ວມກັນສ້າງສູນການຮ່ວມມືດ້ານປະດິດສ້າງປັນຍາປະດິດຈີນ-ອາຊຽນ ແນໃສ່ຈັດຕັ້ງປະຕິບັດຕາມການສະເໜີຂອງລັດຖະບານຈີນກ່ຽວກັບ "ແຜນການສ້າງຂີດຄວາມສາມາດການເຂົ້າເຖິງທົ່ວໄປດ້ານປັນຍາປະດິດ" ແລະ ຊຸກຍູ້ການພັດທະນາປັນຍາປະດິດທົ່ວໂລກຢ່າງເປີດກວ້າງ ແລະ ຮອບດ້ານ. ເປັນຕົ້ນແມ່ນ: ຊຸກຍູ້ການເຂົ້າເຖິງທົ່ວໄປຂອງເຕັກໂນໂລຊີປັນຍາປະດິດ, ປັບປຸງຄວາມສາມາດພື້ນຖານໃນຍຸກສະໄໝແຫ່ງປັນຍາປະດິດ, ເສີມສ້າງຄວາມເຂັ້ມແຂງຂອງການພັດທະນາປັນຍາປະດິດ, ເສີມສ້າງຄວາມເຂັ້ມແຂງການແລກປ່ຽນວັດທະນະທຳແບບອັດສະລິຍະ, ຊຸກຍູ້ການສືບທອດ ວັດທະນະທຳພື້ນເມືອງໃນຍຸກແຫ່ງປັນຍາປະດິດ, ກໍ່ສ້າງບຸກຄະລາກອນທີ່ມີພອນສະຫວັນໃນຍຸກສະໄໝໃໝ່ແຫ່ງປັນຍາປະດິດ ແລະຮ່ວມກັນສ້າງລະບົບທິດສະດີດ້ານຄວາມປອດໄພໃນຍຸກສະໄໝແຫ່ງປັນຍາປະດິດ. ການຮ່ວມມືໃນຄັ້ງນີ້ແມ່ນເປັນໜື່ງໃນ 9 ໂຄງການ ການຮ່ວມມືລະຫວ່າງ ລາວ-ຈີນ (ໂດຍສະເພາະແມ່ນ ແຂວງ ກວາງຊີ ສປ ຈີນ) ໃນໄລຍະທີ່ ທ່ານ ເຊີນກ່າງ ເລຂາຄະນະພັກເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ມາຢ້ຽມຢາມຢູ່ ສປປ ລາວ.