ພິທີເປີດໂຄງການພັດທະນາຫຼັກສູດສົ່ງເສີມການຈັດການສິ່ງເສດເຫຼືອເປັນສູນ ໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ (Tourism-Zero Project) ໄດ້ຈັດຂຶ້ນໃນວັນທີ 28 ກຸມພາ 2025 ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ (ມຊ), ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຮອງອະທິການບໍດີ ມຊ; ທ່ານ ນາງ ມະນີຈັນ ຜັນຫວາດວົງສຸກ ຮອງປະທານສະມາຄົມການທ່ອງທ່ຽວນະຄອນຫຼວງວຽງຈັນ ແລະ ການ ທ່ອງທ່ຽວລາວ ພ້ອມດ້ວຍແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ.
ໃນພິທີ ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ໄດ້ກ່າວວ່າ: ໂຄງການພັດທະນາຫຼັກສູດສົ່ງເສີມການຈັດການສິ່ງເສດເຫຼືອເປັນສູນໃນຂະແໜງການທ່ອງທ່ຽວ ແລະ ການບໍລິການໄດ້ຈັດຕັ້ງປະຕິບັດຢູ່ ມຊ ໄລຍະ 2024-2027 ໃນຮູບແບບສົມທົບທຶນ (co-finance) ໂດຍໄດ້ຮັບທຶນສະໜັບສະໜູນຫຼັກຈາກສະຫະພາບເອີຣົບ ພາຍໃຕ້ຂອບໂຄງການອິຣັດສມູດພັດ (Erasmus+) ເພື່ອສ້າງຄວາມເຂັ້ມແຂງໃນຂະແໜງການສຶກສາຊັ້ນສູງ. ພາຍໃຕ້ໂຄງການ Tourism-Zero, ມຊ ໄດ້ຮັບຜິດຊອບນໍາພາບັນດາມະຫາວິທະຍາໄລຄູ່ຮ່ວມມືໃນ ສປປ ລາວ, ສປ ຈີນ ແລະ ປະເທດໄທ ສ້າງກິດຈະກຳເຜີຍແຜ່ຂໍ້ມູນຂ່າວສານໂຄງການ ແລະ ຮ່ວມມືພັດທະນາຫຼັກສູດ, ນໍາໃຊ້ຮ່ວມກັນຢ່າງຍືນຍົງ. ຫຼັກສູດສົ່ງເສີມການຈັດການສິ່ງເສດເຫຼືອ ເພື່ອສ້າງຄວາມຍືນຍົງໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ, ໃນໂຄງການ Tourism-Zero ຈະເປັນຫຼັກສູດທີ່ມີນະວັດຕະກຳດ້ານເນື້ອໃນ ແລະ ວິທີການຮຽນ-ການສອນໃນຮູບແບບອອນລາຍ ແລະ ເຊິ່ງໜ້າ ພາຍໃຕ້ຂອບການສອນທີ່ເນັ້ນຜົນການຮຽນ-ການສອນ ແລະ ສົ່ງເສີມການຮ່ວມມືກັບຜູ້ປະກອບການ, ການພັດທະນາຫຼັກສູດດັ່ງກ່າວຈະປະກອບສ່ວນສ້າງ ມຊ ທີ່ຈະຫັນເປັນທັນສະໄໝ ແລະ ກ້າວສູ່ສາກົນ ໂດຍສະເພາະຮັດແໜ້ນການຮ່ວມມືໃນພາກພື້ນອາຊຽນ ແລະ ເອີຣົບ.
ມຊ. ຖືເອົາການຮ່ວມມືດ້ານວິຊາການກັບຕ່າງປະເທດເປັນໜຶ່ງໃນວຽກບຸລິມະສິດ ແລະ ເປັນຍຸດທະສາດເຊື່ອມໂຍງກັບສາກົນ, ຍາດແຍ່ງການຊ່ວຍເຫຼືອດ້ານເຕັກນິກວິຊາການ ແລະ ທຶນສະໜັບສະໜູນເພື່ອເສີມສ້າງຄວາມເຂັ້ມແຂງດ້ານການຄົ້ນຄວ້າ, ການຮຽນ-ການສອນ ແລະ ຍົກລະດັບຄຸນນະພາບຂອງນັກສຶກສາໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ໂຄງການດັ່ງກ່າວ ສອດຄ່ອງກັບແຜນພັດທະນາການສຶກສາທີ່ເນັ້ນຄຸນນະພາບຂອງຫຼັກສູດ ເພື່ອພັດທະນາຄວາມຮູ້ ແລະ ທັກສະຂອງນັກສຶກສາ, ປັບປຸງວິທີການສິດສອນໃຫ້ທັນສະໄໝ, ສ້າງນະວັດຕະກຳ ແລະ ຮັບປະກັນຄວາມສອດຄ່ອງກັບຄວາມຕ້ອງການໃນຕະຫຼາດແຮງງານ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ຮ່ວມມືກັບຜູ້ປະກອບການ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງໃນການປັບປຸງຫຼັກສູດ, ສ້າງສື່ການຮຽນ-ການສອນ ແລະ ຮ່ວມມືກັນໃນການສິດສອນ ລວມທັງການສ້າງປະສົບການຮຽນຮູ້ຜ່ານການເຮັດວຽກຕົວຈິງໃຫ້ແກ່ນັກສຶກສາ. ໂຄງການ Tourism-Zero ຈະປະກອບສ່ວນສົ່ງເສີມການຮ່ວມມືລະຫວ່າງມະຫາວິທະຍາໄລ ແລະ ພາກທຸລະກິດ ເພື່ອກຽມຄວາມພ້ອມນັກສຶກສາດ້ານຄວາມຮູ້ ແລະ ທັກສະທີ່ຈໍາເປັນສໍາລັບປະກອບອາຊີບໃນຂະແໜງການທ່ອງທ່ຽວ ແລະ ການບໍລິການ, ໂດຍສະເພາະການທ່ອງທ່ຽວແບບຍືນຍົງ ແລະ ຮັກສາສິ່ງແວດລ້ອມ. ນອກຈາກນີ້, ຍັງເປັນຂົວຕໍ່ໃຫ້ບັນດາອາຈານ, ນັກຄົ້ນຄວ້າ, ແລະ ຜູ້ປະກອບການໄດ້ເຮັດວຽກຮ່ວມກັນຫຼາຍຂຶ້ນເພື່ອສ້າງນະວັດຕະກຳໃໝ່ດ້ານການຮຽນ-ການສອນ, ສ້າງຜະລິດຕະພັນການບໍລິການ, ຍົກລະດັບທັກສະສີມືແຮງງານ ແລະ ສ້າງວຽກເຮັດງານທໍາໃຫ້ແກ່ນັກສຶກສາ.