Select your language

ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດທາບທາມ ເອົາບຸກຄະລາກອນ ກະກຽມດໍາເນີນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກຮອບທີ II, ກອງປະຊຸມໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 4 ມີນາ 2025 ທີ່ສະມໂສອນໃຫຍ່ ມຊ, ໂດຍການໃຫ້ກຽດເປັນປະທານຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ກຳມະການສູນກາງພັກ ເລຂາອົງຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ ແລະ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ເລຂາອົງຄະນະພັກ ວ່າການແທນອະທິການບໍດີ ມຊ, ມີບັນດາສະຫາຍຄະນະພັກ ມຊ, ຄະນະພັກຮາກຖານ, ແຂກຖືກເຊີນ, ສະມາຊິກພັກພະນັກງານ, ຄູ-ອາຈານທີ່ມີຕໍາແໜ່ງບໍລິຫານປະເພດ 1-4, ມີຜູ້ແທນສົມບູນ ແລະຜູ້ແທນສໍາຮອງເຂົ້າຮ່ວມ.
ໃນພິທີ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ໄດ້ຜ່ານຮ່າງບົດລາຍງານການເມືອງຂອງອົງຄະນະພັກ ມຊ ໂດຍຫຍໍ້, ຫຼັງຈາກນັ້ນ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ກໍໄດ້ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກ ແລະ ຮ່າງແຜນພັດທະນາ ມຊ 5ປີຕໍ່ໜ້າ(2025-2030) ໂດຍໄດ້ສັງຮວບເອົາຜົນງານຕະຫຼອດໄລຍະເວລາ 5 ປີ (ສະໄໝທີ V ຜ່ານມາ).
ໃນພິທີອັນມີຄວາມໝາຍສໍາຄັນນີ້, ທີ່ປະຊຸມຍັງໄດ້ ຮັບຟັງການໂອ້ລົມຂອງ ທ່ານ ຮສ. ປອ. ພຸດ ສິມມາລາວົງ ໂດຍທ່ານໄດ້ເນັ້ນ 3 ເນື້ອໃນສຳຄັນຄື: 1. ເພີ່ມທະວີຄວາມຮັບຜິດຊອບໃຫ້ເລືອກເອົາການນຳຜູ້ທີ່ມີວິໃສທັດເບິ່ງກວ້າງມອງໄກ, ເພີ່ມຄວາມຮັບຜິດຊອບພິຈາລະນາໃຫ້ຖີ່ຖ້ວນ ທີ່ສຳຄັນຕ້ອງຮັບປະກັນໃຫ້ໄດ້ 3 ຮຸ່ນ (ຮຸ່ນອາວຸໂສ, ຮຸ່ນກາງ ແລະຮຸ່ນໜຸ່ມ) ພ້ອມທັງມີເພດ, ເຜົ່າ ເພື່ອກະຈາຍໃຫ້ການນຳພາ-ຊີ້ນຳທົ່ວເຖິງ ເພື່ອໃຫ້ໄດ້ບຸກຄະລາກອນທີ່ມີຄຸນນະພາບ ເພື່ອໃຫ້ບັ້ນທາບທາມຄັ້ງນີ້ປະສົບຜົນສຳເລັດ; 2. ຍົກສູງດ້ານວຽກງານວິຊາການ ການປະຕິບັດໜ້າທີ່ໃຫ້ມີຜົນສຳເລັດໂດຍມຸ່ງເນັ້ນ ໃຫ້ມີການແຂ່ງຂັນຜົນງານດ້ານວິຊາການໃຫ້ເປັນວົງກວ້າງ ແລະເຜີຍແຜ່ອອກສູ່ສັງຄົມ ແລະ 3. ເພີ່ມຄວາມສາມັກຄິ ແລະເຮັດວຽກເປັນໝູ່ຄະນະລວມສູນປະຊາທິປະໄຕ.
ການທາບທາມຄັ້ງນີ້ໄດ້ແບ່ງອອກເປັນ 2 ວາລະຄື: ວາລະທີ 1 ແມ່ນການທາບທາມເອົາຄະນະບໍລິຫານງານພັກ ມຊ; ວາລະທີ 2 ແມ່ນການທາບທາມເອົາຄະນະປະຈຳພັກ, ເລຂາ, ຮອງເລຂາ, ປະທານກວດກາ ແລະ ຮອງປະທານກວດກາ, ສຳລັບຜູ້ລົງສະໝັກມີຈຳນວນ 34 ສະຫາຍ, ຍິງ 7 ສະຫາຍ ການຂີດບັດທາບທາມແມ່ນບໍ່ກຳນົດຈຳນວນທີ່ຂີດອອກ ໃນກໍລະນີຂີດອອກໝົດ ຫຼື ບໍ່ຂີດຖືວ່າບັດໃຊ້ການບໍ່ໄດ້(ເປັນບັດຕາຍ).