ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຂອງອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ (ມຊ) ຄັ້ງທີ VI ທີ່ຈະມາເຖິງນີ້, ຄະນະວິທະຍາສາດການກີລາ-ກາຍະກຳ ມຊ ໄດ້ຈັດການແຂ່ງຂັນກີລາປິ່ງປ່ອງຂຶ້ນທີ່ສູນເຝິກກິລາປິ່ງປ່ອງຂອງຄະນະ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ, ທ່ານ ນາງ ສົມໃຈ ວົງສາ ເລຂາທິການສະຫະພັນກີລາປິ່ງປ່ອງແຫ່ງຊາດລາວ, ພ້ອມດ້ວຍຄະນະພັກ, ຄະນະນຳ, ຄະນະບໍດີ-ຮອງຄະນະບໍດີ, ພະນັກງານ, ຄູ-ອາຈານ ທີ່ມາຈາກ 13 ຄະນະວິຊາ ແລະ 2 ສະຖາບັນ (ສະຖາບັນຂົງຈື ແລະສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ) ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ນາງ ສົມໃຈ ວົງສາ ຕາງໜ້າສະຫະພັນກີລາປິ່ງປ່ອງແຫ່ງຊາດລາວ ໄດ້ມອບອຸປະກອນການເຝິກຊ້ອມກີລາປິ່ງປ່ອງ ມູນຄ່າ 45,000,000 ກີບ (ສີ່ສິບຫ້າລ້ານກີບ) ເພື່ອໃຫ້ຄະນະວິທະຍາສາດການກີລາ-ກາຍະກໍາ ໄດ້ໜູນໃຊ້ເຂົ້າໃນການເຝິກຊ້ອມ, ການຮຽນ-ການສອນ ແລະຜູ້ທີ່ມີຄວາມສົນໃຈໃນກີລາປິ່ງປ່ອງ ກໍສາມາດມານໍາໃຊ້ໄດ້, ຕາງໜ້າມອບໂດຍທ່ານ ທອງຈັນ ສີຊົມພູ ຮັກສາການຄະນະບໍດີ ຄະນະວິທະຍາສາດການກີລາ-ກາຍະກຳ.
ການຈັດການແຂ່ງຂັນກີລາປີ່ງປ໋ອງໃນຄັ້ງນີ້ໄດ້ແບ່ງອອກເປັນ 3 ປະເພດການແຂ່ງຂັນຄື: ປະເພດດ່ຽວຍິງ, ດ່ຽວຊາຍ ແລະຄູ່ປະສົມຍິງ-ຊາຍ. ສຳລັບຜົນການແຂ່ງຂັນປະເພດດ່ຽວຍິງ ອັນດັບທີ 1ໄດ້ແກ່: ຮາກຖານຄະນະເສດຖະສາດ ແລະບໍລິຫານທຸລະກິດ, ອັນດັບທີ 2 ໄດ້ແກ່: ຄະນະກະເສດສາດ, ອັນດັບທີ 3 ໄດ້ແກ່: ຄະນະສຶກສາສາດ; ປະເພດດ່ຽວຊາຍອັນດັບທີ 1 ໄດ້ແກ່: ຄະນະວິທະຍາສາດການກີລາ-ກາຍະກຳ, ອັຍດັບທີ 2 ໄດ້ແກ່ ຄະນະວິທະຍາສາດປ່າໄມ້, ອັບດັບທີ 3 ໄດ້ແກ່ ຄະນະວິສະວະກຳສາດ; ປະເພດຄູ່ປະສົມຍິງ-ຊາຍ ອັນດັບທີ 1 ໄດ້ແກ່: ຄະນະວິສະວະກຳສາດ, ອັນດັບທີ 2 ໄດ້ແກ່ ສຳນັກງານອະທິການບໍດີ ແລະອັບດັບທີ 3 ໄດ້ແກ່ ຄະນະເສດຖະສາດ ແລະບໍລິຫານທຸລະກິດ.