Select your language

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ (ມຊ) ຄັ້ງທີ VI ໄດ້ໄຂຂຶ້ນໃນວັນທີ 28 ມີນາ 2025 ນີ້, ທີ່ສະໂມສອນ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ມຊ ພາຍໃຕ້ການເປັນປະທານຂອງສະຫາຍ ສຈ.ປອ ເດຊານຸລາດ ແສນດວງເດດ ເລຂາຄະນະພັກ ວ່າການແທນອະທິການບໍດີ ມຊ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ມີບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ພະນັກງານຫຼັກແຫຼ່ງ, ຜູ້ແທນສົມບູນ ພ້ອມດ້ວຍ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ສຈ.ປອ ເດຊານຸລາດ ແສນດວງເດດ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ, ຜ່ານບົດສຳຫຼວດການນໍາພາລວມຂອງຄະນະບໍລິຫານງານພັກ ມຊ ຄັ້ງທີ V; ຈາກນັ້ນ, ສະຫາຍ ຮສ.ປອ ສິນທະວອນ ດາລາວົງ ຮອງເລຂາຄະນະພັກ ຮອງອະທິການບໍດີ ມຊ ໄດ້ຜ່ານບົດຄຸນລັກສະນະຜູ້ແທນກອງປະຊຸມ, ຜ່ານຮ່າງບົດລາຍງານການເມືອງ ແລະ ແຜນພັດທະນາ ມຊ 5 ປີຕໍ່ໜ້າ, ສະຫາຍ ສຈ.ປອ ພູເພັດ ກ້ຽວພິລາວົງ ຄະນະປະຈຳພັກ ຮອງອະທິການບໍດີ ມຊ ຜ່ານຮ່າງແຜນພັດທະນາ ມຊ 2026-2030, ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນຈາກຕົວແທນຂອງ 3 ອົງການຈັດຕັ້ງມະຫາຊົນ ແລະ 3 ຮາກຖານພັກ; ໃນພິທີ, ສະຫາຍ ປອ. ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະກີລາ ໄດ້ຜ່ານມາດຖານເງື່ອນໄຂຜູ້ອອກສະໝັກເລືອກຕັ້ງ, ຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງຄະນະບໍລິຫານງານພັກ ມຊ ຄັ້ງທີ VI.
ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ມຊ ຊຸດໃໝ່ ຊຶ່ງມີຜູ້ສະໝັກທັງໝົດ 19 ສະຫາຍ ຍິງ 4 ສະຫາຍ, ເລືອກເອົາ 15 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບເລືອກເອົາຄະນະປະຈຳພັກ 5 ສະຫາຍຄື: ສະຫາຍ ສຈ.ປອ ເດຊານຸລາດ ແສນດວງເດດ, ສະຫາຍ ຮສ.ປອ ສິນທະວອນ ດາລາວົງ, ສະຫາຍ ສຈ.ປອ ພູເພັດ ກ້ຽວພິລາວົງ, ສະຫາຍ ທອງສຸກ ແກ້ວມະນີ ແລະ ສະຫາຍ ຮສ.ປອ ອຸ່ນຫຼ້າ ສີວັນເພັງ; ເລືອກເອົາສະຫາຍ ສຈ.ປອ ເດຊານຸລາດ ແສນດວງເດດ ເປັນເລຂາອົງຄະນະພັກ, ສະຫາຍ ຮສ.ປອ ສິນທະວອນ ດາລາວົງ ເປັນຮອງເລຂາ, ສະຫາຍ ຮສ.ປອ ນາງ ສົມຄິດ ບູລິດໍາ, ສະຫາຍ ຮສ.ປອ ໄກສອນ ເພັງໂສພາ, ສະຫາຍ ຮສ.ປອ ສຸກັນ ຈິດປັນຍາ, ສະຫາຍ ຮສ.ປອ ວັນນະພອນ ພຸດທະນາ, ສະຫາຍ ຮສ.ປອ ຄໍາປະເສີດ ເທບວົງສາ, ສະຫາຍ ປອ. ສົມເດດ ແກ້ວວົງສັກ, ຮສ.ປອ. ນາງ ວັນແສງ ຈຸນລະມະນີ, ສະຫາຍ ສຈ.ປອ ສີທອງ ທອງມະນີວົງ, ສະຫາຍ ຄໍາເຟືອງ ລໍວັນໄຊ ແລະສະຫາຍ ປອ. ຊາຍຄໍາ ວັນນະໄຊ ເປັນຄະນະ; ພ້ອມດຽວກັນນີ້ ຍັງໄດ້ເລືອກເອົາປະທານ ແລະຮອງປະທານກວດກາພັກ ມຊ ຄື: ສະຫາຍ ທອງສຸກ ແກ້ວມະນີ ເປັນປະທານກວດກາ, ສະຫາຍ ຄຳເຟືອງ ລໍວັນໄຊ, ສະຫາຍ ປອ. ຊາຍຄຳ ວັນນະໄຊ ແລະ ສະຫາຍ ຄຳພາ ຫວ່າງດວງນະພາ ເປັນຮອງປະທານກວດກາ.
ໂອກາດນີ້, ສະຫາຍ ຮສ.ປອ ພຸດ ສິມມາລາວົງ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງປະຊຸມ; ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ຈົ່ງຊີ້ນຳ-ນຳພາ ມຊ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ຕ້ອງເຮັດໃຫ້ວຽກງານພັກເຂັ້ມແຂງ, ເພີ່ມທະວີຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບ, ເພີ່ມທະວີຄວາມສາມັກຄີ ພ້ອມທັງນໍາໜ້າດ້ານວຽກງານວິຊາສະເພາະ, ນໍາພາວິທະຍາສາດໃຫ້ທັນສະໄໝ, ເອົາໃຈໃສ່ວຽກງານຕິດຕາມກວດກາໃຫ້ມີຄຸນນະພາບ; ພາຍຫຼັງສຳເລັດກອງປະຊຸມຄັ້ງນີ້ແລ້ວ ໃຫ້ນໍາເອົາເນື້ອໃນ-ຈິດໃຈກອງປະຊຸມໄປເຜີຍແຜ່ ຈັດຕັ້ງຜັນຂະຫຍາຍຢ່າງມີຜົນສຳເລັດ ເພື່ອພັດທະນາ ມຊ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.