ໃນລະຫວ່າງວັນທີ 29 ມີຖຸນາ ຫາ 04 ກໍລະກົດ 2025 ມະຫາວິທະຍາໄລແຫ່ງຊາດ (ມຊ) ເຂົ້າຮ່ວມງານແຂ່ງຂັນນະວັດຕະກຳຊາວໜຸ່ມກ່ຽວກັບການພັດທະນາ ແລະການປົກຄອງແຫ່ງພາກພື້ນແມ່ນໍ້າຂອງຄັ້ງທີ 9 «9th Youth Innovation Competition on Lancang-Mekong Region’s Governance and Development (YICMG2025) » ພາຍໃຕ້ຫົວຂໍ້: ການສຶກສາທີ່ຂາວສະອາດ ແລະ ເທ່ົ່າທຽມກັນ (Equity and Quality in Education) ເຊິ່ງໄດ້ຈັດຂຶ້ນທີ່ ມະຫາວິທະຍາໄລແຫ່ງຊາດຫວຽດນາມ (ຮ່າໂນ່ຍ), ສສ. ຫວຽດນາມ. ເຂົ້າຮ່ວມການແຂ່ງຂັນຕາງໜ້າໃຫ້ ມຊ ໂດຍ ທ່ານ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມຊ, ພ້ອມດ້ວຍຄະນະກຳມະການຕັດສິນການແຂ່ງຂັນ 02 ທ່ານ ຄື: ທ່ານ ຮສ. ປອ. ໄຊພອນ ກອງມະນີລາ ແລະ ທ່ານ ປອ. ຄໍາຫຼ້າ ອິນຄະວິໄລ ແລະ ທ່ານ ອຳເຄັງ ເພັງລາສີ ໃນນາມຜູ້ປະສານງານໂຄງການ.
ການແຂ່ງຂັນຄັ້ງນີ້ ມີ 02 ທີມຈາກ ມຊ ໄດ້ເຂົ້າຮ່ວມການແຂ່ງຂັນຄື: ທີມ Elephant Map ແລະ ທີມ Work-Study Hub. ຜ່ານການແຂ່ງຂັນ ທີມ Elephant Map ສາມາດຍາດໄດ້ລາງວັນອັນດັບທີ 2 ແລະ ທີມ Work-Study Hub ສາມາດຍາດໄດ້ລາງວັນອັນດັບ 3, ນອກຈາກນັ້ນນັກສຶກສາ ມຊ ສາມາດຍາດໄດ້ລາງວັນຊະນະເລີດໃນປະເພດທີມປະສົມ (ທີມຮ່ວມກັບນັກສຶກສາຕ່າງປະເທດ).
ໃນໄລຍະດັ່ງກ່າວ ທ່ານ ທອງສຸກ ແກ້ວມະນີ, ຮອງອະທິການບໍດີ ມະຫາວິທະຍາໄລຫ່ງຊາດ ກໍ່ໄດ້ເຂົ້າຮ່ວມກອງປະຊຸມ ຄະນະກຳມະການຈັດງານສາກົນ (International Organizing Committee) ໂດຍ ມຊ ໄດ້ສະແດງຄວາມຊົມເຊີຍໃນການຈັດງານແຂ່ງຂັນດັ່ງກ່າວ ເຊິ່ງໄດ້ດຳເນີນການແຂ່ງຂັນມາເປັນຄັ້ງທີ 9 ແລະ ໄດ້ຈັດຢູ່ ສສ. ຫວຽດນາມ ແລະ ມະຫາວິທະຍາໄລແຫ່ງຊາດ ພ້ອມໃຫ້ການຮ່ວມມືແລະສະໜັບສະໜູນໂຄງການດັ່ງກ່າວໃຫ້ຂະຫຍາຍຕົວໄປສູ່ລວງເລິກ. ໃນກອງປະຊຸມຄະນະກຳມະການຈັດງານແຂ່ງຂັນສາກົນ 6 ປະເທດ ເຫັນດີເປັນເອກະພາບໃຫ້ ມະຫາວິທະຍາໄລອູຮັນ, ສປ. ຈີນ ເປັນເຈົ້າພາບໃນປີ 2026. ຄະນະຜູ້ແທນຈາກ ບັນດາມະຫາວິທະຍາໄລ 6 ປະເທດ ຖ່າຍຮູບລວມຫລັງພິທີເປີດ

ທ່ານ ທອງສຸກ ແກ້ວມະນີ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ຄະນະກຳມະການຈັດງານແຂ່ງຂັນສາກົນ ຂອງ 06 ປະເທດ ສະມາຊິກ.

ຕາງໜ້າທີມ Elephant Map ຂຶ້ນຮັບລາງວັນທີ 2

ຕາງໜ້າທີມ Work-Study Hub ຂຶ້ນຮັບລາງວັນທີ 3
