Select your language

ຄອສ ຈັດພິທີ ປ້ອງກັນບົດ ວິທະຍານິພົນ ປະລິນຍາເອກ

            ໃນວັນທີ 19 ແລະວັນທີ 20 ກໍລະກົດ 2025 ຜ່ານມານີ້, ຄະນະອັກສອນສາດ (ຄອສ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີ ປ້ອງກັນ ວິທະຍານິພົນ ປະລິນຍາເອກ ສາຂາ ພາສາ ແລະວັດທະນະທໍາລາວ ຮຸ່ນທີ I ຂຶ້ນທີ່ຫ້ອງປະຊຸມ ຂອງຄະນະດັ່ງກ່າວ, ໂດຍການເປັນປະທານກ່າວເປີດພິທີ ຂອງທ່ານ ຮສ.ປອ. ອຸ່ນຫຼ້າ ສີວັນເພັງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ປອ. ນາງ ທອງມາລາ ໂພສີຄໍາ ຮອງຄະນະບໍດີ ຄອສ, ມີບັນດາຫົວໜາພາກວິຊາ, ອາຈານຜູ້ຊ່ຽວຊານທັງພາຍໃນ ແລະຕ່າງປະເທດ, ຄະນະອາຈານວິນິດໄສບົດວິທະຍານິພົນ, ອາຈານທີປຶກສາ, ອາຈານຜູ້ຮັບຜິດຊອບຫຼັກສູດ, ພະນັກງານທີ່ກ່ຽວຂອງ ແລະນັກສຶກສາປະລິນຍາເອກ ເຂົ້າຮ່ວມ.

          ການປ້ອງກັນບົດວິທະຍານິພົນ ປະລິນຍາເອກ ສາຂາ ພາສາ ແລະວັດທະນະທໍາລາວ, ຂອງພາກວິຊາ ພາສາ ແລະວັດທະນະທໍາລາວ, ເປັນໂຄງການຫຼັກສູດ ປະລິນຍາເອກ ສາຂາ ທໍາອິດ ຂອງ ຄະນະອັກສອນສາດ ມຊ; ເຊິ່ງໄດ້ເລິ່ມດໍາເນີນການສຶກສາ-ຄົ້ນຄວ້າ ມາແຕ່ ເດືອນ ຕຸລາ ປີ 2021 ເປັນຕົ້ນມາ, ລວມໄລຍະເວລາ 04 ປີ ແລະ ສາມາດຕໍ່ໄດ້ອີກ 02 ປີ(ໃນກໍລະນີບົດຄົ້ນຄວ້າບໍ່ສໍາເລັດ). ເຊິ່ງການເປີດດໍາເນີນການຮຽນ-ການສອນ ຫຼັກສູດປະລິນຍາເອກ ສາຂາ ພາສາ ແລະວັດທະນະທໍາ ໃນ ຮຸ່ນ ທີ I ນີ້, ມີນັກສຶກສາຈໍານວນ 07 ຄົນ, ຍິງ 05 ຄົນ ແລະສາມາດ ສໍາເລັດການສຶກສາ ແລະປ້ອງກັນບົດ ວິທະຍານິພົນໃນຄັ້ງນີ້ ມີ 04 ຄົນ, ຍິງ 03 ຄົນ ຄື: ບົດຄົ້ນຄວ້າ ທີ 01 ເປັນບົດຄົ້ນຄວ້າຂອງ ທ້າວ ຈິນດາ ສີພາລາ ຊື່ບົດຄົ້ນຄວ້າ “ ວາດການໃຊ້ພາສາ ໃນສື່ສັງຄົມອອນລາຍລາວ”, ອາຈານທີປຶກສາ ທ່ານ ຮສ. ປອ. ບຸນເລີດ ແສງສຸລິນ, ບົດຄົ້ນຄວ້າທີ 02 ຂອງ ນາງ ສົມເໝາະ ປັນຍາວົງ ຊື່ບົດຄົ້ນຄວ້າ  “ພະຫຸພາສານໍາໃຊ້ ຢູ່ບ້ານນໍ້າລີ ເມືອງສໍາພັນ ແຂວງຜົ້ງສາລີ” ອາຈານ ທີປຶກສາ Prof. Nathan Badenoch (Ph. D) ແລະທ່ານ ປອ. ນາງ ພິດສະພົງ ວົງພະຈັນ, ບົດຄົ້ນຄວ້າທີ 03 ຂອງ ນາງ ສຸກສະດາ ສຸດທິໄຊ ຊື່ ບົດຄົ້ນຄວ້າ “ເລື່ອງເລົ່າພື້ນເມືອງຂອງຊາວໄຕເມີ້ຍ” ອາຈານທີປຶກສາ ທ່ານ ຮສ.ປອ. ບຸນເລີດ ແສງສຸລິນ ແລະທ່ານ ປອ. ນາງ ພິດສະພົງ ວົງພະຈັນ ແລະບົດຄົ້ນຄວ້າທີ 04 ຂອງ ນາງ ແຫວນທອງ ນັນທະວົງ ຊື່ບົດຄົ້ນຄວ້າ “ຄວາມສໍາພັນລະຫວ່າງຄໍາຖາມທ້າຍບົດ ກັບເນື້ອໃນບົດອ່ານ ໃນແບບຮຽນພາສາລາວ ຊັ້ນປະຖົມສຶກສາ”, ອາຈານທີປຶກສາ ທ່ານ ສຈ.ປອ. ບົວລີ ປະພາພັນ. 

ຮູບພາບບັນຍາກາດ