Select your language

ເພື່ອເປັນການໃຫ້ຄວາມກະຈ່າງແຈ້ງກ່ຽວການສອບເສັງເຂົ້າຮຽນມະຫາວິທະຍາໄລແຫ່ງຊາດ(ມຊ) ສົກສຶກສາ 2025-2026 ແກ່ສັງຄົມເວົ້າລວມ; ເວົ້າສະເພາະແມ່ນພໍ່ແມ່ຜຸ້ປົກຄອງ ກໍຄື ຜູ້ທີ່ຈະສອບເສັງເຂົ້າ ມຊ. ໃນສົກສຶກສາ 2025-2026; ໂດຍອີງຕາມທິດຊີ້ນຳຂອງກະຊວງສຶກສາທິການ ແລະກີລາ ກ່ຽວກັບການຈັດຕັ້ງ ປະຕິບັດການສອບເສັງເຂົ້າມະຫາວິທະຍາໄລແຫ່ງຕ່າງໆທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງກະຊວງສຶກສາທິການ ແລະກີລາ. ໃນນັ້ນ, ມຊ ກໍແມ່ນ 1 ໃນ 5 ມະຫາວິທະຍາໄລທີ່ຂຶ້ນກັບກະຊວງສຶກສາທິການ ແລະກີລາ ແລະໄດ້ຈັດການສອບເສັງເອົານັກສຶກສາເຂົ້າຮຽນໃນແຕ່ລະສົກສຶກສາ. ໃນຕອນເຊົ້າວັນທີ 28 ກໍລະກົດ 2025 ນີ້, ທ່ານ ສຈ.ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ ໄດ້ໃຫ້ສໍາພາດແກ່ສື່ມວນຊົນ ທີ່ຕຶກສໍານັກງານອະທິການບໍດີ ມຊ ກ່ຽວກັບຄວາມພ້ອມໃນການຈັດການສອບເສັງຮັບເອົານັກສຶກສາ ສົກສຶກສາ 2025-2026 ວ່າ: ປັດຈຸບັນ ມຊ ໄດ້ມີຄວາມພ້ອມ 100% ໃນການເປີດຮັບລົງທະບຽນ ແລະການສອບເສັງຄັດເລືອກເອົານັກສຶກສາ ສົກສຶກສາ 2025-2026; ເຊິ່ງໄດ້ແຕ່ງຕັ້ງຄະນະຊີ້ນໍາລວມ ຊຶ່ງມີອະທິການບໍດີ ແລະຮອງອະທິການບໍດີເປັນປະທານ ແລະຮອງປະທານ, ມີຄະນະບໍດີ, ຜູ້ອໍານວຍການສະຖາບັນ, ສູນ ແລະຫົວໜ້າຫ້ອງການຕ່າງໆທີ່ກ່ຽວຂ້ອງເປັນຄະນະຮັບຜິດຊອບ ແລະກອງເລຂາ, ນອກນັ້ນຍັງໄດ້ແຕ່ງຕັ້ງຄະນະອະນຸກໍາມະການແຕ່ລະດ້ານເພື່ອດໍາເນີນວຽກງານຢ່າງລະອຽດ.

     ການລົງທະບຽນແມ່ນໄດ້ເລີ່ມເປີດໃຫ້ສະໝັກລົງທະບຽນຜ່ານລະບົບອອນລາຍ ແລະຈ່າຍຄ່າທໍານຽມສອບເສັງຜ່ານທະນາຄານການຄ້າຕ່າງປະເທດ BCEL One ມາແຕ່ວັນທີ 07 ກໍລະກົດ ຫາວັນທີ 06 ສິງຫາ 2025 ແລະໄດ້ເປີດໃຫ້ລົງທະບຽນແບບເຊິ່ງໜ້າ ພ້ອມຮັບບັດເຂົ້າຫ້ອງສອບເສັງຢູ່ທີ່ສະໂມສອນໃຫຍ່ ມຊ ໃນວັນທີ 14 ກໍລະກົດ ເປັນຕົ້ນມາ; ມາຮອດວັນທີ 25 ກໍລະກົດ 2025 ມີຜູ້ມາສະໝັກລົງທະບຽນສອບເສັງແລ້ວ 5,045ຄົນ ແລະຈະຕິດລາຍຊື່ ນັກສອບເສັງ ໃສ່ຫ້ອງສອບເສັງ ໃນວັນທີ 08 ສິງຫາ 2025 ແລະ ຈະດໍາເນີນການສອບເສັງ ໃນວັນທີ 09 ສິງຫາ 2025 ແລະຄາດວ່າຈະປະກາດຜົນການສອບເສັງ ໃນວັນທີ 11 ກັນຍາ 2025, ຈາກນັ້ນ ກໍຈະເປີດໃຫ້ລົງທະບຽນເຂົ້າຮຽນໃນລະວັນທີ 15 ກັນຍາ 2025 ເປັນຕົ້ນໄປ; ເຊິ່ງຕົວເລກທີ່ທາງກະຊວງສຶກສາທິການ ແລະກີລາ ອະນຸມັດໃຫ້ ມຊ ຮັບເຂົ້າຮຽນ ສົກສຶກສາ 2025-2026 ແມ່ນ 5,670 ຄົນ(ລວມທັງນັກສຶກສາທີ່ໄດ້ຮັບໂກຕາຈາກລັດຖະບານ(ນັກສຶກສາໃນແຜນ); ນອກຈາກນີ້, ສົກສຶກສາ 2025-2026 ມຊ ຍັງຈະໄດ້ມີການສອບເສັງເອົານັກສຶກສາເຂົ້າຮຽນ ຫຼັກສູດນາໆຊາດ, ຫຼັກສູດຕໍ່ເນືອງ ປະລິນຍາຕີ ແລະ ຫຼັກສູດຫຼາຍທາງເລືອກ(ຈັດສອນໃນວັນເສົາ ວັນທິດ ແລະພາກຄໍ່າ), ເຊິ່ງຈະຈັດການສອບເສັງຕ່າງຫາກ, ຊຶ່ງມີຕົວເລກກໍານົດຄວາມສາມາດຮອງຮັບນັກສຶກສາເຂົ້າຮຽນທັງໝົດ 8,000 ກວ່າຄົນ.

      ທ່ານ ສຈ.ປອ. ເດຊານຸລາດ ແສນດວງເດດ ກ່າວຕື່ມວ່າ: ໃນຫຼາຍສົກຮຽນທີ່ຜ່ານມາ ມີຜູ້ສະໝັກລົງທະບຽນສອບເສັງເຂົ້າຮຽນຫຼາຍກວ່າ ຈໍານວນຕົວເລກທີ່ຈະຮັບເຂົ້າຮຽນ, ແຕ່ຜູ້ສະໝັກສອບເສັງສ່ວນຫຼາຍແມ່ນເລືອກໝາຍຖືກສາຂາວິຊາດຽວກັນ, ຈຶ່ງເຮັດໃຫ້ມີຫຼາຍຄົນເສັງບໍ່ໄດ້; ແຕ່ບາງສາຂາວິຊາພັດມີຜູ້ສະໝັກຮຽນໜ້ອຍກວ່າຄາດໝາຍ. ສໍາລັບສຶກສາ 2025-2026 ນີ້, ນອກຈາກນັກສຶກສາຜູ້ທີ່ໄດ້ຮັບທຶນແບ່ງປັນຈາກລັດຖະບານ(ນັກສາໃນແຜນ) ແລ້ວ, ມຊ ຈະຮັບເອົານັກສຶກສາ ຜູ້ທີ່ໄດ້ຜ່ານການສອບເສັງເທົ່ານັ້ນ. ກ່ຽວກັບຮູບແບບການສອບເສັງ ໃນສົກສຶກສານີ້ ກໍຈະໄດ້ຈັດຄືກັບປີຜ່ານມາ, ເຊິ່ງໄດ້ແບ່ງອອກເປັນ 02 ກຸ່ມ ຄື: ກຸ່ມ A ສາຍວິທະຍາສາດທໍາມິຊາດ     ສອບເສັງຕອນເຊົ້າ ເວລາ 9:00 ໂມງ-11:00 ໂມງ(120 ນາທີ), ວິຊາສອບເສັງມີ: ຄະນິດສາດ A+ ຟີຊິກສາດ; ຕອນບ່າຍ ເສັງເວລາ 14:00 ໂມງ-15:30 ໂມງ(90 ນາທີ) ວິຊາສອບເສັງມີ: ພາສາລາວ+ວັນນະຄະດີ+ເຄມີສາດ+ຊີວະສາດ+ພາສາອັງກິດ ແລະ ກຸ່ມ B ສາຍວິທະຍາສາດສັງຄົມ; ຕອນເຊົ້າສອບເສັງເວລາ 9:00 ໂມງ-11:00ໂມງ(120 ນາທີ), ວິຊາສອບເສັງມີ: ຄະນິດສາດ B +ພາສາລາວ+ວັນນະຄະດີ; ຕອນບ່າຍສອບເສັງເວລາ 14:00ໂມງ-15:30 ໂມງ(90ນາທີ) ວິຊາສອບເສັງມີ: ພູມີສາດ+ປະຫວັດສາດ+ພາສາອັງກິດ;

      ໂອກາດດຽວກັນ, ທ່ານ ສຈ.ປອ. ເດຊານຸລາດ ແສນດວງເດດ ຍັງໄດ້ໃຫ້ຄໍາແນະນໍາໄປຍັງນັກຮຽນຜູ້ສະໝັກສອບເສັງຈະຕ້ອງກະກຽມຄວາມພ້ອມຄື: ຕ້ອງມີບັດເຂົ້າຫ້ອງສອບເສັງຈົບ ມ7 ຫຼື ໃບປະກາດ ມ7, ມີບັດປະຈໍາຕົວ ຫຼືສໍາມະໂນຄົວ ເພື່ອມາຢັ້ງຢືນຕົວຕົນໃນເວລາສະໝັກ ພ້ອມທັງດໍາເນີນການສະໝັກຜ່ານລະບົບອອຍລາຍ ແລ້ວມາເອົາບັດເຂົ້າຫ້ອງສອບເສັງ ຢູ່ສະໂມສອນໃຫຍ່ ມຊ ກ່ອນວັນສອບເສັງ, ຕ້ອງຮູ້ຫ້ອງ ແລະຕຶກອາຄານທີ່ຕົນຈະສອບເສັງໂດຍສະແກນຜ່ານຄິວອາ ຢູ່ໃນບັດເຂົ້າຫ້ອງສອບເສັງຂອງຕົນເອງ; ໃນກໍລະນີນັກສອບເສັງບໍ່ຮູ້ສະແກນຄິວອາ ແມ່ນໃຫ້ມາເບິ່ງຫ້ອງສອບເສັງຂອງຕົນກ່ອນການສອບເສັງ 01 ວັນ. ໃນມື້ສອບເສັງຕົວຈິງແມ່ນໃຫ້ນັກສອບເສັງ ຕ້ອງມາຮອດຫ້ອງສອບເສັງກ່ອນເວລາສອບເສັງ ແລະກະກຽມຄວາມພ້ອມດ້ານຈິດໃຈ, ການແຕ່ງກາຍແມ່ນໃຫ້ນຸ່ງເຄື່ອງນັກຮຽນ ແລະສິ່ງສໍາຄັນທີ່ສຸດແມ່ນ ທຸກຄົນຕ້ອງນໍາເອົາອຸປະກອນທີ່ໄດ້ຮັບໃນມື້ມາລົງທະບຽນເອົາບັດເຂົ້າຫ້ອງສອບເສັງເຊິ່ງປະກອບມີ ໂຮງແຫຼມສໍ ແລະສໍດໍາ 2B ພ້ອມທັງອ່ານປຶ້ມແນະນໍາທີ່ຄັດຕິດມາພ້ອມອຸປະກອນດັ່ງກ່າວ ເພື່ອໃຫ້ເຂົ້າໃຈໃນການໝາຍຄໍາຕອບ. ພ້ອມທັງໄດ້ຮຽກຮ້ອງໃຫ້ນ້ອງໆນັກຮຽນທີ່ຈົບ ມ7 ສົກຮຽນນີ້ ແລະສົກຮຽນຜ່ານໆມາ ໃຫ້ມາລົງທະບຽນສະໝັກເຂົ້າສອບເສັງ ເຂົ້າຮຽນເພື່ອອະນາຄົດຂອງຕົນເອງ ແລະປະເທດຊາດ, ພ້ອມທັງໄດ້ຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງຈົ່ງຊ່ວຍແນະນໍາ ແລະສົ່ງເສີມລູກຫຼານຂອງຕົນໃຫ້ເຂົ້າສຶກສາຮໍ່າຮຽນໃຫ້ມີຄວາມຮູ້-ຄວາມສາມາດຕິດໂຕເພື່ອຄວາມສະດວກໃນການປະກອບອາຊີບໃນອະນາຄົດ.