Select your language

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນປະຈຳສົກສຶກສາ 2025-2026 ຂຶ້ນໃນວັນທີ 9 ສິງຫາ 2025 ນີ້, ໂດຍການເຂົ້າຮ່ວມຂອງ ທ່ານ ປອ. ສຳລານ ພັນຄະວົງພຸດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະະ ກິລາ, ມີພະນັກງານຄູ-ອາຈານ, ນັກນັກຮຽນ-ນັກສຶກສາເຂົ້າຮ່ວມ.ທ່ານ ສຈ.ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ ໄດ້ໃຫ້ສໍາພາດວ່າ: ໃນສົກສຶກສາ 2025-2026 ນີ້ ມຊ ໄດ້ຈັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນໂດຍມີ 1 ສູນໃຫຍ່ຄື: ວິທະຍາເຂດດົງໂດກ ປະກອບມີ 13 ຈຸດ ແລະ 1 ຈຸດສໍາຮອງ ຊຶ່ງມີຈໍານວນຫ້ອງສອບເສັງທັງໝົດມີ 296 ຫ້ອງ, ມີກຳມະການຍາມຫ້ອງສອບເສັງຈໍານວນ 600 ທ່ານ, ຍາມຫ້ອງລະ 2 ທ່ານ ຕໍ່ນັກສຶກສາ 20 ນ້ອງ, ສຳລັບຫ້ອງໃຫຍ່ ແມ່ນ 3-4 ຄົນຕາມອັດຕາສ່ວນຂອງນັກສອບເສັງ, ຕົວເລກຜູ້ລົງທະບຽນສອບເສັງທາງອອນລາຍທັງໝົດ 7.010 ຄົນ. ໃນນັ້ນສາຍທໍາມະຊາດ (A) ມີ 1.821 ຄົນ ແລະ ສາຍສັງຄົມ (B) ມີ 4.416 ຄົນ. ສຳລັບໂຕເລກຜູ້ທີ່ມາສອບເສັງຕົວຈິງມີ 6.237 ຄົນ. ຄາດຄະເນແຜນຮັບນັກສຶກສາເຂົ້າຮຽນໃນສົກສຶກສາ 2025-2026 ລະດັບປະລິນຍາຕີທັງໝົດຈໍານວນ 5.670 ຄົນ. ການສອບເສັງແບ່ງອອກເປັນ 2 ກຸ່ມຄື: ສາຍທໍາມະຊາດ (ກຸ່ມ A) ແລະ ສາຍສັງຄົມ (ກຸ່ມ B). ສຳລັບກຸ່ມ A ສອບເສັງວິຊາຄະນິດສາດ A + ຟິຊິກສາດ, ພາສາລາວ + ວັນນະຄະດີ, ເຄມີສາດ, ຊີວະສາດ, ພາສາອັງກິດ, ກຸ່ມ B ສອບເສັງວິຊາຄະນິດສາດ B + ພາສາລາວ -ວັນນະຄະດີ, ພູມີສາດ, ປະຫວັດສາດ, ພາສາອັງກິດ.

ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ກ່າວໃຫ້ຮູ້ອີກວ່າ: ສໍາລັບສົກສຶກສາ 2025-2026  ມຊ. ມີຫຼັກສູດລະດັບປະລິນຍາຕີທັງໝົດຈໍານວນ 120 ຫຼັກສູດໃນນັ້ນ ມີຫຼັກສູດນານາຊາດປະລິນຍາຕີ 2 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 44 ຫຼັກສູດ ແລະຫຼັກສູດອະນຸປະລິນຍາຕີ 5 ຫຼັກສູດ. ເພື່ອໃຫ້ສາມາດຄັດເລືອກເອົານັກຮຽນທີ່ມີຄຸນນະພາບເຂົ້າຮຽນ ມຊ ພວກເຮົາມີມາດຕະການຄວບຄຸມຫ້ອງສອບເສັງຢ່າງເຄັ່ງຄັດຄື: ໄດ້ມີລະບຽບ ແລະ ຂໍ້ແນະນໍາການສອບເສັງສໍາລັບນັກສອບເສັງ ແລະສຳລັບຄະນະກຳມະການ, ມີການຄວບຄຸມການອອກຫົວບົດສອບເສັງ, ການຈັດພິມ, ການກວດບົດສອບເສັງດ້ວຍລະບົບຄອມພິວເຕີ ແລະການຍາມຫ້ອງສອບເສັງ ແມ່ນມີຄະນະກຳມະການຍາມ 2 ທ່ານ ຍາມຫ້ອງສອບເສັງທີ່ມີນັກສອບເສັງ 20 ຄົນ(ກຳມະການ 1 ຄົນ ຕໍ່ນັກສອບເສັງ 10 ຄົນ) ນັກສອບເສັງທີ່ນັ່ງໂຕະດຽວກັນຈະມີຫົວຂໍ້ບົດສອບເສັງທີ່ແຕກຕ່າງກັນ ບໍ່ສາມາດກ່າຍກັນໄດ້ ນອກຈາກນັ້ນ ມຊ. ຍັງມີການກວດຕົວນັກສອບເສັງກ່ອນການເຂົ້າຫ້ອງໂດຍຫ້າມນໍາເອົາເຄື່ອງເອເລັກໂຕນິກ ແລະໂທລະສັບເຂົ້າຫ້ອງສອບເສັງ, ກຳມະການກໍຫ້າມໃຊ້ໂທລະສັບເຊັ່ນກັນ.

ທ່ານກ່າວອີກວ່າ ສຳລັບສາຂາວິຊາຮຽນທີ່ມີຄົນສະໜັກໜ້ອຍ ຫຼືບໍ່ໄດ້ຕາມເປົ້າໝາຍ ໃນກໍລະນີນີ້ ແມ່ນຈະຊັບຊ້ອນໃຫ້ຜູ້ທີ່ມາສອບເສັງ ແຕ່ເສັງບໍ່ໄດ້ສາຂາຕົ້ນຕໍ  ແມ່ນຈະຊັບຊ້ອນໃຫ້ເຂົ້າຮຽນສາຂາສຳຮອງ ທີ່ຜູ້ສອບເສັງເລືອກໄວ້ໃນເວລາລົງທະບຽນ. ສ່ວນຜູ້ທີ່ບໍ່ລົງທະບຽນສອບເສັງ ແລະຜູ້ທີ່ລົງທະບຽນແຕ່ບໍ່ມາສອບເສັງ ແມ່ນຈະບໍ່ສາມາດພິຈາລະນາໃຫ້ເຂົ້າຮຽນ.

ສຳລັບການປະກາດຜົນສອບເສັງ ແມ່ນຄາດວ່າຈະປະກາດຜົນໃນວັນທີ 11 ກັນຍາ 2025 ແລະລົງທະບຽນເຂົ້າຮຽນໃນວັນທີ 15 ກັນຍາ 2025.