Select your language

ໃນຕອນເຊົ້າ ວັນທີ 16 ສິງຫາ 2025, ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດການສອບເສັງຄັດເລືອກນັກສຶກສາເຂົ້າຮຽນໃນຫຼັກສູດສາຂາຄູພາສາຈີນ ສົກສຶກສາ 2025-2026 ທີ່ສະຖາບັນຂົງຈື, ໂດຍການເຂົ້າຮ່ວມຂອງທ່ານປອ. ທະນົງສັກ ດວງດາລາ ຮອງຫົວໜ້າຫ້ອງການວິຊາການ,​ ທ່ານ ນາງ ນິລິນທອນ ສັກລໍໍຄໍາ ຕາງໜ້າຈາກກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກິລາ, ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈືຝ່າຍ, ທ່ານ ເຝິງກວາງຮົວ ຜູ້ອຳນວຍການສະຖາບັນຂົງຈືຝ່າຍຈີນ ພ້ອມດ້ວຍຄະນະກຳມະການຄວບຄຸມການສອບເສັງ ແລະນັກຮຽນເຂົ້າຮ່ວມ.

ໃນສົກສຶກສານີ້ມີຜູ້ສະໝັກສອບເສັງທັງໝົດ 629 ຄົນ, ຍິງ 426 ຄົນ, ມີຫ້ອງສອບເສັງທັງໝົດ 24 ຫ້ອງເສັງແບ່ງອອກເປັນຫ້ອງລະ 25 ຄົນ, ມີຫ້ອງລວມທີ່ບັນຈຸນັກສອບເສັງໄດ້ 40 ຄົນ. ມີການແຕ່ງຕັ້ງຄະນະກຳມະການຄວບຄຸມການສອບເສັງໂດຍແມ່ນອາຈານມາຈາກ 4 ພາກສ່ວນຄື: ຄະນະສຶກສາສາດ, ຄະນະວິທະຍາສາດທຳມະຊາດ, ຄະນະອັກສອນສາດ ແລະຄະນະວິທະຍາສາດສັງຄົມ ທັງໝົດ 25 ທ່ານ ແລະ ອາຈານຈາກສະສະຖາບັນຂົງຈື 45 ທ່ານ.  ສ່ວນແຜນການຮັບນັກສຶກສາໃນປີນີ້ແມ່ນ 105 ຄົນ, ສ່ວນການສອບເສັງຈະແບ່ງອອກເປັນສອງພາກຄື: ພາກເຊົ້າສອບເສັງການຂຽນ ໂດຍເລີ່ມແຕ່ ເວລາ 8:30 – 10:00 ໂມງ ສອບເສັງວິຊາຄະນິດສາດ, ພາສາລາວ-ວັນນະຄະດີ, ພູມສາດ ແລະປະຫວັດສາດ ແລະ ເວລາ 10:30 – 12:00 ໂມງ ສອບເສັງ ພາສາຈີນ ແລະພາສາອັງກິດ; ສ່ວນພາກບ່າຍ ສອບເສັງສຳພາດ ພາສາຈີນ ເວລາ 13:30 – 16:00 ໂມງ ແມ່ນການສໍາພາດເຊິ່ງໜ້າໂດຍແມ່ນຄູອາຈານຈີນເປັນຄົນສໍາພາດດ້ວຍພາສາຈີນ.

ຫຼັກສູດຄູພາສາຈີນເປັນການຮ່ວມມືກັນລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ຮ່ວມ ມະຫາວິທະຍາໄລຊົນເຜົ່າກວາງ ສປ ຈີນ ເປັນບົບການຮຽນແບບ 2 + 2 , ຮຽນ ປີ 1-2 ຢູ່ສະຖາບັນຂົງຈື ແລະ ປີ3-4 ປີຮຽນຢູ່ມະຫາວິທະຍາໄລຊົນເຜົ່າກວາງ ສປ ຈີນ, ເຊິ່ງການຮຽນ-ການສອນແມ່ນສອນໂດຍຊ່ຽວຊານຈາກ ສປ ຈີນ 80% ແລະ ອາຈານລາວ 20% ເມືື່ອນັກສຶກສາຮຽນຮອດປີທີ 2 ຈະໄດ້ມີການສອບເສັງຄັດເລືອກເພື່ອໄປຮຽນຢູ່ ສປ ຈີນ ໂດຍຜູ້ທີ່ໄດ້ຮັບການຄັດເລືອກ 60 ຄົນແມ່ນຈະໄດ້ຮັບທຶນການສຶກສາ 100%. ສຳລັບຜົນການສອບເສັງຄາດວ່າຈະສາມາດປະກາດຜົນພາຍຫຼັງການສອບເສັງໄດ້ປະມານ 2 ອາທິດ ແລະຈະໄດ້ເລີ່ມຮຽນການສອນປະມານອາທິດທີສອງຂອງເດືອນກັນຍາ.

ຮູບພາບບັນຍາກາດ