Select your language

ໃນຕອນເຊົ້າ ວັນທີ 15 ສິງຫາ 2025 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມສະພາ ມຊ ຊຸດ V ສະໄໝສາມັນຄັ້ງທີ I ປະຈຳປີ 2025 ທີ່ຫ້ອງປະຊຸມສະຖາບັນຂົງຈື ມຊ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ປະທານສະພາ ມຊ, ມີທ່ານ ສຈ.ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ ພ້ອມດ້ວຍຄະນະ ແລະບັນດາທ່ານຄະນະສະພາ ມຊ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ຮອງອະທິການບໍດີ ມຊ ທັງເປັນເລຂາທິການສະພາ ມຊ ກໍໄດ້ຜ່ານດຳລັດວ່າດ້ວຍການແຕ່ງຕັ້ງສະມາຊິກສະພາ ມຊ ຊຸດ V ສະບັບເລກທີ 316/ນຍ ລົງວັນທີ 12 ມິຖຸນາ 2025; ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງກຳມະການສະພາ ມຊ ຊຸດ V ຜູ້ຕາງໜ້າເສດຖະກິດສັງຄົມ ແລະ ວັດທະນະທໍາ ແລະຜູ້ຕາງໜ້າພະນັກງານ-ຄູອາຈານ ເລກທີ 20/ສພມຊ,​ ລົງວັນທີ 31 ກໍລະກົດ 2025 ພ້ອມທັງລາຍງານບົດສະຫຼຸບການຈັດຕັ້ງປະຕິບັດວຽກສະພາໃນໄລຍະທີ່ຜ່ານມາໂດຍທ່ານໄດ້ກ່າວວ່າ: ສະພາມະຫາວິທະຍາໄລແຫ່ງຊາດ (ສະພາ ມຊ) ມີພາລະບົດບາດຄົ້ນຄວ້າ, ພິຈາລະນາ ແລະ ສະເໜີຂໍຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ, ຂັ້ນຮອງສາດສະດາຈານ, ຂັ້ນອາຈານ ແລະຂັ້ນຜູ້ຊ່ວຍອາຈານ ໃຫ້ແກ່ຄູ-ອາຈານສອນພາຍໃນ ມຊ. ນອກນີ້ຍັງໄດ້ຄົ້ນຄວ້າ ພິຈາລະນາ ຮັບຮອງຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານກິດຕິມະສັກ, ຂັ້ນສາດສະດາຈານກຽດຕິຄຸນ, ຂັ້ນສາດສະດາຈານພິເສດ ແລະ ຂັ້ນປະລິນຍາເອກກິດຕິມະສັກ ໃຫ້ບຸກຄົນພາຍນອກ ຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນພັດທະນາຂົງເຂດວຽກງານການສຶກສາ ໂດຍສະເພາະວຽກງານ ມຊ ໃນດ້ານການສິດສອນ, ການຄົ້ນຄວ້າຮໍ່າຮຽນ ແລະດ້ານຜົນງານພົ້ນເດັ່ນ ໃນການຊ່ວຍພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ສະພາ ມຊ ໄດ້ນຳສະເໜີໃຫ້ຂັ້ນເທິງ ເພື່ອຂໍອະນຸມັດ ແລະ ມອບຕຳແໜ່ງວິຊາການຄູ ຂັ້ນສາດສະດາຈານ, ຂັ້ນຮອງສາດສະດາຈານ,  ຂັ້ນອາຈານ, ຂັ້ນຜູ້ຊ່ວຍອາຈານ, ຂັ້ນສາດສະດາຈານກິດຕິມະສັກ, ຂັ້ນສາດສະດາຈານກຽດຕິຄຸນ, ຂັ້ນສາດສະດາຈານພິເສດ ແລະ ຂັ້ນປະລິນຍາເອກກິດຕິມະສັກ ໃຫ້ແກ່ຄູສອນ ທັງພາຍໃນ ແລະ ພາຍນອກມາແລ້ວ ຈຳນວນທັງໝົດ 1,567 ທ່ານ, ຍິງ 415 ທ່ານ (ຕ່າງປະເທດ ຈໍານວນ 3 ທ່ານ). ໃນນັ້ນມີຄູສອນປະຈຳ ທີ່ໄດ້ຮັບຕຳແໜ່ງວິຊາການຄູ ຜ່ານມາຈຳນວນທັງໝົດ 1,554 ທ່ານ, ຍິງ 415  ທ່ານທ່ານ (ຂັ້ນສາດສະດາຈານ ຈໍານວນ 28 ທ່ານ, ຍິງ 2 ທ່ານ; ຂັ້ນຮອງສາດສະດາຈານ ຈຳນວນ 290 ທ່ານ , ຍິງ 53 ທ່ານ; ຂັ້ນອາຈານ ຈໍານວນ 420 ທ່ານ, ຍິງ 153 ທ່ານ ແລະ ຂັ້ນຜູ້ຊ່ວຍອາຈານ ຈໍານວນ 401 ທ່ານ, ຍິງ 207 ທ່ານ).

 ພ້ອມນັ້ນທີ່ປະຊຸມຍັງໄດ້ຮັບຟັງການລາຍງານວຽກງານຕ່າງໆຂອງ ມຊ ເຊັ່ນ: ວຽກງານປັບປຸງກົງຈັກການຈັດຕັ້ງ  ມຊ, ວຽກງານການຄົ້ນຄວ້າວິທະຍາສາດ ມຊ, ວຽກງງານຫຼັງປະລິນຍາຕີເປັນຕົ້ນ. ພ້ອມທັງຮັບການເຜີຍແຜ່ດຳລັດ 03/ລບ, ລົງວັນທີ 01 ມັງກອນ 2020 ວ່າດ້ວຍຕຳແໜ່ງວິຊາການຄູຢູ່ສະຖາບັນການສຶກສາຊັ້ນສູງ ແລະຄຳແນະນຳຂອງກະຊວງສຶກສາທິການ ແລະກີລາ ກ່ຽວກັບເງື່ອນໄຂ, ມາດຕະຖານ ແລະແຕ່ງຕັ້ງຕຳແໜ່ງວິຊາການຄູ ຢູ່ສະຖາບັນການສຶກສາຊັ້ນສູງ, ສະບັບເລກທີ 517/ສສກ, ລົງວັນທີ 11 ເມສາ 2023; ຄຳແນະນຳຂອງກະຊວງສືກສາທິການ ແລະກີລາ ການຄັດເລືອກ ແລະຮັບຮອງເອົາຕຳແໜ່ງວິຊາການຄູ ຢູ່ສະຖາບັນການສຶກສາຊັ້ນສູງ, ສະບັບເລກທີ 1054/ສສກ, ລົງວັນທີ 4 ທັນວາ 2020.

ຮູບພາບບັນຍາກາດ