Select your language

ໃນວັນທີ 21 ສິງຫາ 2025, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ)ມະຫາວິທະຍາໄລແຫ່ງຊາດ(ມຊ) ຈັດກອງປະຊຸມຄັ້ງທີ 3 ສະຫຼຸບຄືນວຽກງານຄະນະປະສານງານໂຄງການທີ 5 ຂອງໄລຍະ 2 ໂຄງການສ້າງຄວາມເຂັ້ມແຂງ ເພື່ອການພັດທະນານັກທຸລະກິດ ແລະ ເຄືອຂ່າຍທາງທຸລະກິດ ເສີມສ້າງການເຕີບໂຕແບບຍືນຍົງຂອງສັງຄົມ, ໂດຍການຊຸກຍູ້ການພັດທະນາຊັບພະຍາກອນມະນຸດ, ການສ້າງເຄືອຂ່າຍທາງດ້ານທຸລະກິດ ແລະວິຊາການລະຫວ່າງສອງປະເທດ ໂດຍການຮ່ວມມືກັບອົງການຮ່ວມມືສາກົນຂອງຍີ່ປຸ່ນ (JICA) ແລະ ອົງການ Japan Foundation (JF), ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ທ່ານ ໂນບຸຢູກິ ໂກເບ ຜູ້ຕາງໜ້າອາວຸໂສ ຫ້ອງການ JICA ປະຈຳ ສປປ ລາວ, ມີຄະນະອຳນວຍການສະຖາບັນ, ແຂກຖືກເຊີນ, ພະນັກງານ ແລະຜູ້ທີ່ກ່ຽວຂ້ອງເຂົ້່າຮ່ວມ.ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນຜົນສຳເລັດ, ປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະ ແລກປ່ຽນທິດທາງໃນອະນາຄົດຂອງໂຄງການເພື່ອການພັດທະນາ ຄຸນນະພາບຂອງນັກທຸລະກິດມືອາຊີບ ແລະ ການສ້າງເຄືອຂ່າຍຜ່ານ ສລຍ (ໂຄງການ JICA ທີ່ ສລຍ) ໃນບັນດາຜູ້ມີສ່ວນຮ່ວມ ແລະ ຄູ່ຮ່ວມງານທັງໝົດ.

          ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອຳນວຍການ ສລຍ ໄດ້ຂຶ້ນລາຍງານຜົນການດຳເນີນງານໃນປີທີ່ຜ່ານມາ (ກັນຍາ 2024 ຫາ ສິງຫາ 2025) ແລະທ່ານ ໂຢຊິຮາຣຸ ໂຢເນຢາມະ ຫົວໜ້າທີ່ປຶກສາໂຄງການ JICA ທີ່ ສລຍ ໃນຕໍ່ໜ້າ; ຫຼັກສູດເຝິກອົບຮົມດ້ານທຸລະກິດ, ກິດຈະກຳສ້າງເຄືອຂ່າຍ ແລະ ການແລກປ່ຽນທາງວິຊາການຕ່າງໆ ໄດ້ຖືກຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ. ຫຼັກສູດເຄເອຈູກຸ(ການບໍລິຫານຈັດການແບບຍີ່ປຸ່ນ) ແລະຫຼັກສູດທີ່ອອກແບບສະເພາະ (ການເຝິກອົບຮົມພາຍໃນບໍລິສັດ) ໄດ້ຖືກຈັດຕັ້ງປະຕິບັດໂດຍສະເພາະເພື່ອການພັດທະນາທຸລະກິດ ແລະການສົ່ງເສີມການເປັນຜູ້ປະກອບການ. ກຸ່ມທຸລະກິດເລີ່ມຕົ້ນ(startup) ແລະ ບັນດາບໍລິສັດຂອງລາວທີ່ສ້າງຄຸນຄ່າໃຫ້ແກ່ສັງຄົມລາວດ້ວຍຜະລິດຕະພັນ/ການບໍລິການທີ່ຜະລິດໃນລາວ ແລະ ຮູບແບບທຸລະກິດທີ່ສ້າງສັນ ເພື່ອສົ່ງເສີມການສົ່ງອອກ ແລະ ທົດແທນການນຳເຂົ້າ ໄດ້ຮັບການສະໜັບສະໜູນຜ່ານໂຄງການ LJI SUSU (Scale-up) ລຸ້ນທີ 3. ນອກຈາກນີ້, ສລຍ ຍັງໄດ້ຈັດການຮຽນ-ການສອນຫຼັກສູດ MBA ລຸ້ນທີ 16 ສໍາເລັດຜົນ, ເຊິ່ງເປັນຫຼັກສູດປະລິນຍາໂທທີ່ໂດດເດັ່ນຂອງ ສລຍ, ແລະ ສືບຕໍ່ເປີດຮັບສະໝັກ ຜູ້ເຂົ້າຮ່ວມເຝິກອົບຮົມຮຸ່ນທີ 18.

ໃນດ້ານການແລກປ່ຽນວັດທະນະທຳ ແລະ ພາສາຍີ່ປຸ່ນ, ສລຍ ໄດ້ຂະຫຍາຍຫຼັກສູດພາສາຍີ່ປຸ່ນສຳລັບຄົນລາວທີ່ຕ້ອງການໄປເຮັດວຽກຢູ່ປະເທດຍີ່ປຸ່ນ ເພື່ອເຝິກອົບຮົມດ້ານວິຊາການ ແລະ ໄດ້ຈັດກິດຈະກຳແລກປ່ຽນວັດທະນະທຳກັບນັກສຶກສາມະຫາວິທະຍາໄລຂອງຍີ່ປຸ່ນ ພ້ອມທັງສົ່ງເສີມການສຶກສາຕໍ່ທີ່ປະເທດຍີ່ປຸ່ນ. ນອກຈາກນີ້, ສລຍ ຍັງໄດ້ຕ້ອນຮັບນັກສຶກສາເຝິກງານຈາກມະຫາວິທະຍາໄລໂກເບ ແລະ ມະຫາວິທະຍາໄລຄັນໄຊກາກຸອິນ. ສລຍ ໄດ້ຖືກສ້າງຕັ້ງຂຶ້ນດ້ວຍທຶນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ຜ່ານອົງການ JICA ໃນປີ 2001. ນັບແຕ່ນັ້ນມາ, JICA ໄດ້ໃຫ້ການສະໜັບສະໜູນ ສລຍ ເພື່ອເສີມຂະຫຍາຍບົດບາດການເປັນໃຈກາງ ແລະ ເສີມສ້າງຄວາມເຂັ້ມແຂງດ້ານການເຝິກອົບຮົມຂອງການພັດທະນາຊັບພະຍາກອນມະນຸດ ເພື່ອເລັ່ງລັດການເຕີບໂຕທາງເສດຖະກິດໃນລາວ.

ພ້ອມນັ້ນ,  ໃນພິທີຍັງໄດ້ມີການລົງນາມບົດບັນທຶກຂອງກອງປະຊຸມສຳລັບຂອບໂຄງການໃນໄລຍະທີ 3 ຂອງໂຄງການຍ່ອຍທີ 5: ກັນຍາ 2026 - ທັນວາ 2029. ແຜນການສຳລັບປີສຸດທ້າຍຂອງໂຄງການ ສລຍ ຈະສືບຕໍ່ພັດທະນາຊັບພະຍາກອນມະນຸດໃນຊຸມຊົນທຸລະກິດ ແລະ ອົງກອນທີ່ໃຫ້ການສະໜັບສະໜູນ. ຍິ່ງໄປກວ່ານັ້ນ, ສລຍ ຈະຂະຫຍາຍເຄືອຂ່າຍທັງພາຍໃນ ແລະ ຕ່າງປະເທດ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ບົດບາດການເປັນໃຈກາງຂອງຕົນ ເພື່ອການພັດທະນາເສດຖະກິດ-ສັງຄົມຂອງລາວແບບມີສ່ວນຮ່ວມ ໂດຍການສະໜັບສະໜູນຈາກ JICA, ສລຍ ຈະສືບຕໍ່ສະໜອງໂອກາດໃຫ້ແກ່ພະນັກງານລະດັບບໍລິຫານຂອງບໍລິສັດລາວ ຜ່ານຫຼັກສູດເຄເອຈູກຸ, ກອງປະຊຸມສຳມະນາແລກປ່ຽນຕ່າງໆ, ກິດຈະກຳສ້າງເຄືອຂ່າຍລະຫວ່າງບໍລິສັດລາວດ້ວຍກັນ ແລະ ລະຫວ່າງບໍລິສັດລາວກັບບໍລິສັດຕ່າງປະເທດ, ລວມທັງບໍລິສັດຈາກຍີ່ປຸ່ນ ແລະ ປະເທດອາຊຽນ ກ່ຽວກັບການສະໜັບສະໜູນສຳລັບກຸ່ມທຸລະກິດເລີ່ມຕົ້ນ ແລະ ຜູ້ປະກອບການ, ສລຍ ຈະສືບຕໍ່ໂຄງການ LJI SUSU Scale-Up ເຊິ່ງຊ່ວຍເພີ່ມທະວີການສົ່ງອອກ/ການທົດແທນການນຳເຂົ້າ ດ້ວຍຜະລິດຕະພັນ/ການບໍລິການທີ່ຜະລິດໃນລາວ, ແລະ ສະໜອງທຶນ, ຄຳແນະນຳທີ່ນຳໃຊ້ໄດ້ຈິງ ແລະ ໂອກາດໃນການສ້າງເຄືອຂ່າຍ ເພື່ອເລັ່ງການເຕີບໂຕທາງທຸລະກິດ.

ຮູບພາບບັນຍາກາດ