ໃນວັນທີ 21 ສິງຫາ 2025 ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ເປັນເຈົ້າພາບຈັດກອງປະຊຸມສາກົນ 2025 CAMPUS Asia Plus Annual Symposium ທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ພາຍໃຕ້ຫົວຂໍ້ "Designing the Next Generation of Risk Management in Asia" ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີ ມຊ, ທ່ານ Dr. Changhe Su ຄະນະບໍດີ School of International Relations and Public Affairs (SIRPA), Fudan University; Dr, Jung-Sun Han ຄະນະບໍດີ Graduate School of International Studies (GSIS), Korea University; Dr. Ratsiri Thaoto ຄະນະບໍດີ Faculty of Nursing (FoN), ມະຫາວິທະຍາໄລຈຸລາລົງກອນ; Dr. Yuichiro Uchida ຄະນະບໍດີ Graduate School of International Cooperation Studies (GSICS), Kobe University ພ້ອມດ້ວຍນັກຄົ້ນຄວ້າ, ອາຈານ ແລະ ນັກສຶກສາ ຈາກ 5 ມະຫາວິທະຍາໄລເຂົ້າຮ່ວມ.
ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນດ້ານວິຊາການ ໂດຍສະເພາະການນຳສະເໜີບົດຄົ້ນຄວ້າຂອງນັກສຶກສາປະລິນຍາໂທ ແລະ ປະລິນຍາເອກ. ພ້ອມນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີຈາກ ດຣ. ໂຕຊິຮິຊະ ໂຕໂຢດະ ນັກຄົ້ນຄວ້າ ແລະ ອາຈານສອນຈາກ ມະຫາວິທະຍາໄລໂກເບະ ປະເທດຍີ່ປຸ່ນ ໃນຫົວຂໍ້ "Risk Management in East Asia for Envisioning the Future Direction of the Campus Asia Plus Program" .