Select your language

ໃນວັນທີ 3 ກັນຍາ 2025 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບ ກຸ່ມບໍລິສັດ ອາໂຫຼ ເທັກໂນໂລຊີ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOA) ຮ່ວມກັນໃນດ້ານວິຊາການ ທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີ ມຊ, ຝ່າຍ ມຊ ລົງນາມໂດຍ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີ ມຊ ແລະຕາງໜ້າກຸ່ມບໍລິສັດ ອາໂຫຼ ເທັກໂນໂລຊີ ໂດຍທ່ານ ທະນູສອນ ພົນອາມາດ ປະທານກຸ່ມບໍລິສັດ ອາໂຫຼ ເທັກໂນໂລຊີ, ມີບັນດາທ່ານຄະນະບໍດີ-ຮອງຄະນະບໍດີ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

           ການລົງນາມຮ່ວມມືຂອງທັງສອງຝ່າຍໃນຄັ້ງນີ້, ແມ່ນເພື່ອລົງເລິກດ້ານວິຊາການໂດຍສະເພາະແມ່ນການກວດແກ້ພາສາສາດ ໂດຍມີຜູ້ຊ່ຽວຊານທາງດ້ານພາສາລາວ ມາຮ່ວມໃນການພັດທະນາ ສົມທົບກັບການນຳເອົາລະບົບປັນຍາປະດິດ (AI) ເຂົ້າມາມີບົດບາດ ໃນການປະມວນຜົນຄໍາຕອບ, ການຄົ້ນຫາຂໍ້ມູນ, ເພື່ອອໍານວຍຄວາມສະດວກໃຫ້ແກ່ພະນັກງານ, ຄູ-ອາຈານ ແລະນັກສຶກສາຂອງ ມຊ ໄດ້ນຳໃຊ້ລະບົບການແປພາສາລາວທີ່ຖືກຕ້ອງ ແລະແມ່ນຢໍາທີສຸດ.

ຮູບພາບບັນຍາກາດ