Select your language

ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ໄດ້ຮັບກຽດເປັນ Keynote Speaker ໃນກອງປະຊຸມພາຍໃຕ້ຫົວຂໍ້ “2025 International Forum on Intelligent Innovation for the Future and the 1st Academic Annual Conference on Science and Technology Innovation Empowering High-Quality Industrial Development in South and Southeast Asia” ທີ່ເມືອງຄຸນໝິງ, ແຂວງຢູໜານ, ສປ ຈີນ ເຊິ່ງຈັດໂດຍມະຫາວິທະຍາໄລ Kunming University of Science and Technology (KUST) ໃນລະຫວ່າງວັນທີ 18 – 20 ເດືອນສິງຫາ ປີ 2025.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອແລກປ່ຽນ ແລະ ນໍາສະເໜີບົດຄົ້ນຄວ້າວິໄຈ ກ່ຽວກັບການຄົ້ນຄວ້າ AI, Science ແລະ Technology. ໂດຍທ່ານ ສຈ. ປອ. ພູເພັດໄດ້ເນັ້ນໜັກເຖິງການຫັນປ່ຽນທາງດ້ານ Digital ໃນທຸກຂົງເຂດວຽກງານ ໂດຍສະເພາະແມ່ນໃນດ້ານການສຶກສາ ແລະ ການຄົ້ນຄວ້າ ແລະ ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືລະ ຫວ່າງສອງປະເທດໃນການພັດທະນາ ແລະ ນໍາໃຊ້ AI, Science ແລະ Technology.

ມະຫາວິທະຍາໄລແຫ່ງຊາດ ໄດ້ຮ່ວມມືກັບ Kunming University of Science and Technology (KUST) ເພື່ອສ້າງຫຼັກສູດ AI, ເຊິ່ງເປັນຫຼັກສູດທໍາອິດຂອງລາວ ເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ໂດຍຫຼັກສູດດັ່ງກ່າວ ແມ່ນຈະຊ່ວຍໃຫ້ມີການພັດທະນາຊັບພະຍາກອນມະນຸດທາງດ້ານ AI ໃນປະເທດເຮົາ ແລະ ເສີມສ້າງຂີດຄວາມສາມາດໃນການຄົ້ນຄວ້າ ແລະ ປັນຍາປະດິດ AI ໃນລາວ.