ເພື່ອເປີດກວ້າງການຮ່ວມມືກັບພາກເອກະຊົນ ກໍຄືຕ່າງປະເທດ ໃນການສົ່ງເສີມໃຫ້ນັກສຶກສາທີ່ສຶກສາ ໃນຄະນະວິຊາຕ່າງໆ ຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີການເຝິກງານທີ່ມີຄຸນນະພາບ, ໃນວັນທີ 19 ກັນຍາ 2025 ຜ່ານມາ ທີ່ຫ້ອງປະຊຸມ ຕຶກສໍານັກງານອະທິການບໍດີ, ມຊ ແລະ ບໍລິສັດ ເອເຊຍບໍລິການຈັດຫາງານຈຳກັດ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOA) ດ້ານວິຊາການ ຮ່ວມກັນ, ເຊິ່ງ ຝ່າຍ ມຊ ເຊັນໂດຍທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີ ມຊ ແລະຝ່າຍບໍລິສັດ ເອເຊຍບໍລິການຈັດຫາງານຈຳກັດ ເຊັນໂດຍທ່ານ ເອໂຄະຄຶ ໂຈ ປະທານ ບໍລິສັດ, ມີຄະນະບໍດີຈາກ 13 ຄະນະວິຊາ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນການລົງນາມຮ່ວມມືໃນຄັ້ງນີ້ ມຊ ຈະໄດ້ນຳສົ່ງນັກສຶກສາ ຈາກຄະນະວິຊາຕ່າງໆ ທີ່ສົນໃຈໄປເຝິກງານຢູ່ປະເທດຍີ່ປຸ່ນ ໃນຂະແໜງການຜະລິດ, ກະສິກຳ ແລະການເບິ່ງແຍງຜູ້ສູງອາຍຸໂດຍຜ່ານບໍລິສັດ ເອເຊຍບໍລິການຈັດຫາງານຈຳກັດ ພາຍໃຕ້ເງື່ອນໄຂຂໍ້ຕົກລົງຮ່ວມກັນຂອງສອງຝ່າຍ.