Select your language

ໃນຕອນບ່າຍຂອງວັນທີ 20 ກັນຍາ 2025, ສະຖາບັນຂົງຈື (ສຈຂ) ໄດ້ຈັດພິທີຊົມເຊີຍນັກສຶກສາທີ່ຮຽນຈົບປະລິນຍາຕີ ສາຂາຄູພາສາຈີນຮຸ່ນທຳອິດ ຈຳນວນ 74 ຄົນ, ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ, ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື (ຝ່າຍລາວ), ທ່ານ ເຟິງ ກວາງຫົວ ຜູ້ອຳນວຍການສະຖາບັນຂົງຈື (ຝ່າຍຈີນ) ພ້ອມດ້ວຍຮອງຜູ້ອຳນວຍການ, ຄູ-ອາຈານ, ນັກສຶກສາ ແລະພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.

          ໃນພິທີ, ທ່ານ ຄຳຮຸ່ງ ຈັນທະວົງ ກໍໄດ້ຂຶ້ນມີຄຳເຫັນໃນພິທີໂດຍທ່ານໄດ້ຍົກໃຫ້ເຫັນຄວາມເປັນມາຂອງການລິເລີ່ມໃນການເປີດການຮຽນ-ການສອນ ຫຼັກສູດຄູພາສາຈີນ ໂດຍມີການຮ່ວມມືກັບມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ໃນການສ້າງຫຼັກສູດ 2+2 (ຮຽນສອງປີຢູ່ ສຂຈ ແລະ ສອງປີຢູ່ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ) ແລະໄດ້ໃບປະກາສະນີຍະບັດຈາກ 2 ມະຫາວິທະຍາໄລ, ພາຍຫຼັງທີ່ມີການເປີດຮັບນັກສຶກສາໃນຫຼັກສູດນີ້ຢູ່ສະຖາບັນຂົງຈື ກໍມີນັກສຶກສາສົນໃຈມາຮຽນເປັນຈຳນວນຫຼາຍ ໂດຍຊຸດທຳອິດມີນັກສຶກສາທີ່ຜ່ານມາການສອບເສັງຄັດເລືອກທັງໝົດ 74 ຄົນ (ທີ່ສຳເລັດການສຶກສາໃນມື້ນີ້) ຈົນມາຮອດປະຈຸບັນໃນສົກສຶກສາ 2025-2026 ແມ່ນີຮຸ່ນທີ 5 ແລ້ວ; ພ້ອມນັ້ນ ທ່ານຍັງໃຫ້ຮູ້ວ່າຮັກສຶກສາທີ່ຈົບຈາກສະຖາບັນຂົງຈືລ້ວນແຕ່ເປັນບຸກຄະລາກອນທີ່ມີຄຸນະພາບ ແລະມີຄວາມຕ້ອງການໃນຕະຫຼາດແຮງງານ ພ້ອມທັງເປັນສ່ວນໜື່ງທີ່ຈະສ້າງສາ ແລະພັດທະນາປະເທດຊາດ.

          ພ້ອມນັ້ນ ໃນພິທີຍັງໄດ້ມອບໃບຊົມເຊີຍຜົນສຳເລັດການສຶກສາໃຫ້ນັກສຶກສາ ແລະໃບຍ້ອງຍໍຜູ້ຝົກຄອງທີ່ໃຫ້ການສະໝັບສະໜູນສົ່ງເສີມລູກ-ຫຼານ ຈົນສຳເລັດການສຶກສາ.   ໃນຕອນທ້າຍພິທີຂໍໃຫ້ນັກສຶກສາທີ່ຈົບການສຶກສາໃນສົກນີ້ຈົ່ງນຳໃຊ້ຄວາມຮູ້ຄວາມສາມາດເຂົ້າໃນການພັດທະນາການສຶກສາ ແລະໜ້າທີ່ວຽກງານ ພ້ອມທັງເປັນຄົນດີຂອງສັງຄົມ.

ຮູບພາບບັນຍາກາດ