Select your language

ໃນວັນທີ 29 ກັນຍາ 2025, ທີ່ຫ້ອງປະຊຸມ 205, ສໍານັກງານອະທິການບໍດີ, ມະຫາວິທະຍາໄລແຫ່ງຊາດ, ຄະນະຮັບຜິດຊອງໂຄງການ Tourism-Zero, Erasmus+ Programme in CBHE, ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັັບການພັດທະນາ 04 ລາຍວິຊາສອນກ່ຽວກັບການຈັດການສິ່ເສດເຫຼືອເປັນສູນໃນຂະແໜງທ່ອງທ່ຽວ ແລະ ການບໍລິການ. ໃນກອງປະຊຸມດັ່ງກ່າວ, ມີຕາງໜ້ານັກສຶກສາ ແລະ ສິດເກົ່າ ທີ່ຮຽນ ແລະ ເຮັດວຽກໃນຂະແໜງການສິ່ງແວດລ້ອມ, ບໍລິຫານທຸລະກິດ, ການທ່ອງທ່ຽວ ແລະ ການບໍລິການ ເຂົ້າຮ່ວມທັງໝົດ 15 ທ່ານ. ກອງປະຊຸມໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບໂຄງຮ່າງລາຍວິຊາ, ໂດຍສະເພາະເນື້ອໃນບົດຮຽນ, ວິທີການສອນ, ຜົນການຮຽນ, ການປະເມີນ, ແລະ ການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ລາຍວິຊາດັ່ງກ່າວມີຄຸນນະພາບ ແລະ ສອດຄ່ອງກັບຄວາມຕ້ອງການຕົວຈິງໃນຕະຫຼາດແຮງງານ. ລາຍວິຊາທີ່ກໍາລັງພັດທະນາພາຍໃຕ້ໂຄງການ Tourism-Zero ປະກອບມີ:

1. ວິຊາທີ 1: ການບໍລິໂພກທີ່ມີຄວາມຮັບຜິດຊອບ ແລະ ຜົນກະທົບຂອງສິ່ງເສດເຫຼືອຕໍ່ພາວະໂລກຮ້ອນ

2. ວິຊາທີ 2: ກິດຈະກໍາການທ່ອງທ່ຽວ ແລະ ການບໍລິການທີ່ຫຼຸດຜ່ອນສິ່ງເສດເຫຼືອ

3. ວິຊາທີ 3: ການຈັດການສິ່ງເສດເຫຼືອໃນເຂດເທດສະບານ

4. ວິຊາທີ 4: ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ

ທ່ານສາມາດຕິດຕາມກິດຈະກໍາພວກເຮົາໄດ້ທີ່: www.tourismzero.com