Select your language

         ໃນວັນທີ 1 ຕູລາ 2025, ທີ່ຫ້ອງຮັບແຂກຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ທ່ານ ຮສ.ປອ ສິນທະວອນ ດາລາວົງ  ຮອງອະທິການບໍດີ ມຊ ແລະ ຫົວໜ້າຫ້ອງການທີ່ກ່ຽວຂ້ອງ ໄດ້ຕ້ອນຮັບການຢ້ຽມຢາມ ຂອງ ທ່ານ ຟານ ຕຽມ ຜູ້ອໍານວຍການ ວິທະຍາໄລ ທາໂກ ໃນນາມຮຸ້ນສ່ວນ   ບໍລິສັດ ລົງທຶນ ແລະ ຜະລິດທຸລະກິດ ກະສິກໍາ ພາກໄຕ້ລາວ ຈໍາກັດຜູ້ດຽວ ພ້ອມດ້ວຍຄະນະ, 

          ບໍລິສັດດັ່ງກ່າວນີ້, ເປັນບໍລິສັດ ລົງທຶນ ແລະ ຜະລິດທຸລະກິດກະສິກໍາ ພາກໄຕ້ລາວ ຈໍາກັດຜູ້ດຽວ (ບໍລິສັດ ກະສິກໍາ ພາກໃຕ້ລາວ) ທີ່ຂື້ນກັບບໍລິສັດ ຮຸ້ນສ່ວນ ກະສິກໍາ ເລື່ອງງ່າຍ (ທາໂກ ອາກຍີ່); ການພົບປະຄັ້ງນີ້, ທັງສອງຝ່າຍໄດ້ລາຍງານສະພາບລວມຂອງຝ່າຍຕົນ ໃຫ້ກັນ ແລະກັນຊາບ ແລະ ເພື່ອປຶກສາຫາລືເຖິງຂອບແນວທາງການຮ່ວມມືເຊິ່ງກັນ ແລະກັນໃນອະນາຄົດ ໂດຍມີ 3 ຈຸດປະສົງຫຼັກຄື:.

        1. ຮັບສະໝັກບຸກຄະລາກອນທີ່ມີຄຸນນະພາບທີ່ເປັນນັກສຶກສາຈົບໃໝ່ ໃນສາຂາວິຊາທີ່ກ່ຽວຂ້ອງ ຈາກ ມຊ ເຂົ້າເຮັດວຽກຢູ່ ໃນບໍລິສັດໂດຍກົງ. ການຮ່ວມມືນີ້ຈະເປັນການເປີດຊ່ອງທາງໃຫ້ບັນດາສິດເກົ່າໄດ້ມີໂອກາດເຂົ້າເຖິງວຽກເຮັດງານທຳທີ່ໝັ້ນຄົງ, ພ້ອມທັງຊ່ວຍໃຫ້ບໍລິສັດໄດ້ບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດທາງດ້ານວິຊາການຈາກສະຖາບັນຊັ້ນນຳຂອງປະເທດ.

       2. ສົ່ງເສີມການພັດທະນາດ້ານເຕັກໂນໂລຍີ ແລະ ໂລຈິສຕິກ ເພື່ອພັດທະນາຄວາມຮູ້ ແລະ ນະວັດຕະກໍາ. ໂດຍສະເພາະແມ່ນການໃຫ້ການສະໜັບສະໜູນທາງດ້ານ ເຕັກໂນໂລຍີ, ໂລຈິສຕິກ (Logistic), ແລະ ລະບົບການຂົນສົ່ງ ເພື່ອໃຫ້ເກີດການແລກປ່ຽນບົດຮຽນ ແລະ ການນຳໃຊ້ວິທະຍາສາດເຂົ້າໃນການປະກອບທຸລະກິດຢ່າງມີປະສິດທິພາບ.    

       3. ຍົກສູງສີມືແຮງງານຜ່ານການສິດສອນຮ່ວມ ໂດຍການຖ່າຍທອດຄວາມຮູ້ ແລະ ປະສົບການຕົວຈິງຈາກບໍລິສັດໃຫ້ແກ່ສະຖາບັນການສຶກສາ. ເປົ້າໝາຍແມ່ນເພື່ອ ຍົກສູງສີມື ແລະ ຄວາມສາມາດຂອງຜູ້ອອກແຮງງານ ໃຫ້ທັນກັບຄວາມຕ້ອງການຂອງຕະຫຼາດ ແລະ ການປ່ຽນແປງຂອງເສດຖະກິດ, ເຊິ່ງຈະເປັນປະໂຫຍດໂດຍກົງຕໍ່ການພັດທະນາຊັບພະຍາກອນມະນຸດຂອງລາວ.

ໃນໂອກາດການພົບປະກັນຄັ້ງນີ້, ທັງສອງຝ່າຍຍັງໄດ້ມີການແລກປ່ຽນເອກະສານຢ່າງເປັນທາງການເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດແຜນການຮ່ວມມືທັງສາມດ້ານໃນຕໍ່ໜ້າ.

ຮູບພາບບັນຍາກາດ