ຕອນບ່າຍ ວັນທີ 06 ຕຸລາ 2025 ທີ່ຜ່ານມາ, ສະຖາບັນຂົງຈື ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ,ພິທີຕ້ອນຮັບຄູອາຈານ-ອາສະຫມັກຈີນໃຫມ່ ທີ່ມາປະຈໍາການຢູ່ສະຖາບັນຂົງຈື ແລະ ພິທີປະກາດບໍານານ ທ່ານ ຮອງຜູ້ອໍານວຍການ ສະຖາບັນຂົງຈື ໃຫ້ກຽດເຂົ້າຮ່ວມພິທີໃນຄັ້ງນີ້ ໂດຍທ່ານ ຮສ.ປອ. ສິນທະວອນ ດາລາວົງ, ທ່ານ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ຜູ້ອໍານວຍການສະຖາບັນຂົງຈື ຝ່າຍລາວ ແລະ ຝ່າຍຈີນ, ຮອງຄະນະບໍດີ, ຫົວຫນ້າຫ້ອງການ, ຮອງຫົວຫນ້າຫ້ອງການ, ຮອງຜູ້ອໍານວຍການສະຖາບັນຂົງຈື, ຫົວຫນ້າຫ້ອງຮຽນຂົງຈື, ພ້ອມດ້ວຍບັນດາຄູອາຈານ ຝ່າຍລາວ, ຝ່າຍຈີນ ແລະ ນັກສຶກສາ ພາກວິຊາຄູພາສາຈີນ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.ໃນວາລະພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຕາງຫນ້ານັກສຶກສາ ໄດ້ອ່ານກາບກອນອວຍພອນໃຫ້ແກ່ບັນຄູອາຈານ ພ້ອມທັງຫົວຫນ້າພາກວິຊາພາສາຈີນ ຝ່າຍລາວ ແລະ ຈີນກໍ່ໄດ້ສະແດງຄວາມຮູ້ສຶກເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 31 ປີ.
ຫຼັງຈາກນັ້ນ ໄດ້ມີພິທີຕ້ອນຮັບຄູອາຈານ-ອາສະຫມັກຈີນໃຫມ່ ທີ່ມາປະຈໍາການຢູ່ສະຖາບັນຂົງຈື, ໂດຍທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍານວຍການສະຖາບັນຂົງຈືຝ່າຍລາວ ກໍ່ໄດ້ຂື້ນກ່າວແນະນໍາບັນດາຜົນງານ ແລະ ກິດຈະກຳພາຍໃນສະຖາບັນຂົງຈື ຕະຫຼອດໄລຍະເວລາທີ່ຜ່ານມາ, ທ່ານ ເຝິງກວາງຮົວ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍຈີນ ກໍ່ໄດ້ຂື້ນກ່າວຕ້ອນຮັບຄູອາຈານ-ອາສາສະຫມັກຈີນທີ່ມາໃຫມ່ ແລະ ເນື່ອງໃນໂອກາດວັນຄູແຫ່ງຊາດລາວ ຢ່າງອົບອຸ່ນ ທ່ານຍັງໃຫ້ຮູ້ອິກວ່າໃນລະຫ່ວາງວັນທີ26-29/9 ທີ່ຜ່ານມາ ອາຈານລາວສອນພາສາຈີນໄດ້ເຂົ້າຮ່ວມການແຂ່ງຂັນຄູຕົວແບບໃນການສອນພາສາຈີນ ແຫ່ງ ປະເທດອາຊີຕາເວັນອອກສຽງໃຕ້ ປະຈໍາປີ 2025 ພາຍໃຕ້ຫົວຂໍ້ : "ເພີ່ມຄວາມສາມາດການສອນ ໂດຍໃຫ້ປັນຍາປະດິດນໍາທາງ" ສະຖາບັນຂົງຈືໄດ້ຮັບລາງວັນຊະນະເລີດ ແລະ ລາງວັນການອອກແບບການສອນດີເດັ່ນ ໄດ້ນີ້ ແມ່ນຄວາມເອົາໃຈໃສ່ຂອງຄູອາຈານ ທັງຝ່າຍລາວ-ຝ່າຍຈີນ, ແລະເປັນສິ່ງທີ່ຢັ້ງຢືນເຖິງການນໍາໃຊ້ຮູບແບບການສິດສອນທີ່ທັນສະໄຫມ,ນໍາໃຊ້ປະໂຫຍດຂອງປັນຍາປະດີດ ເພື່ອຍົກລະດັບການສຶກສາ ໂດຍສະເພາະການຮຽນ-ການສອນພາສາຈີນ ທີ່ສະຖາບັນຂົງຈື. ອາຈານ ຫວາງເຫມິງ ຕາງຫນ້າຄູອາຈານ-ອາສາະສຫມັກຈີນ ກໍ່ໄດ້ກ່າວຂອບໃຈການຕ້ອນຮັບຢ່າງອົບອຸ່ນຂອງຄະນະນໍາ ສະຖາບັນຂົງຈື ມະຫາໄລແຫ່ງຊາດ ແລະ ພະນັກງານຄູອາຈານຝ່າຍລາວ ເຮັດໃຫ້ການປະຕິບັດພາລະກິດທີ່ຕ່າງແດນ ແຕ່ມີຄວາມຮູ້ສຶກອົບອຸ່ນ ແລະ ປອດໄພເຫມື່ອນກັບຢູ່ບ້ານຂອງຕົນ.
ໃນໂອກາດດຽວກັນ, ທ່ານ ຄໍາເຟືອງ ລໍວັນໄຊ ຫົວໜ້າຫ້ອງການຈັດຕັ້ງ ແລະ ພະນັກງານ ໄດ້ຂື້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການພັກຮັບອຸດຫນູນບໍານານຂອງ ທ່ານ ນາງ ມະນີສຸກ ຈຽມສີສຸລາດ ຮອງຜູ້ອໍານວຍການ ສະຖາບັນຂົງຈື, ເຊິ່ງທ່ານ ນາງ ມະນີສຸກ ຈຽມສີສຸລາດ ກໍ່ຍັງໄດ້ຂື້ນກ່າວສະແດງຄວາມຮູ້ສຶກ ແລະ ກ່າວຜົນງານອັນໂດດເດັ່ນໂດຍສະເພາະໃນໄລຍະທີ່ປະຈໍາຢູ່ໃນສະຖາບັນຂົງຈື ໄດ້ຊີ້ນໍາ,ຕິດຕາມ ແລະ ກໍ່ສ້າງນັກສຶກສາຄູພາສາຈີນ ປະລິນຍາຕີ 2+2 ຈົນສໍາເລັດການສຶກສາໃນຮຸ່ນທຳອິດ ທ່ານຍັງໄດ້ກ່າວຕື່ມອີກວ່າ ທ່ານ ເຕີບໃຫຍ່ຈາກຄອບຄົວ ປັນຍາຊົນ, ຕະຫຼອດຊີວິດທີ່ຜ່ານມາແມ່ນເອົາໃຈໃສ່ຢ່າງເຕັມທີ່ໃນການເຮັດວຽກດ້ານການສຶກສາ ໄດ້ສ້າງບຸກຄະລາກອນທີ່ມີຄຸນນະພາບໃຫ້ແກ່ປະເທດຊາດຢ່າງຫຼວງຫຼາຍ ແລະ ມີຄວາມພູມໃຈ,ເອກອ້າງທະນົງໃຈທີ່ສຸດໃນອາຊີບຄູ. ຂອບໃຈບັນດາຄະນະນໍາ ມຊ, ຄະນະນໍາຂົງຈື ,ພະນັກງານຄູອາຈານທັງຝ່າຍລາວ ແລະຈີນ ທີ່ໃຫ້ໃຫ້ການຊ່ວຍເຫຼືອຕະຫຼອດໄລຍະເວລາທີ່ໄດ້ປະຕິບັດຫນ້າທີ່.
ໃນຕອນທ້າຍຂອງພິທີ ທ່ານ ທອງສຸກ ແກ້ວມະນີ ໄດ້ຂື້ນມີຄໍາເຫັນຕໍ່ພິທີທັງສາມວາລະທີ່ໄດ້ຈັດຂື້ນ, ເນື່ອງໃນໂອກາດວັນຄູແຫ່ງຊາດ ທ່ານຍັງໄດ້ເນັ້ນຕື່ມອີກວ່າ ຄູເປັນຫົວໃຈຂອງການສຶກສາ,ຄູເປັນແມ່ພີມຂອງຊາດ,ຄູເປັນຜູ້ຖ່າຍທອດຄວາມຮູ້ ແລະ ຄູເປັນດັ່ງເຂັມທິດເຢືອງທາງໃຫ້ແກ່ນັກຮຽນ, ຄູເວລາໃດກໍ່ຫວັງຢ່າງຍິ່ງຈະເຫັນຄວາມສໍາເລັດຂອງນັກຮຽນ. ຕໍ່ກັບການນໍາໃຊ້ປັນຍາປະດິດ ໂດຍລວມກໍ່ຄືການພະຍາຍາມໃຊ້ສະຕິປັນຍາໃນການປະດິດສ້າງ, ສໍາຫຼັບນັກສຶກສາ ກໍ່ຕ້ອງໄດ້ເອົາໃຈໃສ່ຮຽນຮູ້,ໃຊ້ໂອກາດໃນຮົ້ວໂຮງຮຽນໃນການສຶກສາຄົ້ນຄ້ວາ,ໃຫ້ຕົນເອງປະສົບຜົນສໍາເລັດ. ພ້ອມທັງຂໍຂອບໃຈຕໍ່ຄູອາຈານ-ອາສາສະຫມັກຈີນ ທີ່ເດີນທາງຈາກແດນໄກມາຊ່ວຍສິດສອນພາສາຈີນໃຫ້ແກ່ນັກຮຽນທີ່ສະຖາບັນຂົງຈື ສຸດທ້າຍຂໍຂອບໃຈ ແລະ ຮູ້ບຸນຄຸນຢ່າງຈິງໃຈຕໍ່ກັບພາລະກິດ ແລະ ຜົນງານ 38 ປີ ຂອງທ່ານ ນາງມະນີສຸກ ຈຽມສີສຸລາດ, ພວກເຮົາຈະຈົດຈໍາຜົນງານແລະຄຸນງາມຄວາມດີຂອງທ່ານຕະຫຼອດໄປ ຂໍອວຍພອນໃຫ້ວັນບຸນໄຫວ້ພະຈັນຂອງຈີນ ເຊິ່ງເປັນບຸນປະເພນີທີ່ສະແດງເຖິງຄວາມສາມັກຄີ ຂໍໃຫ້ພວກເຮົາທຸກຄົນຈົ່ງມີແຕ່ຄວາມສຸກ, ປະສົບຜົນສໍາເລັດໃນສິ່ງມຸ້ງມາດປາດຖະໜາທຸກຢ່າງ.