Select your language

ກອງປະຊຸມເຜີຍແຜ່ຜົນກອງປະຊຸມໂຄງການການປະຕິຮູບການສຶກສາຊັ້ນສູງໃນລາວ Reforming higher education in Laos or REAL ຄັ້ງທີ 2 ໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 6 ຕຸລາ 2025 ຜ່ານມາ, ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີທ່ານຫົວໜ້າຫ້ອງການ, ຄະນະຮັບຜິດຊອບໂຄງການ ແລະພະນັກງານຄູ-ອາຈານຈາກ 4 ຄະນະວິຊາເຂົ້າຮ່ວມ.

          ໃນພິທີ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ກໍໄດ້ມີຄຳເຫັນຕໍ່ທີ່ປະຊຸມໂດຍທ່ານໄດ້ກ່າວວ່າ: ໂຄງການ REAL ເປັນໂຄງການຮ່ວມມືລະຫວ່າງ ມະຫາວິທະຍາໄລພາຍໃນ ສປປ ລາວ ແລະ ມະຫາວິທະຍາໄລຄູ່ຮ່ວມມືຈາກປະເທດໂຮນລັງ, ຝຣັ່ງ ແລະ ແອັດສະປາຍ ເພື່ອປັບປຸງການປະກັນຄຸນະພາບໂດຍພາຍໃນລະດັບຫຼັກສູດ (Internal Quality Assurance) ແລະ ສົ່ງເສີມການຮຽນ-ການສອນໂດຍເນັ້ນໃສ່ຜົນຮັບການຮຽນ (Outcome-Based Education), ທີ່ໄດ້ຮັບການສະໜັບສະໜູນຈາກສະຫາພາບເອີີຣົບ. ການປະກັນຄຸນະພາບພາຍໃນຫຼັກສູດການສຶກສາ ເປັນໜຶ່ງໃນວຽກບຸລິມະສິດຂອງ ມຊ ເພື່ອຮັບປະກັນການສະໜອງການການສຶກສາທີ່ມີຄຸນະພາບ ແລະ ສ້າງໃຫ້ນັກສຶກສາທີ່ຈົບອອກໄປມີຄວາມຮູ້ ແລະ ທັກສະ ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ, ເຖິງຢ່າງໃດກໍຕາມ, ພວກເຮົາກໍບໍ່ສາມາດຮັບປະກັນໄດ້ 100 ເປີເຊັນ ວ່ານັກສຶກສາທີ່ຈົບຈາກ ມຊ ຈະມີຄຸນນະພາບທັງໝົດ ແລະຖືກຕາມຄວາມຕ້ອງການຂອງຕະຫຼາດແຮງງານທັງໝົດ. ຕໍ່ບັນຫາດັ່ງກ່າວນີ້, ການປັບປຸງຄືນຫຼັກສູດ, ໂດຍສະເພາະການກໍານົດຜົນຮັບການຮຽນຂອງຫຼັກສູດ (Program Learning Outcome (PLO), ລາຍວິຊາ (Course Learning Outcome (CLO) ແລະ ບົດຮຽນ (Lesson Learning Outcome (LLO) ແມ່ນເປັນສິ່ງຈໍາເປັນທີ່ສຸດເພື່ອໃຫ້ຮັບປະກັນໄດ້ຄຸນນະພາບຂອງນັກສຶກສາ ແລະ ຄວາມສອດຄ່ອງລະຫວ່າງຫຼັກສູດການສຶກສາ ແລະ ຄວາມຕ້ອງການຂອງໜ້າວຽກຕົວຈິງ, ຜົນການຮຽນດັ່ງກ່າວນີ້ຈະເປັນຕົວກໍານົດວ່າເຮົາຢາກໃຫ້ນັກສຶກສາທີ່ຈົບອອກໄປມີຄວາມຮູ້ຄວາມສາມາດ ແລະ ທັກສະ ຫຍັງແດ່ ແລະ ເປັນທິດທາງໃຫ້ອາຈານສອນໃນກໍານົດເນື້ອໃນການສອນ ແລະ ອອກແບບວິທີການສອນ ເພື່ອໃຫ້ຮັບປະກັນໄດ້ຜົນການຮຽນຂອງວິຊານັ້ນໆ.

          ກອງປະຊຸມໄດ້ລາຍງານລະອຽດເພີ່ມເຕີມກ່ຽວ ຜົນການຈັດຕັ້ງປະຕິບັດໂຄງການ ຢູ່ ມຊ ໃນໄລຍະ 08 ເດືອນທີ່ຜ່ານມາ ຜ່ານຫຼັກສູດທີ່ໄດ້ຮັບການຄັດເລືອກໃຫ້ເຂົ້າຮ່ວມໂຄງການຈຳນວນ 5 ຫຼັກສູດຈາກ 4 ຄະນະວິຊາ ໃນລະດັບປະລິນຍາຕີ ປະກອບມີ: ຫຼັກສູດພາສາອັງກິດ ຄະນະອັກສອນສາດ, ຫຼັກສູດການບໍລິຫານທຸລະກິດ ຄະນະເສດຖະສາດ ແລະບໍລິຫານທຸລະກິດ, ຫຼັກສູດລຽ້ງສັດ ຄະນະກະເສດສາດ ແລະຫຼັກສູດເຕັກໂນໂລຊີອາຫານ ແລະ ການຂົນສົ່ງ ຄະນະວິສະວະກຳສາດ.