Select your language

  ໃນຕອນເຊົ້າວັນທີ 15 ຕຸລາ 2025 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ(ມຊ)   ໄດ້ຈັດພິທີ ສະຫຼຸບສົກຮຽນ 2024-2025, ໄຂສົກຮຽນໃໝ່ 2025-2026 ແລະສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ, ຂຶ້ນທີ່ສະໂມສອນໃຫຍ່ ມຊ, ໂດຍການເປັນປະທານຂອງ ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີບັນດາທ່ານ ຮອງອະທິການບໍດີ, ມີທ່ານຫົວໜ້າກົມທີ່ກ່ຽວຂ້ອງຈາກກະຊວງສຶກສາທິການ ແລະກີລາ, ບັນດາທ່ານອະດີດການນໍາ ມຊ, ບັນດາແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

        ໃນທີ່ປະຊຸມ ທ່ານ  ຮສ.ປອ ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ ໄດ້ຂຶ້ນຜ່ານບົດສະຫຼຸບສົກຮຽນ 2024-2025 ແລະຜ່ານທິດທາງແຜນການ ສົກສຶກສາ 2025-2026 ຕໍ່ທີ່ປະຊຸມ; ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ມະຫາວິທະຍາໄລແຫ່ງຊາດມີພະນັກງານ, ຄູ-ອາຈານທັງໝົດ 1,455 ທ່ານ, ຍິງ 697 ທ່ານ; ໃນນັ້ນ ເປັນພະນັກງານ​ບໍລິຫານ: 255 ທ່ານ, ຍິງ 159 ທ່ານ ແລະ ເປັນອາຈານ​ສອນ: 1,200 ທ່ານ,  ຍິງ 538ທ່ານ. ດ້ານວຸດທິການສຶກສາຂອງພະນັກງານ ແລະຄູສອນລະດັບປະລິນຍາ​ເອກ  218 ທ່ານ, ຍິງ 53 ທ່ານ, ປະລິນຍາ​ໂທ 875 ທ່ານ, ຍິງ 412 ທ່ານ, ​ເໜືອປະລິນຍາຕີ 01 ທ່ານ, ປະລິນຍາຕີ 323 ທ່ານ, ຍິງ 201 ທ່ານ ແລະ ອະນຸປະລິນຍາ 38 ທ່ານ ຍິງ 30 ທ່ານ. ດ້ານຕໍາແໜ່ງວິຊາການຄູ  ຂັ້ນສາດສະດາຈານມີ 06 ທ່ານ, ຍິງ 01 ທ່ານ, ຮອງສາດສະດາຈານ  91 ທ່ານ, ຍິງ 19 ທ່ານ, ອາຈານ 335 ທ່ານ, ຍິງ 131 ທ່ານ ແລະ ຜູ້​ຊ່ວຍ​ອາຈານ 333 ທ່ານ, ຍິງ 172 ທ່ານ. ມີນັກສຶກສາທັງໝົດ: 14,646  ຄົນ, ຍິງ 7,464 ຄົນ; ໃນນັ້ນ ລະດັບປະລິນຍາເອກ 62 ຄົນ, ຍິງ 32 ຄົນ, ປະລິນຍາໂທ 1,639 ຄົນ ຍິງ 605 ຄົນ, ນັກສຶກສາປະລິນຍາຕີ ແລະ ອະນຸປະລິນຍາ 12,945 ຄົນ ຍິງ 6,827 ຄົນ. ມີຫຼັກສູດການຮຽນ-ການສອນ ທັງໝົດ 262 ຫຼັກສູດ, ຫຼັກສູດປະລິນຍາເອກ  13 ຫຼັກສູດ, ຫຼັກສູດປະລິນຍາໂທ  74  ຫຼັກສູດ (ຫຼັກສູດນາໆຊາດປະລິນຍາໂທ 2 ຫຼັກສູດ); ຫຼັກສູດປະລິນຍາຕີ 123 ຫຼັກສູດ (ຫຼັກສູດນາໆຊາດປະລິນຍາຕີ 2 ຫຼັກສູດ); ຫຼັກສູດຕໍ່ເນື່ອງປະລິນຍາຕີ 46 ຫຼັກສູດ ແລະ ຫຼັກສູດອະນຸປະລິນຍາ 06 ຫຼັກສູດ.

  ທ່ານກ່າວຕື່ມວ່າ: ຕະຫຼອດສົກສຶກສາ 2024-2025 ນີ້, ເຖິງວ່າສະພາບເສດຖະກິດ ສືບຕໍ່ຜັນຜວນ, ການປັບປຸງການຈັດຕັ້ງກໍດໍາເນີນໄປຢ່າງເຄັ່ງຮ້ອນພໍສົມຄວນ, ແຕ່ຄະນະພັກ ຄະນະນໍາ ມຊ ໄດ້ຖືສໍາຄັນວຽກການເມືອງ​ແນວ​ຄິດ​ໃນ​ຖັນ​ແຖວ​ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ລົງໂອ້ລົມລະດົມແນວຄິດໃຫ້ມີສະຕິຕໍ່ການຈັດຕັ້ງ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ເຄົາລົບກົດໝາຍຂອງລັດ, ປະຕິບັດລະບຽບລັດຖະກອນ​​ຢ່າງເຄັ່ງຄັດ, ມີ​ຄວາມ​ສາມັກຄີພາຍໃນສູງ ​ແລະ​ຍົກ​ສູງ​ຄວາມ​ຮັບຜິ​ດຊອບ​ຕໍ່ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ​ ພ້ອມດຽວກັນນັ້ນ, ກໍໄດ້ເອົາໃຈໃສ່ຕິດຕາມ, ກວດກາປະເມີນ ການຈັດຕັ້ງນໍາພາແຕ່ລະພາກສ່ວນໃນຫຼາຍໜ້າວຽກສໍາຄັນຈົນໄດ້ຮັບຜົນສໍາເລັດເປັນຂັ້ນໆມາ ເຊັ່ນ: ຈັດກອງປະຊຸມທາບທາມ ແລະ ປະເມີນຕໍາແໜ່ງຜູ້ບໍລິຫານປະເທດຕ່າງໆພາຍໃນ ມຊ, ຈັດກອງປະຊຸມຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ,  ໜັກແໜ້ນ ປະຈຳປີ, ສ້າງຂະບວນການຕ້ອນຮັບວັນສໍາຄັນຂອງຊາດ-ຂອງພັກ ແລະອື່ນໆ 

         ໃນສົກສຶກສາ​ 2024-2025 ຜ່ານມາ, ໄດ້ເປີດຮັບນັກສຶກສາໃໝ່ເຂົ້າຮຽນໃນຫຼັກສູດຕ່າງໆ ແຕ່ລະດັບ ອະນຸປະລິນຍາ ເຖິງລະດັບປະລິນຍາເອກ ລວມທັງໝົດ 14,646  ຄົນ, ຍິງ 7,464 ຄົນ ແລະສົກສຶກສາ 2024-2025 ນີ້ ມີຜູ້ສໍາເລັດການສຶກສາທັງໝົດ 3,352 ຄົນ, ຍິງ 1,686 ຄົນ, ປະລິນຍາເອກ 5 ຄົນ. ຍິງ 1 ຄົນ, ປະລິນຍາໂທ 377 ຄົນ, ຍິງ 147 ຄົນ. ປະລິນຍາຕີ 2,970 ຄົນ, ຍິງ 1,538 ຄົນ, ອະນຸປະລິນຍາ 4 ຄົນ, ຍິງ 0 ຄົນ. ພ້ອມດຽວກັນທ່ານກໍຍັງໄດ້ຍົກໃຫ້ເຫັນຜົນງານດ້ານ ການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ວຽກງານບໍລິຫານສັງລວມ, ວຽກງານແຜນການ-ການເງິນ, ວຽກງານຄຸ້ມ​ຄອງເຄຫາ ​ແລະ ບໍລິການ,  ວຽກງານຄຸ້ມຄອງນັກສຶກສາ ແລະ ຄຸ້ມຄອງຫໍພັກ, ວຽກງານຮ່ວມມືພາຍໃນ ແລະ ຕ່າງປະເທດເປັນຕົ້ນ.

          ໃນພິທີອັນມີຄວາມໝາຍສໍາຄັນນີ້, ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ ໄດ້ໃຫ້ກຽດມອບໃບຢັ້ງຢືນຕໍາແໜ່ງວິຊາການຄູ ໃຫ້ແກ່ພະນັກງານ, ຄູ-ອາຈານສອນ ໃນຄະນະວິຊາຕ່າງໆ ຂອງ ມຊ ຄື: ມອບໃບຢັ້ງຢືນຕໍາແໜ່ງວິຊາການຄູ ຂັ້ນ ອາຈານ ຈໍານວນ 07 ທ່ນ, ຍິງ 02 ທ່ານ ແລະຂັ້ນຜູ້ຊ່ວຍອາຈານ 12 ທ່ານ, ຍິງ 06 ທ່ານ ແລະພ້ອມດຽວກັນກໍໄດ້ມອບຫຼຽນກາລະນຶກ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ໃຫ້ແກ່ພະນັກງານທີ່ຍັງສັງກັດລັດ ແລະພະນັກງານບໍານານຂອງ ມຊ ອີກດ້ວຍ. ຂະນະດຽວກັນ ທ່ານ ກໍໄດ້ກ່າວສະດຸດີ ວັນຄູແຫ່ງຊາດ ຄົບຮອບ 31 ປີ ໃນທີ່ປະຊຸມ; ເຊິ່ງທ່ານກ່າວບາງຕອນວ່າ: ວັນຄູຄົບຮອບ 31 ປີນີ້ ບໍ່ໄດ້ໝາຍຄວາມວ່າ ຊາດລາວເຮົາມີຄູມາໄດ້ 31 ປີ. ຄູ ນັ້ນ ໄດ້ກໍາເນີດມາແຕ່ດົນນານ ຫຼາຍສະຕະວັດແລ້ວ, ຕາມພົງສາວະດານລາວໃຫ້ຮູ້ວ່າ ໄດ້ມີການເລີ່ມໃຫ້ເງິນເດືອນຄູ ຄືກັບອາຊີບ ຂ້າລາຊະການອື່ນ ໃນສະໄໝຕົ້ນສະຕະວັດທີ 16 (ສະໄໝການປົກຄອງຂອງພະວິຊຸນນະລາດ) ແຕ່ສະຖານທີ່ຮໍ່າຮຽນແມ່ນ ວັດ ການສຶກສາຕິດພັນກັບການເຜີຍແຜ່ ສາສະໜາ, ແຕ່ກໍມີຫຼັກສູດທາງທໍາ ແລະຫຼັກສູດທາງໂລກ (ຊຶ່ງຮຽນກ່ຽວກັບວິຊາການຊ່າງຕ່າງໆ ເພື່ອຮັບໃຊ້ສັງຄົມໂລກທົ່ວໄປ ຈົບແລ້ວກໍອອກໄປຮັບໃຊ້ສັງຄົມທົ່ວໄປ). ເຖິງຢ່າງໃດກໍຕາມການນໍາພັກ-ລັດ ໄດ້ກໍານົດເອົາ ວັນທີ 7 ຕຸລາ ເປັນວັນຄູແຫ່ງຊາດນັ້ນ ແມ່ນນຶກເຖິງຄຸນງາມ ຄວາມດີ ຂອງຄູ ຜູ້ເສຍສະຫຼະ ແລະປະຕິບັດໜ້າທີ່ອັນມີກຽດ ເພື່ອໃຫ້ຄວາມຮູ້ ແລະແສງສະຫວ່າງໃຫ້ແກ່ລູກຫຼານຂອງປະຊາຊົນບັນດາເຜົ່າຕະຫຼອດໄລຍະຜ່ານມາ ໂດຍກໍານົດເອົາວັນເຂົ້າສັງກັດ ຄູ ຂອງນາຍຄູຄໍາ ຜູ້ທີຖຸ່ມເທທັງການສິດສອນຄວາມຮູ້ວິຊາການ ທັງອົບຮົມບົ່ມເພາະແນວຄິດຮັກຊາດ ຮັກບ້ານເກີດເມືອງນອນ ໃຫ້ແກ່ເດັກ ແລະປະຊາຊົນບັນດາເຜົ່າ ໃນສະໄໝຕໍ່ສູ້ກູ້ຊາດ ຕ້ານພວກລ່າເມືອງຂຶ້ນ ໃນສະຕະວັດທີ 20. ແລະໃນໂອກາດດັ່ງກ່າວນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈ ໄປຍັງພະນັກງານ, ຄູ-ອາຈານ ມຊ ທຸກທ່ານທີ່ໄດ້ມີຄວາມຮັບຜິດຊອບເປັນເຈົ້າການ ອຸດທິດຕົນ ແລະເສຍສະຫຼະເວລາປະກອບສ່ວນທັງເຫື່ອແຮງ ແລະສະຕິປັນຍາເຂົ້າໃນພາລະກິດ ສິດສອນ ແລະເຮັດສໍາເລັດໜ້າທີ່ຂອງຕົນເປັນກ້າວໆມາ.

ຮູບພາບບັນຍາກາດ