Select your language

ໃນວັນທີ 17 ຕຸລາ 2025 ນີ້, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຄະນະບໍດີ 3 ຄະນະວິຊາຄື: ຄະນະເສດຖະສາດ ແລະບໍລິຫານທຸລະກິດ, ຄະນະກະເສດສາດ ແລະຄະນະນິຕິສາດ ແລະລັດຖະສາດ ທີ່ສະໂມສອນໃຫຍ່ ມຊ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາທ່ານຮອງຜູ້ອຳນວຍການໃຫຍ່, ຄະນະບໍດີ-ຮອງຄະນະບໍດີ, ຫົວໜ້າຫ້ອງການ ແລະພະນັກງານ, ຄູ-ອາຈານກ່ຽວຂ້ອງເຂົ້າຮ່ວມ.

          ໃນພິທີທ່ານ ຄຳເຟືອງ ລໍວັນໄຊ ຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບ ເລກທີ 587/ນຍ, ລົງວັນທີ 02 ຕຸລາ 2025 ວ່າດ້ວຍການແຕ່ງຕັ້ງຄະນະບໍດີ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ໂດຍແຕ່ງຕັ້ງທ່ານ ຮສ. ນາງ ວາດສະໜາ ຈັນທະນາສິນ ເປັນຄະນະບໍດີ ຄະນະເສດຖະສາດ ແລະບໍລິຫານທຸລະກິດ; ຜ່ານດຳລັດ ນາຍົກລັດຖະມົນຕີ ສະບັບເລກທີ 588/ນຍ, ລົງວັນທີ 02 ຕຸລາ 2025  ວ່າດ້ວຍການແຕ່ງຕັ້ງຄະນະບໍດີ ຄະນະນິຕິສາດ ແລະລັດຖະສາດ ໂດຍແຕ່ງຕັ້ງ ທ່ານ ອຈ. ປອ. ສົມເດດ ແກ້ວວົງສັກ ເປັນຄະນະບໍດີ ຄະນະນິຕິສາດ ແລະລັດຖະສາດ ແລະຜ່ານດຳລັດ ນາຍົກລັດຖະມົນຕີ ສະບັບເລກທີ 589/ນຍ, ລົງວັນທີ 2 ຕຸລາ 2025 ວ່າດ້ວຍການແຕ່ງຕັ້ງຄະນະບໍດີ ຄະນະກະເສດສາດ ໂດຍແຕ່ງຕັ້ງທ່ານ ຮສ. ປອ ວັນນະພອນ ພຸດທະນາ ເປັນຄະນະບໍດີ ຄະນະກະເສດສາດ.

ພ້ອມນັ້ນ, ໃນພິທີຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ໂດຍທ່ານໄດ້ສະແດງຄວາມຍິນດີ ແລະຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບຕຳແໜ່ງໃນຄັ້ງນີ້ ລ້ວນແຕ່ແມ່ນໝາກຜົນຂອງການປະຕິບັດວຽກງານຂອງບັນດາທ່ານທີ່ໄດ້ປະກອບສ່ວນທຸກວຽກງານຂອງ ມຊ ໂດຍຜ່ານການຄົ້ນຄວ້າເຫັນດີຈາກຂັ້ນເທິງ.  ທ່ານກ່າວຕື່ມວ່າ ໃນໄລຍະນີ້ ມຊ ຢູ່ໃນໄລຍະການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນ, ເຊິ່ງມີການໂຮມພະແນກເຂົ້າກັນເພື່ອຫຼຸດຜ່ອນບັນດາໜ້າວຽກທີ່ຊໍ້າຊ້ອນ ແລະເນັ້ນການປະຕິບັດໜ້າທີ່ໃຫ້ມີປະສິດທິພາບ-ປະສິດທິຜົນກວ່າເກົ່າ, ສືບຕໍ່ໃນການພັດທະນາຫຼັກສູດ ການຮຽນ-ການສອນຂອງ ມຊ ໃຫ້ເຂັ້ມແຂງຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການດ້ານຕະຫຼາດແຮງງານຂອງສັງຄົມ.

 ຮູບພາບບັນຍາກາດ