ວັນທີ 15 ຕຸລາ 2025 ຜ່ານມານີ້, ສະຖາບັນພັດທະນາຊັບພະຍາກອນ ລາວ-ຍີ່ປຸ່ນ (ສລຍ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານພົບປະເພື່ອການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈຳປີ 2025 ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ທ່ານ ຫົງທອງ ຈັນທະວົງ ຮອງຫົວໜ້າກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກີລາ, ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນ ລາວ-ຍີ່ປຸ່ນ ມຊ, ມີຜູ້ຕາງໜ້າຈາກອົງການໄຈກາ ປະຈຳລາວ, ຜູ້ຕາງໜ້າຈາກສະຖານທູດຍີ່ປຸ່ນປະຈຳລາວ, ຄະນະບໍດີ, ຫົວໜ້າຫ້ອງການ, ຄູອາຈານ ແລະ ນັກສຶກສາຈາກ ມຊ, ວິທະຍາໄລພາກເອກະຊົນ, ໂຮງຮຽນມັດທະຍົມສົມບູນຕອນປາຍ ແລະ ຜູ້ຕາງໜ້າຈາກ 6 ມະຫາວິທະຍາໄລຍີ່ປຸ່ນເຂົ້າຮ່ວມ.
ແຕ່ປີ 2008 ເປັນຕົ້ນມາຮອດປັດຈຸບັນ ສລຍ ຮ່ວມກັບສະຖານທູດຍີ່ປຸ່ນ ປະຈຳລາວ ແລະ ອົງການໄຈກາ ໄດ້ຈັດງານສົ່ງເສີມ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ການໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ເພື່ອແລກປ່ຽນບົດຮຽນລະຫວ່າງມະຫາວິທະຍາໄລຍີ່ປຸ່ນ ແລະ ມຊ ເພື່ອແຈ້ງຂໍ້ມູນຂ່າວສານໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາລາວ ທີ່ຕ້ອງການໄປຮຽນຕໍ່ລະດັບປະລິນຍາຕີ ປະລິນຍາໂທ ແລະ ປະລິນຍາເອກ ຢູ່ປະເທດຍີ່ປຸ່ນ ໄດ້ຮູ້ຂໍ້ມູນ ແລະ ເງື່ອນໄຂຕ່າງໆຂອງມະຫາວິທະຍາໄລໃນປະເທດຍີ່ປຸ່ນ ທີ່ສາມາດຮັບເອົານັກສຶກສາລາວ. ນອກນີ້, ຍັງໄດ້ແນະນຳທຶນການສຶກສາຈາກລັດຖະບານຍີ່ປຸ່່ນ ແລະ ທຶນການສຶກສາຂອງມະຫາວິທະຍາໄລຍີ່ປຸ່ນ ເພື່ອໃຫ້ຄູອາຈານ ແລະ ນັກສຶກສາ ກຽມຄວາມພ້ອມໃນການສະໝັກຮັບເອົາທຶນ ຊຶ່ງປີນີ້ຈະຈັດແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອແນໃສ່ໃຫ້ຜູ້ສົນໃຈໄດ້ເຂົ້າເຖິງຂໍ້ມູນຂ່າວສານ ແລະ ສາມາດສອບຖາມໄດ້ໃນໄລຍະການດຳເນີນງານ.
ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ໄດ້ຈັດງານພົບປະ “ການໄປຮຽນຕໍ່ທີ່ປະເທດຍີ່ປຸ່ນ” ຮ່ວມກັບ 6 ມະຫາວິທະຍາໄລຊື່ດັງຂອງປະເທດຍີ່ປຸ່ນ ແລະ ຫຼາຍອົງການຈັດຕັ້ງ ໂດຍມີຈຸດປະສົງ ເພື່ອໃຫ້ຄູູອາຈານ, ພະນັກງານ, ນັກຮຽນ-ນັກສຶກສາຂອງລາວ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຂໍ້ມູນ ແລະ ເງື່ອນໄຂການໄປສຶກສາ, ການສະໜັບສະໜູນ, ການຢູ່ອາໃສ ເມື່ອໄປໃຊ້ຊີວິດສຶກສາຢູ່ໃນ ປະເທດຍີ່ປຸ່ນ, ຖ້າຈຳນວນນັກສຶກສາ ໄປຮຽນຢີ່ປຸ່ນຫຼາຍຂຶ້ນ ຄວາມຮູ້-ຄວາມເຂົ້າໃຈ ຕໍ່ກັບຍີ່ປຸ່ນ ກໍຈະຫຼາຍຂຶ້ນ ແລະນຳເອົາບົດຮຽນມາປັບໃຊ້ໃຫ້ແກ່ການພັດທະນາເສດຖະກິດສັງຄົມລາວໄດ້ດີຂຶ້ນ. ໃນພິທີຄັ້ງນີ້, ຜູ້ຕາງໜ້າຈາກ 6 ມະຫາວິທະຍາໄລຊື່ດັງຂອງປະເທດຍີ່ປຸ່ນ ໄດ້ຂຶ້ນລາຍງານ ແລະ ອະທິບາຍສະພາບການສຶກສາຢູ່ແຕ່ລະມະຫາວິທະຍາໄລ ແລະ ນໍາສະເໜີກ່ຽວກັບທຶນການສຶກສາຂອງປະເທດຍີ່ປຸ່ນປະຈຳ ສປປ ລາວ ໄດ້ຮັບຊາບຕື່ມອີກ.