Select your language

ໃນຕອນບ່າຍ ວັນທີ 23 ຕຸລາ 2025 ຜ່ານມາ, ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີໄຂສົກຮຽນ 2025-2026 ແລະ ເປີດຫຼັກສູດປະລິນຍາເອກວິທະຍາສາດສິ່ງແວດລ້ອມ ສາຂາ ການຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ ປະຈຳສົກສຶກສາ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ຄຳແກ້ວ ຫານຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະກີລາ, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີທ່ານ ຮສ. ປອ. ໄກສອນ ເພັງໂສພາ ຄະນະບໍດີ ຄສວ, ທ່ານຮອງຄະນະບໍດີ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

          ໃນພິທີ ທ່ານ ແບ້ ເພຍໄຊ ຮອງຄະນະບໍດີ ຄສວ ໄດ້ຂຶ້ນຜ່ານບົດສະຫຼູບຜົນງານການເຄື່ອນໄຫວປະຈຳສົກສຶກສາ 2024-2025 ແລະຜ່ານແຜນການ 2025-2026 ໂດຍທ່ານໄດ້ຍົກໃຫ້ເຫັນພາບລວມຂອງຄະນະ  ໂດຍສະເພາະແມ່ນການກໍ່ສ້າງຊັບພະຍາກອນມະນຸດທາງດ້ານສິ່ງແວດລ້ອມ, ຄສວ ມີອາຈານທັງໝົດ 64 ທ່ານ ຍິງ 28 ທ່ານ, ອາຈານສອນ 57 ທ່ານ ຍິງ 26 ທ່ານ, ມີນັກສຶກສາທັງໝົດ 442 ຄົນ ຍິງ 218 ຄົນ, ໃນນັ້ນ ມີນັກສຶກສາປະລິນຍາຕີ 332 ຄົນ ຍິງ 178 ຄົນ, ນັກສຶກສາປະລິນຍາໂທ 85 ຄົນ ຍິງ 33 ຄົນ ແລະນັກສຶກສາປະລິນຍາເອກ 25 ຄົນ ຍິງ 7 ຄົນ;  ຜ່ານການປະຕິບັດວຽກງານຕ່າງໆ ເຫັນວ່າມີຜົນງານພົ້້ນເດັ່ນໃນຫຼາຍດ້ານເຊັ່ນ: ດ້ານວິຊາການ ໄດ້ຈັດຕັ້ງປະຕິບັດການຮຽນ-ການສອນຢ່າງເປັນລະບົບ ແລະສອດຄ່ອງກັບເວລາທີວາງໄວ້, ທົດລອງຈັດຕັ້ງ ການຮຽນ-ການສອນເປັນແບບໂມດູນໃນສົກສຶກສາ 2024-2025, ດຳເນີນການປັບປຸງຫຼັກສູດ ໄດ້ 5 ຫຼັກສູດ ແລະສ້າງຊຸດເຝິກອົບຮົມໄລຍະສັ້ນຂອງ 4 ພາກວິຊາ. ສຳເລັດການຄົ້ນຄວ້າວິທະຍາສາດໃນຫຼາຍຫົວຂໍ້, ຕີພິມລົງວາລະສານ ແລະຈັດກອງປະຊຸມວິທະຍາສາດຮ່ວມກັບຕ່າງປະເທດເພື່ອແລກປ່ຽນດ້ານວິຊາການ ແລະສ້າງປະສົບການໃຫ້ແກ່ພະນັກງານ, ຄູ-ອາຈານຢູ່ພາຍໃນຄະນະ. ພ້ອມນັ້ນ ໃນຕໍ່ໜ້າ ຄສວ ຍັງຈະສືບຕໍ່ພັດທະນາວຽກງານດ້າານວິຊາການໃຫ້ເຂັ້ມແຂງ ແລະແກ້ໄຂຫຼາຍວຽກງານທີ່ຍັງຄົງຄ້າງ ໃຫ້ໄດ້ຕາມເປົ້າໝາຍ. 

 ທ່ານ ຄຳແກ້ວ ຫານຊະນະ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ ສະບັບເລກທີ 2123/ສສກ, ລົງວັນທີ 8 ພຶດສະພາ 2025 ວ່າດ້ວຍການອະນຸມັດ ເປີດຫຼັກສູດປະລິນຍາເອກວິທະຍາສາດສິ່ງແວດລ້ອມ ສາຂາຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ ຢູ່ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ;

ການເປີດການຮຽນ-ການສອນ ລະດັບປະລິນຍາເອກ ໃນສົກສຶກສານີ້ ມີນັກສຶກສາທັງໝົດ 25 ຄົນ ຍິງ 7 ຄົນ (ຕາມປົກກະຕິແລ້ວ, ການຮັບນັກສຶກສາໃນລະດັບປະລິນຍາເອກແມ່ນສາມາດຮັບນັກສຶກສາໄດ້ພຽງແຕ່ 10 ຄົນ/ສົກສຶກສາເທົ່ານັ້ນ;  ແຕ່ຍ້ອນສັງຄົມໃຫ້ຄວາມສົນໃຈ ແລະມີນັກສຶກສາມາສະໝັກຮຽນເປັນຈຳນວນຫຼາຍ ກະຊວງສຶກສາທິການ ແລະກີລາຈຶ່ງມີທິດທາງໃຫ້ມີການຮັບນັກສຶກສາເພີ່ມ) ໂດຍແບ່ງອອກເປັນ 2 ລະບົບຄື: ລະບົບປົກກະຕິ (ມີນັກສຶກສາທັງໝົດ 13 ຄົນ ຍິງ 3 ຄົນ) ແລະລະບົບທາງເລືອກ (ໃຊ້ການຮຽນ-ການສອນເປັນພາສາອັງກິດ ມີນັກສຶກສາທັງໝົດ 12 ຄົນ ຍິງ 4 ຄົນ) ເຊິ່ງອາຈານທີຈະມາສອນ ແມ່ນຜູ້ຊົງຄຸນວຸດທິ ມີຄວາມຊ່ຽວຊານສະເພາະດ້ານ, ມາສິດສອນໂດຍແມ່ນອາຈານພາຍໃນ ມຊ ແລະອາຈານທີມາຈາກ ມະຫາວິທະຍາໄລຕ່າງໆເຊັ່ນ: ມະຫາວິທະຍາໄລມະຫາສາລະຄາມ, ມະຫາວິທະຍາໄລທຳມະສາດ, ສະຖາບັນເຕັກໂນໂລຊີແຫ່ງອາຊີ (AIT) ຈາກປະເທດໄທ; ມະຫາວິທະຍາໄລແຫ່ງຊາດຫວຽດນາມ  ແລະມະຫາວິທະຍາໄລແຄມເບີລາ ປະເທດອົດສະຕາລີ ເປັນຕົ້ນ. ຄາດວ່າຈະໄດ້ເລີ່ມການຮຽນ-ການສອນໃນເດືອນ ພະຈິກ 2025 ນີ້.

ໃນທ້າຍພິທີ, ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານ  ສຈ. ປອ. ເດຊານຸລາດ ແສນດວງເດດ ໂດຍທ່ານໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນງານທີຍາດມາໄດ້ ພ້ອມທັ້ງເນັ້ນໜັກໃຫ້ພະນັກງານ, ຄູ-ອາຈານ ໃນການປະຕິບັດໜ້າທີ່ ຕາມລະບຽບວິໄນຂອງລັດຖະກອນ ເພື່ອບໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນການປະລະໜ້າທີ່, ພ້ອມນັ້ນຍັງຮຽກຮ້ອງໃຫ້ພະນັກງານຮຸ່ນໜຸ່ມຈົ່ງຍົກລະດັບຄວາມຮູ້-ຄວາມສາມາດຂອງຕົນ ບໍ່ວ່າຈະເປັນການຍົກລະດັບຢູ່ພາຍໃນ ຫຼື ຕ່າງປະເທດ ເພື່ອຮໍ່າຮຽນເອົາຄວາມຮູ້ມາພັດທະນາຫຼັກສູດການຮຽນ-ການສອນ ເພື່ອສ້າງບຸກຂະລາກອນດ້ານສິ່ງແວດລ້ອມອອກຮັບໃຊ້ສັງຄົມ ແລະປະເທດຊາດສືບຕໍ່ໄປ.

ຮູບພາບບັນຍາກາດ