Select your language

ກອງປະຊຸມການຄົ້ນຄວ້າວິທະຍາສາດສັງຄົມສາກົນຄັ້ງ ທີ1 ເຊິ່ງເປັນການຮ່ວມມືລະຫວ່າງ ຄະນະວິທະຍາສາດສັງຄົມ(ຄສຄ) ມະຫາວິທະຍາໄລແຫ່ງຊາດ(ມຊ), ມະຫາວິທະຍາໄລຢຸນນານ ແລະ ມະຫາວິທະຍາໄລເຊ່ຍເມິນ ສປ ຈີນ, ໄດ້ຈັດຂຶ້ນໃນວັນທີ 14 ພະຈິກ 2025 ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ມຊ, ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ທ່ານ ສຈ. ຖັງ ທົງຊື (Professor. Tang TongXue), ຮອງຄະນະບໍດີ ຄະນະຊົນເຜົ່າວິທະຍາ ແລະ ສັງຄົມວິທະຍາ ມະຫາວິທະຍາໄລຢຸນນານ ສປ ຈີນ, ທ່ານ ຮສ. ດຣ. ຊູ ຊິທຽນ (Assistant Professor Dr. SU Shitian ) ສູນຄົ້ນຄວ້າການສຶກສາອາຊີຕາເວັນອອກສ່ຽງໃຕ້, ມະຫາວິທະຍາໄລເຊ່ຍເມິນ ສປ ຈີນ, ມີທ່ານຫົວໜ້າຄະນະວິຊາ, ຮອງຫົວໜ້າຄະນະວິຊາ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ສັນຍາການຮ່ວມມື ແລະການແລກປ່ຽນດ້ານວິຊາການ ໃນລະຫວ່າງປີ 2024-2029, ກອງປະຊຸມສຳມະນາສາກົນກ່ຽວກັບການຄົ້ນຄວ້າວິທະຍາສາດສັງຄົມລາວຄັ້ງທີ 1 ແລະ ການພັດທະນາພື້ນຖານໂຄງລ່າງໃນລາວ ແລະ ບັນດາປະເທດທີ່ກຳລັງພັດທະນາ, ເຊິ່ງຈັດໂດຍສູນຄົ້ນຄວ້າ ແລະເຝິກອົບຮົມກ່ຽວກັບການປະເມີນຜົນກະທົບທາງສັງຄົມ ແລະ ການຄຸ້ມຄອງການຍົກຍ້າຍຖິ່ນຖານ (RTC), ຄະນະວິທະຍາສາດສັງຄົມ ມຊ, ຄະນະຊົນເຜົ່າວິທະຍາ ແລະ ສັງຄົມວິທະຍາ ມະຫາວິທະຍາໄລຢຸນນານ ແລະ ໂຮງຮຽນການພົວພັນສາກົນ ມະຫາວິທະຍາໄລເຊ່ຍເມີນ ສປ ຈີນ. ໂດຍມີຈຸດປະສົງເພື່ອສົ່ງເສີມການພັດທະນາການສຶກສາພາກພື້ນໃນລາວ, ແລກປ່ຽນຄວາມຮູ້ລະຫວ່າງຜູ້ວາງນະໂຍບາຍ, ຜູ້ຊ່ຽວຊານດ້ານອຸດສາຫະກຳ ແລະ ນັກວິຊາການ ແລະ ສົ່ງເສີມການຮ່ວມມືທົ່ວໂລກຈາກລາວ ໄປສູ່ໂລກກວ້າງ, ເປັນເວທີປຶກສາຫາລື ວິທະຍາສາດສັງຄົມລາວແມ່ນເພື່ອສົ່ງເສີມການສຶກສາພາກພື້ນ ແລະ ການພັດທະນາທົ່ວໂລກ, ພ້ອມທັງເສີມສ້າງການແລກປ່ຽນທາງວິຊາການລະຫວ່າງລາວ, ຈີນ, ບັນດາປະເທດອາຊຽນ ແລະ ຊຸມຊົນນັກວິຊາການສາກົນທີ່ກວ້າງຂວາງ. ເວທີປຶກສາຫາລືດັ່ງກ່າວມຸ່ງໝັ້ນສະໜອງເວທີລະດັບສູງຢ່າງຕໍ່ເນື່ອງສຳລັບການສົນທະນາຂ້າມຊາດ ແລະ ສາຂາວິຊາ, ປະກອບສ່ວນຢ່າງເລິກເຊິ່ງເຂົ້າໃນການຄົ້ນຄວ້າພັດທະນາ, ການແລກປ່ຽນການຄົ້ນຄວ້າສາກົນ ແລະ ຄວາມເຂົ້າໃຈກ່ຽວກັບການຮ່ວມມືໃນອະນາຄົດ.

ພ້ອມນັ້ນ, ທີ່ປະຊຸມຍັງໄດ້ຮັບຟັງການບັນຍາຍຂອງທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ໃນຫົວຂໍ້: “Impact of LDC Graduation on Macro-Economy: Evidence from Lao PDR” ແລະມີການຈັດຫ້ອງສໍາມະນາສຳລັບການນຳສະເໜີໃນຫົວຂໍ້ຕ່າງໆອີກດ້ວຍ.

ຮູບພາບບັນຍາກາດ