ໃນວັນທີ 12 ພະຈິກ 2025, ຄະນະສຶກສາສາດ (ຄສສ ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານປະຖົມນິເທດນັກສຶກສາປີ1-ປີ4 ປະຈໍາສົກສຶກສາທີ2025-2026 ທີ່ສະໂມສອນຊັ້ນ2, ໂດຍມີທ່ານຮອງຫົວໜ້າຄະນະວິຊາ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ການຈັດງພິທີປະຖົມນິເທດໃນຄັັ້ງນີ້ ແມ່ນເພື່ອນຳສະເໜີໂຄງຮ່າງການຈັດຕັ້ງລວມຂອງຄະນະ, ເຜີຍແຜ່ວຽກງານຂອງພະແນກຄຸ້ມຂອງນັກສຶກສາ ແລະ ວຽກງານຂອງພະແນກບໍລິຫານວິຊາການ.ພ້ອມນັ້ນຫ້ອງການຄຸ້ມຄອງນັກສຶກສາ ມຊ ຍັງປະກອບຄໍາເຫັນ ແລະ ເຜີຍແຜ່ວຽກງານຊາວຫນຸ່ມຄູອາສາເພື່ອໃຫ້ນັກສຶກສາໄດ້ເຂົ້າໃຈເລິກຊຶ່ງກ່ຽວກັບວິໃສທັດ ແລະຫຼັກສູດການຮຽນການສອນຂອງຄະນະອີກດ້ວຍ.